ອຸຕຸແຈ້ງ!!! ຈະມີຝົນປົນໜາວຢູ່ບາງທ້ອງຖິ່ນແຂວງພາກເໜືອ-ພາກກາງ

99

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 26 ກັນຍາ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ -ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຍັງເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.

ในภาพอาจจะมี ต้นพืช, ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

 

ຂະນະທີ່, ພາກເໜືອດ້ານຕາເວັນອອກ  (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14-27 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 15-33 ອົງສາ.

 

ไม่มีคำอธิบายรูปภาพ

 

ແຂວງພາກກາງ (ນະຄອນຫຼວງວຽງຈັນ, ໄຊສົມບູນ,ໂພນໂຮງ, ປາກຊັນ, ຫຼັກ20, ເມືອງ ວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນຢູ່ທົ່ວໄປ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກ. ອຸນຫະພູມໃນລະຫວ່າງ 21-34 ອົງສາ. ສໍາລັບແຂວງໄຊສົມບູນ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 13-27 ອົງສາ.

ສຳລັບນະຄອນຫຼວງວຽງຈັນ ອາກາດອ່່າວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນໃນຕອນບ່າຍຫາຄໍ່າ, ອຸນຫະພູມໃນລະຫວ່າງ 24-34 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກໃຕ້ (ປາກເຊ, ປາກຊ່ອງ, ນິຄົມ 34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະ ອັດຕະປື) ມີເຝື້ອປົກຄຸ້ມເປັນບາງສ່ວນ, ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ, ສາລະວັນ ແລະ ເຊກອງ. ອຸນຫະພູມໃນລະຫວ່າງ 23-35 ອົງສາ.

ສຳລັບເຂດພູພຽງບໍລິເວນ ອາກາດເຢັນ ຫາ ໜາວເຢັນ ໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 13-28 ອົງສາ.

 

ไม่มีคำอธิบายรูปภาพ