ອານຸສອນ ເດີນທາງລຸຍລາຍການຊີງແຊັມໂລກ ເປັນການທົດສອບຄັ້ງສໍາຄັນກ່ອນລຸຍ ຊີເກມ 2019

53

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ພ້ອມດ້ວຍ ທ່ານ ສິດທິໄຊ ສັກປະເສີດ ຄູຝຶກ ອອກເດີນທາງໄປຮ່ວມການແຂ່ງຂັນແລ່ນຊີງແຊັມໂລກ 2019 ທີ່ເມືອງໂດຮາ ປະເທດກາຕາ ເມື່ອວັນທີ 24 ກັນຍາ 2019 ໂດຍລາວຈະພະຍາຍາມສ້າງສະຖິຕິໃຫ້ດີທີ່ສຸດ ເພື່ອກຽມພ້ອມໃສ່ ຊີເກມ 2019 ທີ່ປະເທດຟີລິບປິນ ທ້າຍປີນີ້.

ອານຸສອນ ເປີດເຜີຍຕໍ່ທີມຂ່າວເສດຖະກິດ – ການຄ້າ ກ່ອນອອກເດີນທາງ ວ່າ: ວັນທີ 24 ກັນຍາ 2019 ນ້ອງອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນລາຍການຊີງແຊັມໂລກ ທີ່ເມືອງໂດຮາ ປະເທດກາຕາ ແນ່ນອນລາຍການນີ້ເປັນລາຍການທີ່ໃຫຍ່ຈະມີນັກກີລາລະດັບແຖວໜ້າຂອງໂລກ ເຂົ້າມາຮ່ວມແຂ່ງຂັນ ເຊິ່ງນ້ອງຈະລົງແຂ່ງປະເພດແລ່ນຂ້າມຮົ້ວ 110 ແມັດ ໃນວັນທີ 30 ກັນຍາ 2019. ຢ່າງໃດກໍຕາມ, ນ້ອງຈະພະຍາຍາມສ້າງສະຖິຕິໃຫ້ດີທີ່ສຸດ ແລະ ເປັນການທົດສອບທີ່ສໍາຄັນກ່ອນລຸຍ ຊີເກມ 2019 ທີ່ປະເທດຟີລິບປິນ ທີ່ຈະເຖິງນີ້ ” .

ສຳລັບຜົນງານກ່ອນໜ້ານີ້ຂອງ ອານຸສອນ ຫຼ້າສຸດຄວ້າແຊັມແລ່ນຂ້າມຮົ້ວປະເພດ 110 ແມັດ ໄປຄອງໄດ້ສໍາເລັດ ໃຫ້ກັບ ສະໂມສອນທະຫານອາກາດ ປະເທດໄທ ທີມ A ໃນການແຂ່ງຂັນແລ່ນ – ລານຊີງຊະນະເລີດແຫ່ງປະເທດໄທ ຊີງຂັນພຣະຣາດຊະທານ ພຣະບາດສົມເດັດພະເຈົ້າຢູ່ຫົວ ຄັ້ງທີ 65 ລະຫວ່າງວັນທີ 30 ສິງຫາ – 2 ກັນຍາ 2019.

ສ່ວນຜົນງານອື່ນໆເປັນຕົ້ນລາຍການ ໄທແລນ ໂອເພັນ 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບ ລະຫວ່າງວັນທີ 19 – 21 ພຶດສະພາ 2019 ສາມາດຍາດມາໄດ້ 1 ຫຼຽນຄຳ ປະເພດແລ່່ນຂ້າມຮົ້ວ 110 ແມັດຊາຍ, ຜົນງານໃນລະດັບອາຊຽນຂອງ ທ້າວ ອານຸສອນ ໄຊສາ ສາມາດຍາດໄດ້ຫຼຽນຄຳ ປະເພດແລ່ນຂ້າມຮົ້ວ 110 ແມັດຊາຍ ໃນງານມະຫະກຳກີລາມະຫາວິທະຍາໄລອາຊຽນ ຫຼື ກີລາ       ມ ອາຊຽນ ຄັ້ງທີ 17 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 10 – 20 ທັນວາ 2014.

ຂະນະທີ່ ອານຸສອນ ໄຊສາ ສ້າງສະຖິຕິເວລາທີ່ດີທີ່ສຸດ 13,96 ວິນາທີ ເຊິ່ງດີກວ່າສະຖິຕິທີ່ຄວ້າຫຼຽນຄຳ ໃນລາຍການໄທແລນ ໂອເພັນ 2019 ທີ່ເຮັດໄດ້ 14,22 ວິນາທີ.

( ຄໍາສອນ; ຮູບຈາກ: ອານຸສອນ )