ເມືອງແຄນເບີຣາ ປະເທດອົດສະຕຣາລີ ມີມະຕິໃຫ້ກັນຊາຖືກກົດໝາຍ

155

ນະຄອນຫຼວງແຄນເບີຣາ ປະເທດອົດສະຕຣາລີ ກາຍເປັນເມືອງທຳອິດໃນປະເທດ ລົງມະຕິອອກກົດໝາຍຮັບຮອງ ການນຳໃຊ້ ແລະ ການປູກກັນຊາ ໃນປະລິມານໜ້ອຍ ໃຫ້ຖືກຕ້ອງຕາມກົດໝາຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງແຄນເບີຣາ ປະເທດອົດສະຕຣາລີ ເມື່ອວັນພຸດ ທີ 25 ກັນຍາ ວ່າ ສະມາຊິກສະພາເຂດນະຄອນຫຼວງປະເທດອົດສະຕຣາລີ ຫຼື ເອຊີທີ (ACT: Australian Capital Territory) ເຂດປົກຄອງຕົນເອງ ໃນລັດນິວ ເຊົາເວລສ໌ ທາງພາກຕາເວັນອອກສຽງໃຕ້ ໄດ້ລົງມະຕິຜ່ານຮ່າງກົດໝາຍ ອະນຸຍາດໃຫ້ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນສາມາດຄອບຄອງກັນຊາແຫ້ງ ບໍ່ໃຫ້ເກີນ 50 ກຣາມ ຫຼື ສາມາດປູກໄດ້ບໍ່ເກີນຄົນລະ 2 ຕົ້ນ ແລະ ສູງສຸດບໍ່ເກີນ 4 ຕົ້ນຕໍ່ຄອບຄົວ ສຳລັບການບໍລິໂພກສ່ວນຕົວ ເມື່ອວັນພຸດ ທີ 25 ຜ່ານມາ.

ในภาพอาจจะมี ต้นพืช, ต้นไม้, ธรรมชาติ และสถานที่กลางแจ้ง

ກົດໝາຍສະບັບໃໝ່ນີ້ ຈະມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 31 ມັງກອນ 2020 ແລະ ເຮັດໃຫ້ເອຊີທີເປັນເຂດທຳອິດ ໃນ 6 ລັດ ແລະ 2 ເຂດຂອງອົດສະຕຣາລີ ທີ່ອອກກົດໝາຍຮັບຮອງກັນຊາສຳລັບນຳໃຊ້ສ່ວນຕົວ ໂດຍບໍ່ຜິດກົດໝາຍ.

ສຳລັບກັນຊາຍັງເປັນສານທີ່ຖືກຫ້າມ ພາຍໃຕ້ກົດໝາຍລັດຖະບານກາງປະເທດອົດສະຕຣາລີ ໂດຍກົດໝາຍສະບັບໃໝ່ຂອງເຂດເອຊີທີນັ້ນ ຍັງມີຂໍ້ຂັດແຍ່ງກັບກົດໝາຍຢາເສບຕິດຂອງປະເທດ ເຊິ່ງອອກໂດຍສະພາ ແລະ ກຳນົດຫ້າມການຄອບຄອງກັນຊາ.

ในภาพอาจจะมี ต้นพืช, สถานที่กลางแจ้ง และธรรมชาติ

ດ້ານທ່ານແອນດຣູ ບາ ຫົວໜ້າຄະນະລັດຖະມົນຕີເຂດເອຊີທີ ກ່າວວ່າ ເຖິງວ່າລັດຖະບານທ້ອງຖິ່ນເຂດເອຊີທີ ບໍ່ສະໜັບສະໜູນກັນຊາ ຫຼື ສານເສບຕິດອື່ນໆ ເພື່ອຄວາມບັນເທິງ ແຕ່ກໍ່ເຖິງເວລາແລ້ວທີ່ຈະໄດ້ຍອມຮັບຄວາມຈິງວ່າ ຂໍ້ຫ້າມທີ່ເຂັ້ມງວດ ບໍ່ແມ່ນນະໂຍບາຍທີ່ມີປະສິດຕິຜົນອີກຕໍ່ໄປ. ສ່ວນທ່ານກໍດອນ ແຣມເຊ ລັດຖະມົນຕີຍຸຕິທຳຂອງເອຊີທີ ກ່າວວ່າ ເຖິງເວລາແລ້ວທີ່ຈະຕ້ອງປະຕິບັດກັບຜູ້ຕິດຢາເສບຕິດ ເປັນຜູ້ປ່ວຍດ້ານສຸຂະພາບ ຫຼາຍກວ່າເປັນຜູ້ກະທຳຄວາມຜິດ ຫຼື ຖືກ.

ในภาพอาจจะมี ต้นพืช

ທາງຝ່າຍຄ້ານໃນສະພາເອຊີທີ ທີ່ຍົກມືຄັດຄ້ານການຮ່າງກົດໝາຍສະບັບນີ້ ລະບຸວ່າ ການປ່ຽນແປງໄປສູ່ກົດໝາຍດັ່ງກ່າວຈະກາຍເປັນການຊຸກຍູ້ໃຫ້ປະຊາຊົນນຳໃຊ້ກັນຊາຫຼາຍຂຶ້ນ ເຊິ່ງຈະນຳໄປສູ່ບັນຫາທາງຈິດທີ່ເກີດຂຶ້ນມາຈາກຢາເສບຕິດເພີ່ມຂຶ້ນອີກ.