ຮີບຄວ້າໂອກາດດີໆ ສະໝັກເລີຍທຶນຮຽນຟຣີ ສ້າງຮູບເງົາ ທີ່ປະເທດເກົາຫຼີ

225

ໂອກາດດີໆສໍາລັບຄົນລາວມາໃຫ້ທ່ານໃນລອງອີກແລ້ວ ໂດຍສະເພາະຜູ້ທີ່ກຳລັງສະແຫວງຫາທຶນ ຮຽນໃນດ້ານການສ້າງຮູບເງົາ ແລະມັກຮັກໃນການສ້າງຮູບເງົາ, ເປັນຜູ້ກໍາກັບ, ນັກສະແດງ ແລະ ອື່ນໆກ່ຽວກັບຮູບເງົາ ເປັນທຶນຈາກປະເທດເກົາຫຼີ ທຶນຮຽນ ທຸລະກິດການສ້າງຮູບເງົາ 6 ເດືອນ ຢູ່ເກົາຫຼີ ທີ່ ສະຖານບັນ AFiS Busan Asian Film School.

ທີ່ນັ້ນທ່ານຈະໄດ້ຮຽນຮູ້ ໃນການສ້າງຮູບເງົາ ຝຶກອົບຮົມ ການສ້າງຮູບເງົາ ແບບມືອາຊີບ ຕໍ່ຍອດຄວາມຮູ້ ປະສົບການຕ່າງໆຮັບຮອງວ່າໄດ້ໄອເດຍ ແນວຄິດໃໝ່ໆມາພັດທະນາວົງການຮູບເງົາບ້ານເຮົາແນ່ນອນ.

*

ທີ່ສໍາຄັນແມ່ນ ການຮຽນຄັ້ງນີ້ຟຣີທຸກຢ່າງ ລວມທັງຄ່າປີ້ຍົນໄປກັບ ການກິນຢູ່ ແລະ ຄ່າຮຽນ. ຄົນລາວສາມາດສະໝັກໄດ້ ເປີດຮັບສະໝັກແລ້ວມື້ນີ້ ປິດຮັບສະໝັກ ວັນທີ 24 ຕຸລາ 2019.

ລາຍລະອຽດດັ່ງນີ້:http://afis.ac/afis/ifba/applicationEn.do?_menuNo=81

ແບບຟອມສະໝັກ:http://afis.ac/afis/ifba/inquireEnteranceAndElseEn.do?_menuNo=80