ໜຸ່ມ ເຈ ໜຶ່ງໃນຜູ້ເຂົ້າຮອບ 20 ຄົນ Mister International Laos 2019

48

ໂຄງການປະກວດ Mister International Laos 2019 ເດີນທາງມາຮອດຮອບ 20 ຄົນສຸດທ້າຍແລ້ວ ມາລຸ້ນນຳກັນວ່າໜຸ່ມໃດຈະສາມາດ ຄວ້າຕຳແໜ່ງດັ່ງກ່າວໄປຄອງ.

ຄໍລຳບັນເທີງມື້ນີ້ຜູ້ຂຽນຈະພາຜູ້ອ່ານມາຮູ້ຈັກກັບໜຸ່ມ ເຈ ໜຶ່ງໃນຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ.

ທ້າວ ຕິ່ງ ລີ MR20 ຫຼື ເຈ ອາຍຸ 20 ປີ ໃຫ້ສໍາພາດວ່າ: ປັດຈຸບັນຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ ປີ 1 ແລະ ອາໄສຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຕົນເອງຮູ້ສຶກດີໃຈຫຼາຍ ພ້ອມທັງເປັນກຽດສຸດທີ່ຄະນະກຳມະການໃຫ້ໂອກາດໂດຍນ້ອງເອງໄດ້ມີຄວາມພ້ອມທາງຮ່າງກາຍ ແລະ ຈິດໃຈ 100% ລວມທັງເອົາຄວາມໝັ້ນໃຈທາງດ້ານບຸກຄະລິກກະພາບ, ທັດສະນະຄະຕິ, ພິບໄຫວ ແລະ ອື່ນໆມາສະແດງໃຫ້ກໍາມະການໄດ້ເຫັນເຖິງຄວາມຕັ້ງໃຈປະຕິບັດ.

ສໍາລັບຄວາມຄາດຫວັງນ້ອງກໍບໍ່ໄດ້ຫວັງຫຍັງຫຼາຍ ເພາະໄດ້ມາຮອດຈຸດນີ້ແມ່ນໄກກວ່າທີ່ຫວັງໄວ້ແລ້ວ ໂດຍບໍ່ຄິດວ່າຕົນເອງຈະຜ່ານເຂົ້າຮອບ 20 ຄົນ ໄດ້ຊໍ້າ ແລະ ຖ້ານ້ອງໄດ້ເຂົ້າໃນຮອບຊີງຊະນະເລີດມັນກໍຈະເປັນ ຄວາມພາກພູມໃຈທີ່ສຸດໃນຕົວຂອງນ້ອງ ເພາະໄດ້ປະສົບກັບຄວາມສຳເລັດ ແຕ່ຖ້າບໍ່ຜ່ານຕົນເອງກໍຈະນຳເອົາປະສົບການນີ້ ລວມທັງຄຳຕິຊົມຂອງຄະນະກຳມະການໄປປັບປຸງ ແລະ ພັດທະນາຕົນເອງໃນປີໜ້າ ເພາະເຊື່ອ ແລະ ເຄົາລົບຄຳຕັດສິນຂອງຄະນະກຳມະການ.

ສ່ວນກິດຈະກຳເວລາວ່າງແມ່ນມັກໄປອອກກຳລັງກາຍ ເພາະວ່າການອອກກຳລັງກາຍເຮັດໃຫ້ເຮົາມີສຸຂະພາບແຂງແຮງ, ມີຄວາມໝັ້ນໃຈ, ມີອາລົມດີສົດຊື່ນແຈ່ມໃສທັງກາຍ ແລະ ຈິດໃຈ.

ສາມາດຕິດຕາມນ້ອງ ເຈ ໄດ້ທາງ facebook: adios     c Jj ແລະ ຮ່ວມເຊຍພວກນ້ອງທັງ 20 ຄົນ ໄດ້ໃນຮອບຕັດສິນວັນທີ 13 ຕຸລາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຫຼື ຕິດຕາມທາງ page: Mister International Laos.

( ຂ່າວ: ນຸ້ມນິ້ມ, ຮູບ: ເຈ )