ຈີນເປີດນໍາໃຊ້ສະໜາມບິນຕ້າຊິງຢາງເປັນທາງການ

92

ເມື່ອບໍ່ດົນມານີ້,ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງສປ ຈີນປະກາດເປີດນໍາໃຊ້ສະໜາມບິນສາກົນ ຕ້າຊິງ ມູນຄ່າ63ຕື້ໂດລາຢ່າງເປັນທາງການເຊິ່ງພ້ອມໃຫ້ບໍລິການກ່ອນໜ້າຄົບຮອບ70ປີຂອງການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນໃນເດືອນ ຕຸລາທີ່ຈະເຖິງນີ້.

ໂຄງການນີ້ມີມູນຄ່າ4,5ຮ້ອຍຕື້ຢວນຫຼື63ຕື້ໂດລາ ແລະ ກໍ່ສ້າງສໍາເລັດພາຍໃນໄລຍະບໍ່ເຖິງ5ປີເຊິ່ງຈະຊ່ວຍສົ່ງເສີມການຂະຫຍາຍຕົວທາງເສດຖະກິດໂດຍສະໜາມບິນແຫ່ງນີ້ຖືກຍ້ອງຍໍຊົມເຊີຍວ່າເປັນແຫຼ່ງການພັດທະນາແຫ່ງໃໝ່ທີ່ຊົງພະລັງ,ໃນພິທີເປີດທ່ານ ສີ ແລະ ການນໍາລະດັບສູງເຂົ້າຮ່ວມ.

ສະໜາມບິນຮູບນົກຟີນິກທີ່ມີຕົວຫຍໍ້ ພີເຄເອັກຊ໌ຕັ້ງຢູ່ທາງທິດໃຕ້ຂອງນະຄອນຫຼວງ ປັກກິງຈະຊ່ວຍຫຼຸດຄວາມໜາແໜ້ນໃຫ້ກັບສະໜາມບິນສາກົນທີ່ມີທາງທິດຕາເວັນອອກສຽງເໜືອຂອງເມືອງຫຼວງເຊິ່ງມີຂໍ້ຈໍາກັດດ້ານຄວາມຈຸຜູ້ໂດຍສານຈົນສົ່ງຜົນໃຫ້ຖ້ຽວບິນເກີດຄວາມຫຼ້າຊ້າ.

ທັງນີ້,ສະໜາມບິນແຫ່ງໃໝ່ນີ້ຖືກອອກແບບໂດຍທ່ານ ຊາຮາ ຮາດິດ ສະຖາປານິກອີຣັກໂດຍສະໜາມບິນແຫ່ງໃໝ່ນີ້ມີ4ຣັນເວ ແລະ ມີອາຄານຜູ້ໂດຍສານທີ່ໃຫຍ່ທີ່ສຸດໃນໂລກ ແລະ ຄາດຄະເນວ່າຈະສາມາດຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ100ລ້ານຄົນຕໍ່ປີ.