ເພື່ອນ້ອງໆ! ເຕັກນິກ 7 ວິທີຊ່ວຍໃຫ້ຮຽນເກັ່ງໄດ້

240

ໃນຊີວິດໄວຮຽນຜູ້ໃດກໍ່ຍາກຮຽນເກັ່ງ ເພາະວ່າຄົນຮຽນເກັ່ງມີຂໍ້ໄດ້ປຽບກວ່າຄົນທີ່ຮຽນບໍ່ເກັ່ງຢ່າງຫຼວງຫຼາຍ, ບໍ່ວ່າຈະເປັນໂອກາດທີ່ຈະເສັງເຂົ້າໂຮງຮຽນທີ່ມີຊື່ສຽງ ມະຫາວິທະຍາໄລທີ່ມີຊື່ສຽງຫຼາຍກວ່າ, ອີກຢ່າງຍັງເປັນຄວາມພາກພູມໃຈໃຫ້ພໍ່-ແມ່ອີກ, ຖ້າຫາກວ່າມີລູກຮຽນເກັ່ງບາງຄົນອາດຈະເສຍເງິນໄປຮຽນບຳລຸງເພີ່ມຫຼາຍໆບ່ອນ ໂດຍຫວັງວ່າຕົວເອງຈະຮຽນເກັ່ງຂຶ້ນ, ແລະ ມື້ນີ້, ພວກເຮົາຈະນຳເອົາ 7 ເຕັກນິກການຮຽນເກັ່ງ ທີ່ຈະເຮັດໃຫ້ນ້ອງໆຮຽນເກັ່ງຂຶ້ນທັນທີ ໂດຍບໍ່ຕ້ອງເມື່ອຍກັບການຮຽນບຳລຸງຫຼາຍເກີນໄປ ນ້ອງໆລອງນຳເອົາເຄັດລັບຮຽນເກັ່ງເຫຼົ່ານີ້ໄປຝຶກຝົນຕົນເອງເບິ່ງ.

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

  1. ພັກຜ່ອນໃຫ້ພຽງພໍ: ການພັກຜ່ອນພຽງພໍເປັນສິ່ງຈຳເປັນຫຼາຍຖ້າຍາກຮຽນເກັ່ງ ເພາະຖ້າຫາກເຮົາພັກຜ່ອນບໍ່ພຽງພໍອາດຈະເຮັດໃຫ້ຊ່ວງເວລາຮຽນຂອງເຮົານັ້ນ, ບໍ່ສົດຊື່ນ, ສະໝອງບໍ່ແລ່ນ ແລະ ອາດເຖິງຂັ້ນນອນຫຼັບໃນຫ້ອງຮຽນໄດ້ ເຊິ່ງຈະນຳໄປສູ່ຄວາມບໍ່ເຂົ້າໃຈໃນເນື້ອຫາທີ່ຮຽນໃນຊົ່ວໂມງດັ່ງກ່າວນັ້ນເອງ, ດັ່ງນັ້ນ, ເຮົາຈຶ່ງແນະນຳໃຫ້ນ້ອງໆພັກຜ່ອນໃຫ້ພຽງພໍໂດຍຄວນນອນວັນລະ 6-8 ຊົ່ວໂມງ ເພື່ອເຮັດໃຫ້ຊວງເວລາຮຽນນັ້ນສະໝອງສາມາດເຮັດວຽກໄດ້ຢ່າງເຕັມທີ່ ຊຶ່ງຈະເຮັດໃຫ້ນ້ອງໆເຂົ້າໃຈເນື້ອໃນບົດຮຽນໄດ້ຢ່າງຈະແຈ້ງນັ້ນເອງ.

 

ในภาพอาจจะมี หนึ่งคนขึ้นไป และโทรศัพท์

ເປັນພຽງພາບປະກອບຂ່າວເທົ່ານັ້ນ

  1. ກ້າຖາມໃນເວລາທີ່ບໍ່ເຂົ້າໃຈ: ເຕັກນິກຂໍ້ນີ້ ອາດເປັນສິ່ງທີ່ຂັດກັບນັກຮຽນຫຼາຍໆຄົນ ເພາະຂໍ້ເສຍທີ່ສຳຄັນຂອງນັກຮຽນຍ່າງໜຶ່ງນັ້ນກໍ່ຄື ບໍ່ກ້າຖາມເມື່ອເວລາບໍ່ເຂົ້າໃຈ, ອາດເປັນເພາະຢ້ານໝູ່ເວົ້າວ່າຮຽນອ່ອນ ຫຼື ອາຍທີ່ຈະຍົກມືຖາມອາຈານ, ແຕ່ນັ້ນຈະເຮັດໃຫ້ນ້ອງໆບໍ່ເຂົ້າໃຈເນື້ອໃນທີ່ຮຽນເລີຍ, ຖ້າເກັບຄວາມບໍ່ເຂົ້າໃຈໄວ້ໜຶ່ງຄຳຖາມ ການຮຽນຕໍ່ໄປທີ່ຕ້ອງໃຊ້ພື້ນຖານຈາກຄວາມເຂົ້າໃຈເລື່ອງກ່ອນໜ້ານີ້, ນ້ອງໆກໍຈະບໍ່ເຂັ້າໃຈເພາະວ່າບໍ່ເຂົ້າໃຈບົດຮຽນທີ່ຮຽນຜ່ານມາ ແລະ ຈະເຮັດໃຫ້ການຮຽນຂອງນ້ອງໆມີຄຳຖາມທີ່ບໍເຂົ້າໃຈເຕັມໄປໝົດ, ດັ່ງນັ້ນ, ຖ້າຢາກຮຽນເກັ່ງແມ່ໃຫ້ “ກ້າຖາມ” ເພາະການຖາມຄໍາຖາມອາຈານໃນຫ້ອງຮຽນບໍ່ແມ່ນເລື່ອງໜ້າອັບອາຍ ຫຼື ບໍ່ໄດ້ໝາຍຄວາມວ່າຕົນເອງຮຽນອ່ອນ, ຫຼາຍໆຄັ້ງຄຳຖາມທີ່ນ້ອງໆຖາມໃນຫ້ອງຮຽນກໍເປັນຄຳຖາມທີ່ໜ້າສົນໃຈຈົນເຮັດໃຫ້ອາຈານພູມໃຈໄດ້ຄືກັນ.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ເປັນພຽງພາບປະກອບຂ່າວເທົ່ານັ້ນ

  1. ມີສະມາທິໃນເວລາຮຽນຄື: ເວລາຮຽນນັ້ນບໍ່ຕ້ອງສົນໃຈໄປກັບສິ່ງທີ່ລົບກວນສະມາທິຢູ່ອອ້ມຂ້າງ ເຊັ່ນ: ໝູ່ຊວນລົມ, ໝູ່ລົມກັນສຽງດັງ, ສຽງເຕະບານຈາກເດີນເຕະບານ, ສຽງກໍສ້າງຂ້າງໆໂຮງຮຽນ ແລະ ອື່ນໆອີກຫຼາຍຢ່າງ, ສິ່ງລົບກວນບາງຢ່າງເຊັ່ນ: ໝູ່ຊວນລົມ, ໝູ່ລົມກັນສຽງດັງ ເປັນສິ່ງທີ່ຫຼີກລ່ຽງໄດ້ໂດຍການບໍ່ນັ່ງໃນບໍລິເວນໃກ້ໆ ກໍຄວນຫຼີກລຽງການຮຽນຍ່າງມີສະມາທິນັ້ນຈະເຮັດໃຫ້ນ້ອງໆເຂົ້າໃຈບົດຮຽນ ແລະ ເຮັດຄະແນນສອບເສັງໄດ້ຫຼາຢ່າງແນ່ນອນ ເພາະສິ່ງທີ່ອາຈານອອກບົດສອບເສັງກໍ່ລ້ວນແລ້ວແຕ່ເປັນບົດຮຽນທີ່ສອນໃນຫ້ອງຮຽນນັ້ນລະ.

 

ในภาพอาจจะมี 1 คน, กำลังนั่ง, ตาราง, คอมพิวเตอร์แล็ปท็อป และสถานที่ในร่ม

ເປັນພຽງພາບປະກອບຂ່າວເທົ່ານັ້ນ

  1. ຈັບປະເດັ່ນໃຫ້ໄດ້ຄື: ຄົນທີ່ຮຽນເກັ່ງອາດຈະບໍ່ເກັບທຸກຄໍາເວົ້າຂອງອາຈານໄດ້ ແຕ່ຕ້ອງເປັນຄົນທີ່ຈັບປະເດັນສຳຄັນໃນບົດຮຽນນັ້ນໆໄດ້, ການຈັບປະເດັນເປັນເຕັກນິກການຮຽນເກັ່ງທີ່ສາມາດເຮັດໄດ້ງ່າຍ ໂດຍຕັ້ງໃຈຟັງວ່າເນື້ອໃນໃດທີ່ອາຈານເວົ້າຢໍ້າກັນຫຼາຍເທື່ອ ເວົ້າວ່າບ່ອນຈຸດສຳຄັນ ຫຼື ຈຸດເຄີຍອອກຂໍ້ສອບເສັງ ເມື່ອຈັບປະເດັນສຳຄັນໄດ້ກໍຍ່າລືມຂີດວົງອ້ອມໄວ້ ເພື່ອທີ່ເວລາກັບມາອ່ານຄືນຈະໄດ້ເນັ້ນອ່ານຈຸດທີ່ສຳຄັນ.
  2. ອ່ານເນື້ອໃນກ່ອນຮຽນ: ການອ່ານເນື້ອໃນກ່ອນຮຽນເປັນສິ່ງທີ່ຄວນເຮັດຖ້າຫາກມີເວລາເພາະການທີ່ໄດ້ອ່ານເນື້ອໃນຜ່ານໄປແລ້ວນັ້ນຈະເຮັດໃຫ້ເຮົາສາມາດຈັບປະເດັນໄດ້ວ່າເນື້ອໃນທີ່ກຳລັງຈະຮຽນນັ້ນເວົ້າເຖິງເລື່ອງຫຍັງ, ອີກຢ່າງເມື່ອອ່ານເນື້ອໃນໄປກ່ອນຮຽນນັ້ນຈະເຮັດໃຫ້ເຮົາມີຂໍ້ສົງໃສໃນບາງປະເດັນແລ້ວເມື່ອຮຽນໃນຫ້ອງຮຽນຈະຖາມຂໍ້ສົງໃສເຫຼົ່ານັ້ນກັບອາຈານສອນໄດ້ທັນທີ.

 

ในภาพอาจจะมี 3 คน, ผู้คนกำลังนั่ง และตาราง

ເປັນພຽງພາບປະກອບຂ່າວເທົ່ານັ້ນ

  1. ຍ່າເອົາແຕ່ຈົດຢ່າງດຽວ: ການຮຽນໃນຫ້ອງຮຽນນັ້ນ, ບໍ່ຕ້ອງເອົາແຕ່ຈົດສິ່ງທີ່ອາຈານຂຽນຢູ່ກະດານຕ້ອງຟັງຄຳອະທິບາຍ ແລະ ທຳຄວາມເຂົ້າໃຈສິ່ງທີ່ອາຈານເວົ້ານຳ, ເພາະຫຼາຍໆຄັ້ງທີ່ເອົາແຕ່ຈົດ ໂດຍບໍ່ຟັງ ແລະ ບໍ່ທຳຄວາມເຂົ້າໃຈເລີຍ ເຮົາຈະພົບວ່າເມື່ອນຳສິ່ງທີ່ຈົດນັ້ນກັບມາອ່ານອີກຄັ້ງ ຈະຮູ້ສຶກບໍ່ເຂົ້າໃຈເນື້ອໃນທີ່ຈົດມາເລີຍ.
  2. ສອນໝູ່ເພື່ອນໃນເລື່ອງທີ່ເຂົ້າໃຈ: ມີງານວິໄຈໄດ້ພິສູດມາແລ້ວວ່າ ວິທີການຮຽນທີ່ເຮັດໃຫ້ຈົດຈຳໄດ້ຍາວນານທີ່ສຸດຄື “ການສອນ” ເພາະໃນການສອນນັ້ນຜູ້ສອນຈະຕ້ອງເຂົ້າໃຈເນື້ອໃນຢ່າງແທ້ຈິງ, ຮູ້ວ່າເນື້ອໃນຈຸດໃດສຳຄັນ ຫຼື ບໍ່ສຳຄັນ ແລະ ສາມາດລຽງລຳດັບເນື້ອໃນທີ່ຈະສອນເພື່ອໃຫ້ຜູ້ຟັງເຂົ້າໃຈ, ດັ່ງນັ້ນ ການສອນໝູ່ເພື່ອນຈະເຮັດໃຫ້ນ້ອງໆໄດ້ທຳຄວາມເຂົ້າໃຈເນື້ອໃນນັ້ນໆຢ່າງເປັນລະບົບເຮັດໃຫ້ນ້ອງໆໄດ້ທວນຄືນຄວາມຮູ້, ຄວາມເຂົ້າໃຈຂອງຕົວເອງ ແລະ ເຮັດໃຫ້ມີແຕ່ໝູ່ເພື່ອຮັກເຮົາ, ຖ້າເຮົາບໍ່ເຂົ້າໃຈຈຸດໃດທີ່ພວກເຂົາກໍ່ພ້ອມທີ່ຈະອະທິບາຍໃຫ້ນ້ອງໆເຂົ້າໃຈ.

 

ในภาพอาจจะมี 4 คน, คนที่ยิ้ม, ผู้คนกำลังนั่ง

ເປັນພຽງພາບປະກອບຂ່າວເທົ່ານັ້ນ