ຊາວບ້ານເມືອງເຊບັ້ງໄຟ ສາມັກຄີກັນສ້ອມແປງເສັ້ນທາງ 6 ກິໂລແມັດ

94

ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ສາມຂັ້ນ ແລະ ຄຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງທີ່ຈະມາຮອດໃນມໍ່ໆນີ້. ດັ່ງນັ້ນ, ໃນວັນທີ 21 ກັນຍາ 2019 ພາຍໃຕ້ການຊີ້ນຳໆພາຂອງ ທ່ານ ວິໄລ ພົມມະຈັກ ຮັກສາການປະທານກວດກາພັກເມືອງ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຈາກ 3 ກຸ່ມບ້ານເຂົ້າຮ່ວມ ມີຈຳນວນ 389 ຄົນ ຍິງ 97 ຄົນ ຄື: ບ້ານຫາດຄຳຮຽງ, ບ້ານຍາງຄຳ, ບ້ານນາພອກ ຄຸ້ມສົມສະອາດ ໄດ້ພ້ອມກັນສ້ອມແປງເສັ້ນທາງທີ່ເປ່ເພໃນລະດູຝົນ 2019 ເຊິ່ງໄດ້ເກີດມີໄພພິບັດ ( ນ້ຳຖ້ວມທີ່ມີຄວາມຍາວ 6 ກິໂລແມັດ ໃນການສ້ອມແປງເສັ້ນທາງຄັ້ງນີ້ແມ່ນໄດ້ນຳໃຊ້ລົດແທັກເຕີ 1 ຄັນ, ຈົກ, ຊວ້ານ, ອຸປະກອນໃນການອອກແຮງງານ 280 ອັນ, ດິນໃສ່ສອບ 150 ສອບ.

ສ່ວນທຶນໃນການສ້ອມແປງເສັ້ນທາງຄັ້ງນີ້ ແມ່ນໄດ້ມາຈາກການລະດົມຈາກພໍ່ແມ່ປະຊາຊົນ ແລະ ຈາກນັກທຸລະກິດຈຳນວນໜຶ່ງ. ຈຸດປະສົງຂອງການສ້ອມແປງເສັ້ນທາງຄັ້ງນີ້ ກໍເພື່ອເຮັດໃຫ້ການສັນຈອນ   ໄປ – ມາຂອງປະຊາຊົນພາຍໃນເມືອງ, ບ້ານຕໍ່ບ້ານໃຫ້ມີ ຄວາມສະດວກສະບາຍຂຶ້ນ ພ້ອມທັງເປັນການສ້າງຄວາມສາມັກຄີປອງດອງເຊິ່ງກັນ ແລະ ກັນ .

[ ຂ່າວ – ຮູບ: ແດງສະຫວັດ ແສນພານິດ