ໜຸ່ມ ກຽງໄກ ໃສ່ຊຸດ “ ວິລະບຸລຸດຕໍ່ສູ້ ” ປະກວດ Mister Global 2019 ທີ່ປະເທດໄທ

247

ເດີນທາງມາເຖິງຮອບຊີງຊະນະເລີດແລ້ວກັບການປະກວດ Mister Global 2019 ທີ່ປະເທດໄທ ໂດຍໜຸ່ມ ກຽງໄກ ຊວ້ານສວນດາວ ຕົວແທນຈາກ ສປປ ລາວ ໄດ້ໄປເກັບຕົວນັບແຕ່ວັນທີ 12 ກັນຍາເປັນຕົ້ນມາ ແລະ ມີຊຸດປະຈໍາຊາດທີ່ໂດດເດັ່ນໄປດ້ວຍວັດທະນະທໍາທີ່ເປັນເອກະລັກຂອງຄົນລາວ.

ທ້າວ ບຸນມີ ບົວແກ້ວ ຜູ້ອອກແບບຊຸດປະຈໍາຊາດ Mister Global Laos 2019 ອາຍຸ 21 ປີ ໃຫ້ສໍາພາດວ່າ: ປັດຈຸບັນກຳລັງສຶກສາຢູ່ທີ່ວິທະຍາໄລສິລະປະສຶກສາ ປີ 4 ຂະແໜງສິລະປະກໍາ ສິລະປະດົນຕີ ເຊິ່ງໄດ້ຮັບທຶນການສຶກສາຈາກແຂວງຈຳປາສັກ ແລະ ໄດ້ອອກແບບຜົນງານຜ່ານມາແມ່ນຊຸດ “ ສຽງແຄນສີ່ພັນດອນ ” ຊຸດປະຈໍາຊາດ Mister National Universe Laos.

ສໍາລັບຜົນງານອອກແບບຊຸດ “ ວິລະບຸລຸດຕໍ່ສູ້ ” ແຮງບັນດານໃຈໃນການອອກແບບຄັ້ງນີ້ແມ່ນເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນພະບຸລຸດລາວ ໃນແຕ່ລະຍຸກແຕ່ລະສະໄໝທີ່ເສຍສະຫຼະເພື່ອປະເທດຊາດ ແລະ ຍົກຍ້ອງສັນລະເສີນຜູ້ນຳ ລວມທັງຊົນຊາດຊົນເຜົ່າ ແລະ ໄດ້ນຳເອົາເສື້ອຜ້າຂອງຊຸດຊົນເຜົ່າ “ ໂອຍ ” ດັ້ງເດີມມາປະຍຸກຄືນໃໝ່ພ້ອມກັບຄວາມທັນສະໄໝ.

ອີກຢ່າງໜຶ່ງຕົນເອງຢາກສົ່ງກຳລັງໃຈໃຫ້ຜູ້ປະສົບໄພນໍ້າຖ້ວມທາງພາກກາງ ແລະ ພາກໃຕ້ ທີ່ຖືກອຸທົກກະໄພຈຶ່ງຕັ້ງໃຈໃສ່ຊື່ຊຸດນີ້ວ່າ “ ວິລະບຸລຸດຕໍ່ສູ້ ” ໂດຍມີອາວຸດທີ່ໃຊ້ໃນການຕໍ່ສູ້ ແລະ ໝວກທີ່ສວມໃສ່ອັນສູງສົ່ງຂອງບັນພະບຸລຸດ.

ຮ່ວມສົ່ງແຮງເຊຍ ແລະ ເປັນກໍາລັງໃຈໃຫ້ໜຸ່ມ ອາເລັກ ກຽງໄກ ໃນວັນທີ 26 ກັນຍານີ້ ໃນຊ່ອງທາງ ແຟນເພຈ໌ Mister Global ແລະ Mister Global Laos.

( ຂ່າວ: ນຸ້ມນິ້ມ, ຮູບ: ບຸນມີ ແລະ Mister Global Laos )