ກົມແຜນການ ແລະ ການຮ່ວມມື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໃນນາມຈຸດປະສານງານແຫ່ງຊາດດ້ານເຄມີ, ຊີວະ, ລັງສີ ແລະ ນິວເຄລຍ ຫຼື ເອີ້ນວ່າ CBRN ( Chemical, Biological, Radiological and Nuclear ) ໄດ້ເປີດຝຶກອົບຮົມໃນຫົວຂໍ້: ການຫຼຸດຜ່ອນຄວາມສ່ຽງທາງເຄມີ ແລະ ສິ່ງເສດເຫຼືອທາງດ້ານເຄມີ ຂຶ້ນໃນວັນທີ 23 ກັນຍາ 2019 ຢູ່ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ຮ່ວມມື, ທ່ານ Andrew Proudlove ຫົວໜ້າໂຄງການຈາກສະຫະພາບເອີຣົບ, ມີບັນດາສຳມະນາກອນຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສາທະລະນະສຸກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້, ອົງການບໍລິຫານ ແລະ ຄຸ້ມຄອງຕົວເມືອງວຽງຈັນ ຈະໄດ້ດຳເນີນນັບແຕ່ວັນທີ 23 – 28 ກັນຍາ 2019.
ທ່ານ ຄຳເພັດ ວົງດາລາ ກ່າວວ່າ: ປັດຈຸບັນສະພາບເສດຖະກິດ – ສັງຄົມຂອງລາວເຮົາກຳລັງເຕີບໂຕຢ່າງຕໍ່ເນື່ອງ ເຊິ່ງການນຳໃຊ້ວັດຖຸເຄມີຈຶ່ງຖືກນຳໃຊ້ເຂົ້າໃນຫຼາຍຂະແໜງການ ເປັນຕົ້ນແມ່ນ: ຂະແໜງສາທາລະນະສຸກ, ກະສິກຳ ແລະ ອຸດສາຫະກຳ – ການຄ້າ ແລະ ອື່ນໆ ເຊິ່ງວັດຖຸເຄມີຈະມີຜົນດີຫຼາຍດ້ານຕໍ່ກັບການພັດທະນາ, ແຕ່ກໍປາສະຈາກທ່າອ່ຽງທີ່ຈະປະເຊີນກັບຄວາມສ່ຽງຈາກເຫດການ ແລະ ຜົນກະທົບດ້ານລົບຈາກທາດເຄມີຕໍ່ກັບຄວາມປອດໄພຂອງຄົນ. ສະນັ້ນ, ຈຶ່ງຈຳເປັນຕ້ອງມີວິທີການ ແລະ ລະບຽບການຄຸ້ມຄອງ – ຕິດຕາມກວດກາທີ່ມີປະສິດທິພາບ ແລະ ຮັດກຸມຕໍ່ກັບຄວາມປອດໄພໃນການນຳໃຊ້ວັດຖຸດັ່ງກ່າວ.
ທ່ານກ່າວຕື່ມວ່າ: ຜ່ານມາວຽກງານການຫຼຸດຜ່ອນ ຄວາມສ່ຽງທາງດ້ານເຄມີ ແລະ ສິ່ງເສດເຫຼືອທາງດ້ານເຄມີຂອງ ສປປ ລາວ ແມ່ນຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງຂາດການສົ່ງເສີ່ມ ຄວາມຮູ້, ຄວາມຊຳນິຊຳນານສະເພາະດ້ານ, ລະບົບການຄຸ້ມຄອງ, ຕິດຕາມກວດກາກໍຍັງບໍ່ທັນເປັນລະບົບຄົບຊຸດ, ເຄື່ອງມືອຸປະກອນກໍຍັງຂາດແຄນ, ລະດັບພະນັກງານວິຊາການກໍຍັງບໍ່ມີປະສົບການໃນການໃຫ້ຄໍາແນະນໍາໃຫ້ແກ່ພະນັກງານ, ພໍ່ແມ່ – ປະຊາຊົນເພື່ອໃຫ້ໄດ້ເຖິງ ຄວາມໝາຍຄວາມສຳຄັນ ແລະ ຄຳນຶງເຖິງຄວາມປອດໄພການນຳໃຊ້ສານເຄມີຕ່າງໆໃນແຕ່ລະຂົງເຂດ.
ການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນປະສົບການ ຫຼື ເຫດການເຄມີຕ່າງໆ ໂດຍສະເພາະແມ່ນບັນຫາ ແລະ ຂໍ້ຫຍຸ້ງຍາກທີ່ໄດ້ພົບເຫັນ ເພື່ອຊອກຫາວິທີການແກ້ໄຂບັນຫາດັ່ງກ່າວ ທັງເປັນການເພີ່ມທະວີການປະສານງານລະຫວ່າງໜ່ວຍງານຂອງລັດ ແລະ ເອກະຊົນເພື່ອແນໃສ່ການຄຸ້ມຄອງ ແລະ ສິ່ງເສດເຫຼືອທາງດ້ານເຄມີ ລວມທັງຄວາມພ້ອມຮັບມືໃນການຕອບໂຕ້ເຫດການສຸກເສີນທາງດ້ານ CBRN ໃຫ້ສອດຄ່ອງກັບລະບຽບຫຼັກການຂອງສາກົນ.
[ ຂ່າວ: ສົມສະຫວິນ, ຮູບ: ບຸນທັນ ]