ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 23 ຫາ 29 ກັນຍາ 2019ວ່າ: ໃນໄລຍະວັນທີ 23 ຫາ 27 ກັນຍາ 2019 ຄວາມກົດດັນສູງຂອງອາກາດເປັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ ແຂວງພາກເໜືອ ຫາ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງພາກເໜືອ ລົງຫາ ພາກກາງ ດ້ານຕາເວັນອອກ, ພ້ອມຈະມີລົມພັດແຮງເປັນບາງໂອກາດ ແລະ ຈະມີຝົນໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກໃຕ້.
ພາບປະກອບຂ່າວ
ຈາກນັ້ນ, ວັນທີ 28 ຫາ ວັນທີ 29 ກັນຍາ 2019 ຄວາມກົດດັນອາກາດສູງທີ່ມີກໍາລັງອ່ອນຍັງຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.
ເຊິ່ງຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາບປະກອບຂ່າວ
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 23 ຫາ 29 ກັນຍາ 2019 ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 25 – 27 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 23 ຫາ 29 ກັນຍາ 2019 ອາກາດເຢັນໃນຕອນເຊົ້າພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 31 – 33 ອົງສາ.
ພາບປະກອບຂ່າວ
ພາກກາງ: ໃນໄລຍະວັນທີ 23 ຫາ 27 ກັນຍາ 2019 ອາກາດອ່າວເຢັນພ້ອມມີຫມອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 28 ຫາ 29 ກັນຍາ 2019 ອາກາດຈະຮ້ອນຂຶ້ນໃນຕອນກາງເວັນ ແລະ ມີຝົນຕົກກະຈາຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 21 – 23 ອົງສາ ແລະ ສູງສຸດ 33 – 35 ອົງສາ.
ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 23 ຫາ 20 ກັນຍາ 2010 ອາກາດເຢັນພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສູດ 14 – 16 ອົງສາ ແລະ ສູງສຸດ 26 – 20 ອົງສາ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 23 ຫາ 20 ກັນຍາ 2010 ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 32 – 34 ອົງສາ.
ພາກໃຕ້: ໃນໄລຍະວັນທີ 23 ຫາ 29 ກັນຍາ 2019 ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດຮ້ອນໃນຕອນບ່າຍ, ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຈໍາປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕໍ່າສຸດ 22 – 24 ອົງສາ ແລະ ສູງສຸດ 31 – 33 ອົງສາ.
ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 23 ຫາ 29 ກັນຍາ 2019 ອາກາດໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງ ສູດ 22 – 24 ອົງສາ.