ເມສຊີ ເໜືອກວ່າ ໂຣນັລໂດ – ຟານໄດ ຄວ້າລາງວັນນັກເຕະດີເດັ່ນຂອງ ຟີຟາ 2019

166

ລິໂອເນລ ເມສຊີ ກອງໜ້າຂອງ ບາເຊໂລນາ ຄວ້າລາງວັນນັກເຕະດີເດັ່ນຂອງ ສະຫະພັນບານເຕະນາໆຊາດ ( ຟີຟາ ) ຫຼື ເດິ ເບສ ຟີຟາ ເມນສ໌ ເພລເຢີ ປະຈໍາປີ 2019 ຈາກການປະກາດໃນວັນທີ 23 ກັນຍາ 2019 ທີ່ເມືອງມິລານ ປະເທດອິຕາລີ, ສ່ວນຝ່າຍຍິງຕົກເປັນຂອງ Megan Rapinoe ຫົວໜ້າທີມຊາດສະຫະລັດອາເມຣິກາ.

ເມສຊີ ສ້າງຜົນງານໄດ້ຢ່າງໂດດເດັ່ນໃນລະດູການ 2018-2019 ດ້ວຍການຍິງໄປ 51 ປະຕູ ຈາກການລົງຫຼິ້ນໃຫ້ກັບ ບາເຊໂລນາ 50 ນັດ, ເຊິ່ງດ້ວຍຜົນງານທີ່ໂດດເດັ່ນດັ່ງກ່າວ ເຮັດໃຫ້ລາວໄດ້ຮັບເລືອກໃຫ້ຄວ້າລາງວັນນັກເຕະດີເດັ່ນຂອງ ຟີຟາ ດ້ວຍການເອົາຊະນະ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ແລະ ເຟີຈິ ຟານ ໄດ ກອງຫຼັງຂອງ ລິເວີພູລ.

ສະຫຼຸບນັກເຕະຊາຍດີເດັ່ນສະໄໝປ່ຽນຊື່ມາເປັນ ເດິ ເບສ ຟີຟາ ເມນສ໌ ເພລເຢີ ນັບແຕ່ປີ 2016 ຈົນເຖິງປັດຈຸບັນມີດັ່ງນີ້:
-2016 ຄຣິສເຕຍໂນ ໂຣນັລໂດ ຈາກຣີລ ມາດຣິດ,
-2017 ຄຣິສເຕຍໂນ ໂຣນັລໂດ ຈາກຣີລ ມາດຣິດ

-2018 ລູກາ ໂມດຣິຊ ຈາກຣີລ ມາດຣິດ
-2019 ລິໂອເນລ ເມສຊີ ຈາກບາເຊໂລນາ
(ຮູບຈາກ: AP)