ນ້ອງ ໂສລະຍາ ກັບໜ້າທີ່ນາງສາວວັດທະນະທໍາ

218

ຫຼັງຈາກປະກາດຜົນເປັນທີ່ຮຽບຮ້ອຍກັບ Miss Teen Laos 2019 ຄົນທໍາອິດຂອງປະເທດລາວ ຄື: ນາງ ໂສລະຍາ  ລິນຄອນດີ ໂດຍໄດ້ຮັບໜ້າທີ່ເປັນນາງສາວວັດທະນະທໍາເປັນເວລາ 1 ປີ ແລະ ຍັງເປັນປະສົບການອັນຍິ່ງໃຫຍ່ທີ່ມີກຽດອີກດ້ວຍ.

ນາງ ໂສລະຍາ ລິນຄອນດີ ຫຼື ໂສ Miss Teen Laos 2019 ໃຫ້ສໍາພາດວ່າ: ຈຸດເລີ່ມຕົ້ນການປະກວດຄິດວ່າຢາກຫາປະສົບການເພື່ອເປີດໂອກາດໃຫ້ຕົນເອງໄດ້ຮຽນຮູ້ ແລະ ໄດ້ເຮັດໃນສິ່ງທີ່ຮັກຈຶ່ງຕັດສິນໃຈສະໝັກເຂົ້າປະກວດ. ສ່ວນປະສົບການນັບແຕ່ມື້ທໍາອິດຈົນຮອດມື້ໄດ້ລາງວັນແມ່ນມິດຕະພາບທີ່ດີ, ມີ ຄວາມສຸກຫຼາຍເວລາທີ່ເກັບຕົວຢູ່ກັບໝູ່ໆໜ້າຮັກທຸກຄົນ, ໄດ້ຄວາມຄິດໃໝ່ໆ, ໄດ້ມຸມມອງໃນການເບິ່ງບັນຫາໃໝ່ຄືການຄິດກວ້າງຂຶ້ນ, ຄິດໃນແງ່ດີຕະຫຼອດ ແລະ ພ້ອມທີ່ຈະເປັນແບບຢ່າງໃຫ້ແກ່ໄວໜຸ່ມໃຫ້ໄດ້ດີທີ່ສຸດ. ຕົນເອງໄດ້ຊ່ວຍເຫຼືອສັງຄົມ ຫຼື ຄົນທຸກຍາກເປັນສິ່ງທີ່ຮັກ ແລະ ຢາກມີໂອກາດໄດ້ເຮັດແບບນີ້ມາດົນແລ້ວ ເຊິ່ງເວທີນີ້ກໍໄດ້ພາເຮັດມາແລ້ວສ່ວນໜຶ່ງ.

ເລີ່ມຈາກການຊ່ວຍເຫຼືອຄົນທຸກຍາກກໍຈະເຮັດໄປເລື້ອຍໆ ແລະ ຈະເປັນກະບອກສຽງໜຶ່ງທີ່ຈະເຮັດໃຫ້ໄວໜຸ່ມໄດ້ຮູ້ເຖິງ ຄວາມສໍາຄັນຂອງການສຶກສາ ພ້ອມທັງກຽມຕົວເພື່ອຈະໄປປະກວດຕໍ່ຢູ່ຕ່າງປະເທດ. ສໍາລັບຜົນງານທີ່ຜ່ານມາແມ່ນຖ່າຍ MV ເພງ “ ຈະເປັນໄປໄດ້ບໍ່ ” ແລະ ເພງ “ ມໍ 7 ”. ນອກນີ້, ກໍຖ່າຍແບບຮ້ານຄໍາພູວົງ, ຖ່າຍວາລະສານ, ເດີນແບບ wow fashion week, ຖ່າຍປະຕິທິນ, ສະແດງຊີຣີ, ມີຜົນງງານເພງຂອງຕົນເອງ “ ເພື່ອນຮ້າຍ ” ແລະ “ My love is you ” ພ້ອມທັງເປັນນາງສາວວັດທະນະທໍາ.

ໃນນາມທີ່ຕົນເອງເປັນໄວໜຸ່ມຄົນໜຶ່ງຈະເປັນກະບອກສຽງໃຫ້ໄວໜຸ່ມໄດ້ຂ້າມຜ່ານ ຄວາມຢ້ານໃນການສະແດງອອກ, ເປັນແບບຢ່າງທີ່ດີໃຫ້ໄວໜຸ່ມສົ່ງເສີມເລື່ອງການສຶກສາ, ກີລາ ແລະ ຕໍ່ຕ້ານໃນສິ່ງທີ່ບໍ່ດີເພື່ອໃຫ້ເປັນແບບຢ່າງທີ່ດີທີ່ສຸດໃຫ້ສົມກັບທີ່ໄດ້ຕໍາແໜ່ງ ຈະບໍ່ເຮັດໃຫ້ໃຜຜິດຫວັງແນ່ນອນ ພ້ອມທັງເປັນຄົນດີ ແລະ ເຊື່ອວ່າບໍ່ມີຫຍັງດີໄປເທົ່າການທີ່ເຮົາເຮັດດີ.

ຢາກຂອບໃຈທີ່ເຊຍ ແລະ ໃຫ້ກໍາລັງໃຈສະເໝີມາຂໍສັນຍາວ່າຈະປະຕິບັດໜ້າທີ່ໃຫ້ດີທີ່ສຸດພາຍໃນ 1 ປີເຕັມ. ສຸດທ້າຍຢາກຂໍຝາກຜົນງານຂອງ miss teen laos ວ່າຈະເຄື່ອນໄຫວຫຍັງແດ່ ແລະ ໃຫ້ກໍາລັງໃຈໃນທຸກໆຜົນງານ ສາມາດຕິດຕາມການເຄື່ອນໄຫວຂອງນ້ອງ ໂສ ໄດ້ທີ່: FB: Miss champa laos ແລະ FB: soraya’s conde.

( ຂ່າວ: ນຸ້ມນິ້ມ )

( ຮູບ: soraya’s conde )