ຄວາມບໍ່ສະຫງົບໃນ ອາເມຣິກາ ສ້າງຄວາມເສຍຫາຍແກ່ເສດຖະກິດ

97

ເຫດການຄວາມຮ້າຍແຮງທາງສັງຄົມ ເປັນຕົ້ນການໃຊ້ອາວຸດປືນກໍ່ເຫດໃນສັງຄົມ ອາເມຣິກາ ໄດ້ສ້າງຄວາມເສຍຫາຍທາງເສດຖະກິດ ເປັນມູນຄ່າເຖິງ 229 ຕື້ໂດລາສະຫະລັດ ໃນແຕ່ລະປີຕົວເລກດັ່ງກ່າວ ເທົ່າກັບ 1,4% ຂອງ GDP ຂອງອາເມຣິກາ.

ຄວາມເສຍຫາຍເຫຼົ່ານັ້ນປະກອບມີລາຍຮັບທີ່ເສຍໄປ, ການສູນເສຍລາຍໄດ້ຂອງຜູ້ໃຊ້ແຮງງານ ຫຼື ເຈົ້າຂອງທຸລະກິດ, ຄ່າໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວຂອງເຈົ້າໜ້າທີ່ຕໍາຫຼວດ ລວມເຖິງຄ່າໃຊ້ຈ່າຍໃຫ້ແກ່ການປິ່ນປົວດ້ານການແພດ.

ບົດລາຍງານ ຊີ້ວ່າ: ລັດມີຊີຊິບປີ ແລະ ລັດອາລາບາມາ ມີຄ່າໃຊ້ຈ່າຍໃຫ້ແກ່ການແກ້ໄຂບັນດາເຫດການຮ້າຍແຮງດ້ວຍການໃຊ້ອາວຸດປືນແມ່ນຢູ່ໃນລະດັບສູງສຸດ ຫຼາຍກວ່າລັດອື່ນໆຂອງ ອາເມຣິກາ.

ຂະນະທີ່ ລັດທີ່ມີອັດຕາສ່ວນສູງໃນການຄອບຄອງອາວຸດປືນ ເຊັ່ນ: ລັດອາລາດກາ ຫຼື ລັດອາຄັນຊາດ ຕ່າງກໍເປັນລັດທີ່ມີອັດຕາສ່ວນຂ້າຕົວຕາຍສູງສຸດ ດ້ວຍການໃຊ້ອາວຸດປືນ. ໃນຂະນະດຽວກັນເດັກນ້ອຍ ແລະ ຜູ້ທີ່ຍັງບໍ່ເຖິງອາຍຸກະສຽນ ຕ່າງກໍຕົກເປັນເປົ້າໝາຍທີ່ມີຄວາມສ່ຽງບາດເຈັບ ຫຼື ເສຍຊີວິດສູງກວ່າເມື່ອທຽບໃສ່ປະເທດພັດທະນາອື່ນໆ.

ນອກຈາກນີ້, ທາງການ ອາເມຣິກາ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ ອາເມຣິກາ ໄດ້ເກີດເຫດການຮ້າຍແຮງທີ່ມີການໃຊ້ອາວຸດປືນເກີດຂຶ້ນ 40.331 ກໍລະນີ ໂດຍມີຜູ້ເສຍຊີວິດ 10.681 ຄົນ.