ຍີ່ປຸ່ນ ມີຜູ້ອາຍຸສູງກາຍຮ້ອຍປີ ຈຸລະດັບ 70 ພັນຄົນເປັນຄັ້ງທໍາອິດ

32

ຍີ່ປຸ່ນ ມີຜູ້ອາຍຸສູງກາຍ 100 ປີ ຈຸລະດັບ 70 ພັນຄົນເປັນຄັ້ງທໍາອິດ ຫຼັງຈາກມີຈໍານວນຫຼາຍຂຶ້ນຕິດຕໍ່ກັນມາ 49 ປີຊ້ອນ ໂດຍ 88,1% ຂອງຜູ້ມີອາຍຸ 100 ປີຂຶ້ນໄປນັ້ນເປັນແມ່ຍິງ.

ຂໍ້ມູນໃນເດືອນກັນຍາ ຈາກກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມຍີ່ປຸ່ນ ໃຫ້ຮູ້ວ່າ: ປະເທດຍີ່ປຸ່ນ ມີປະຊາກອນອາຍຸ 100 ປີຂຶ້ນໄປ ຈໍານວນ 71.238 ຄົນ ໂດຍໃນປີນີ້ມີຜູ້ອາຍຸສູງກາຍ 100 ປີ ເພີ່ມຂຶ້ນຈາກແຕ່ກ່ອນ 1.453 ຄົນ.

ທັງນີ້, ອັດຕາສ່ວນຂອງຜູ້ມີອາຍຸ 100 ປີຂຶ້ນໄປ ໃນຍີ່ປຸ່ນນັ້ນເປັນແມ່ຍິງເຖິງ 88,1% ດ້ວຍຈໍານວນ 62.775 ຄົນ ສູງຂຶ້ນຈາກປີກ່ອນ 1.321 ຄົນ, ຂະນະທີ່ຜູ້ຊາຍຍີ່ປຸ່ນ ອາຍຸສູງກາຍ 100 ປີນັ້ນ ມີຈໍານວນ 8.463 ຄົນ ເພີ່ມຈາກປີກ່ອນ 132 ຄົນ.

ທາງການຍີ່ປຸ່ນ ເຜີຍແຜ່ຕົວເລກນີ້ເມື່ອບໍ່ດົນມານີ້ ເນື່ອງໃນວັນຜູ້ອາຍຸສູງຂອງຍີ່ປຸ່ນ. ທັງນີ້, ໃນປີ 2018 ປະຊາຊົນຍີ່ປຸ່ນ ມີອາຍຸຄາດສະເລ່ຍຢູ່ທີ່ 87,32 ປີ ສໍາລັບແມ່ຍິງ ແລະ 81,25 ປີສໍາລັບຜູ້ຊາຍ.

ທ່ານ ນາງ ຈິໂຍະ ມິນາໂກະ ອາຍຸ 117 ປີ ກາຍເປັນຜູ້ອາຍຸສູງທີ່ສຸດໃນໂລກ ເສຍຊີວິດລົງເມື່ອວັນທີ 22 ເດືອນກໍລະກົດ ປີ 2018, ສໍາລັບຜູ້ຊາຍຍີ່ປຸ່ນ ທີ່ມີອາຍຸຫຼາຍທີ່ສຸດນັ້ນຄື ທ່ານ ວາຕານາເບະ ຈິເທັດສຶ ອາຍຸ 112 ປີ.