ນວ ມອບເຄື່ອງຊ່ວຍເຫຼືອປະຊາຊົນຖືກກະທົບຈາກໄພນໍ້າຖ້ວມສອງແຂວງພາກກາງ

50

ໃນວັນທີ 19 ກັນຍາ 2019 ຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ພ້ອມຄະນະໄດ້ເດີນທາງຢ້ຽມຢາມສອງແຂວງພາກກາງ ຄື: ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ເຊິ່ງການຢ້ຽມຢາມຄັ້ງນີ້ກໍເພື່ອເປັນການຖາມໄຖ່ຜົນກະທົບຈາກສະພາບນໍ້າຖ້ວມໃນສອງແຂວງດັ່ງກ່າວ. ພ້ອມກັນນີ້, ຍັງໄດ້ນໍາເອົາເຄື່ອງບໍລິໂພກ – ອຸປະໂພກເຂົ້າສານ ແລະ ແນວພັນເຂົ້າມອບໃຫ້ແຂວງຄຳມ່ວນ ປະກອບມີເຄື່ອງອຸປະໂພກ – ບໍລິໂພກເຂົ້າສານ ແລະ ແນວພັນເຂົ້ານິດ ເປັນມູນຄ່າ 33,7 ລ້ານກີບ ແລະ ເງິນສົດ 40 ລ້ານກີບ ສ່ວນແຂວງສະຫວັນນະເຂດ ໄດ້ຮັບເຄື່ອງຊ່ວຍເຫຼືອເປັນເຄື່ອງອຸປະໂພກ – ບໍລິໂພກເຂົ້າສານ ແລະ ແນວພັນເຂົ້າປູກ ມູນຄ່າ 86,6 ລ້ານກີບ ພ້ອມເງິນສົດ 145 ລ້ານກີບ.

ສໍາລັບສະພາບນໍ້າຖ້ວມຢູ່ແຂວງຄໍາມ່ວນໃນຕົ້ນເດືອນກັນຍາຜ່ານມາໄດ້ສົ່ງຜົນກະທົບເຖິງ 6 ເມືອງຄື: ເມືອງໜອງບົກ, ເຊບັ້ງໄຟ, ມະຫາໄຊ, ຍົມມະລາດ, ບົວລະພາ ແລະ ເມືອງໄຊບົວທອງ ມີບ້ານໄດ້ຮັບຜົນກະທົບ 231 ບ້ານ, ປະຊາຊົນຖືກກະທົບ 16.670 ຄອບຄົວ, ມີ 69.844 ຄົນ ໄດ້ຍົກຍ້າຍໄປຢູ່ຈຸດຫຼົບໄພ – ເຮືອນພີ່ນ້ອງ 36 ບ້ານ, ມີ 1.325 ຄອບຄົວ, ມີ 5.589 ຄົນ. ນອກນີ້, ຍັງສົ່ງຜົນກະທົບໃສ່ເນື້ອທີ່ນາ, ລະບົບຊົນລະປະທານ, ສັດລ້ຽງ, ເສັ້ນທາງຄົມມະນາຄົມ, ການຮຽນຕ້ອງໄດ້ໂຈະຊົ່ວຄາວ, ສຸກສາລາບໍ່ສາມາດເປີດໃຫ້ບໍລິການໄດ້.

ສ່ວນສະພາບນໍ້າຖ້ວມຢູ່ແຂວງສະຫວັນນະເຂດ ກະທົບຢູ່ 10 ເມືອງ ໜັກກວ່າໝູ່ແມ່ນເມືອງຈໍາພອນ, ສອງຄອນ ແລະ ຊົນນະບູລີ ຈໍານວນບ້ານຖືກກະທົບ 165 ບ້ານ ປະກອບມີຫຼາຍກວ່າ 13.736 ຄອບຄົວ ປະຊາຊົນໄດ້ຍົກຍ້າຍໄປຢູ່ບ່ອນລີ້ໄພ 81 ບ້ານ ມີ 7.433 ຄອບຄົວ, ເນື້ອທີ່ນາປີຖືກຖ້ວມ 49.274 ເຮັກຕາ, ເນື້ອທີ່ປູກພືດເສຍຫາຍ 2.585 ເຮັກຕາ, ລະບົບຊົນລະປະທານຖືກກະທົບ ເຊັ່ນ: ອ່າງເກັບນໍ້າ 11 ແຫ່ງ, ຄູກັນນໍ້າ 4 ແຫ່ງ, ປະຕູນໍ້າ 12 ແຫ່ງ ແລະ ສະຖານີສູບນໍ້າ 9 ແຫ່ງ ເສັ້ນທາງຖືກກະທົບຫຼາຍກວ່າ 54 ເສັ້ນ, ໂຮງຮຽນຖືກຖ້ວມ 165 ແຫ່ງ ແລະ ມີ 187 ແຫ່ງ.

ໂອກາດດຽວກກັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະຍັງໄດ້ເດີນທາງຢ້ຽມຢາມເມືອງຕ່າງໆທີ່ໄດ້ຮັບຜົນກະທົບໃນເຫດໄພພິບັດ ແລະ ສະແດງຄວາມເສຍໃຈຕໍ່ເຫດການໄພພິບັດຄັ້ງນີ້.

( ຂ່າວ: ສຸລິນ, ຮູບ: ສຸລິໂຍ )