ເດັກນ້ອຍອິນໂດ ກວ່າ 10 ລ້ານຄົນ ສ່ຽງເປັນພະຍາດທາງເດີນຫາຍໃຈ

79

ຢູນິເຊັບ ຊີ້ວ່າ: ເດັກນ້ອຍອິນໂດເນເຊຍ ກວ່າ 10 ລ້ານຄົນ ສ່ຽງເປັນພະຍາດທາງເດີນຫາຍໃຈ ຈາກບັນຫາໝອກຄວັນ.

ອົງການທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫຼື ຢູນິເຊັບ ອອກຖະແຫຼງການ ວ່າ: ບັນຫາໝອກຄວັນຈາກການຈູດປ່າໄດ້ສ້າງມົນລະພິດທາງອາກາດ ເຮັດໃຫ້ເດັກນ້ອຍ    ອິນໂດເນເຊຍ ກວ່າ 10 ລ້ານຄົນ ສ່ຽງເປັນພະຍາດທາງເດີນຫາຍໃຈ.

ບັນຫາໝອກຄວັນໄດ້ເກີດຂຶ້ນໃນຫຼາຍຂົງເຂດຂອງປະເທດໃນອາຊຽນ ສົ່ງຜົນກະທົບຕໍ່ການຈະລາຈອນທາງອາກາດ ແລະ ຜູ້ຄົນຕ້ອງຊື້ໜ້າກາກປ້ອງກັນຝຸ່ນລະອອງມາໃສ່. ນອກຈາກນີ້, ໃນບາງເຂດຕ້ອງປະກາດຢຸດການຮຽນ – ການສອນ ເພື່ອຫຼີກໜີການສູບດົມຝຸ່ນຄວັນພິດ.

ເດັກນ້ອຍອາຍຸຕໍ່າກວ່າ 18 ປີ ເກືອບ 10 ລ້ານຄົນ ໃນຈໍານວນນີ້ 1/4 ອາຍຸຕໍ່າກວ່າ 5 ປີ ອາໄສຢູ່ໃນຂົງເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດຈາກໄຟປ່າ ເທິງເກາະສຸມາດຕາ ແລະ ບາງສ່ວນຂອງເກາະບໍນຽວ.

ຢ່າງໃດກໍຕາມ, ສະຖານະການໝອກຄວັນໃນເກາະສຸມາດຕາ ກໍາລັງເຂົ້າສູ່ຂັ້ນວິກິດ ໂດຍຫຼ້າສຸດໄດ້ມີການເຜີຍແຜ່ຮູບທາງອອນລາຍເປັນຮູບທ້ອງຟ້າໃນແຂວງຈໍາບີ ທາງພາກກາງຂອງເກາະສຸມາດຕາ ທີ່ກາຍເປັນສີແດງເປັນຕາຢ້ານ.