ເສດຖະກິດນູແວນເຊລັງ ຂະຫຍາຍຕົວຕໍ່າສຸດໃນຮອບ 5 ປີ

49

ສໍານັກງານສະຖິຕິແຫ່ງຊາດ ນູແວນເຊລັງ ລາຍງານວ່າ: ເສດຖະກິດນູແວນເຊລັງ ໃນໄລຍະ 12 ເດືອນ ຈົນເຖິງເດືອນມິຖຸນາ ຂອງປີນີ້ຂະຫຍາຍຕົວ 2,1% ຕໍ່າທີ່ສຸດໃນຮອບ 5 ປີ ເພີ່ມກະແສຄາດຄະເນວ່າທະນາຄານກາງ ນູແວນເຊລັງ ຈະຫຼຸດອັດຕາດອກເບ້ຍນະໂຍບາຍອີກໃນມໍ່ໆນີ້.

ເສດຖະກິດນູແວນເຊລັງ ສະເພາະເດືອນເມສາ – ເດືອນມິຖຸນາທີ່ຜ່ານມາ ຂະຫຍາຍຕົວພຽງ 0,5% ຕໍ່າກວ່າທີ່ຕະຫຼາດຄາດຄະເນ ເນື່ອງຈາກການຜະລິດ ແລະ ບໍ່ແຮ່ງຽບເຫງົາ ໂດຍບັນດານັກເສດຖະສາດຄາດຄະເນວ່າຕົວເລກນີ້ຈະກະຕຸ້ນໃຫ້ທະນາຄານກາງນູແວນເຊລັງ ຫຼຸດອັດຕາດອກເບ້ຍນະໂຍບາຍລົງອີກຫຼັງຈາກຫຼຸດເໜືອ ຄວາມຄາດໝາຍ 0,5% ໄປຢູ່ທີ່ລະດັບຕໍ່າເປັນປະຫວັດສາດທີ່ 1% ເມື່ອເດືອນກ່ອນຄັ້ງນັ້ນ ໃຫ້ເຫດຜົນວ່າຕ້ອງການກະຕຸ້ນເສດຖະກິດໃຫ້ໄປຕາມເປົ້າໝາຍການຈ້າງວຽກ ແລະ ອັດຕາເງິນເຟີ້.

ນັກເສດຖະສາດຂອງທະນາຄານກາງນູແວນເຊລັງ ເຫັນວ່າ: ເສດຖະກິດຂອງປະເທດມີບັນຫາໃນການຂະຫຍາຍຕົວ ເນື່ອງຈາກຄວາມເຊື່ອໝັ້ນພາກທຸລະກິດ ແລະ ຄົວເຮືອນອ່ອນແອລົງ, ຄຽງຄູ່ກັບຄວາມບໍ່ແນ່ນອນໃນຕະຫຼາດໂລກຮ້າຍແຮງຂຶ້ນ.

ນອກຈາກນີ້, ຄາດຄະເນວ່າທະນາຄານກາງຈະຫຼຸດອັດຕາດອກເບ້ຍນະໂຍບາຍລົງອີກ 0,25% ໃນກອງປະຊຸມເດືອນພະຈິກທີ່ຈະເຖິງນີ້ ແລະ ອາດຈະຫຼຸດໃນອັດຕາດຽວກັນອີກໃນຕົ້ນປີໜ້າ.

ຢ່າງໃດກໍຕາມ, ການຫຼຸດອັດຕາດອກເບ້ຍພຽງຢ່າງດຽວອາດຈະບໍ່ຊ່ວຍຫຼາຍປານໃດ, ລັດຖະບານຈໍາເປັນຕ້ອງເພີ່ມການໃຊ້ຈ່າຍໃຫ້ຫຼາຍຂຶ້ນ ເພາະນະໂຍບາຍການເງິນຈະບໍ່ມີປະສິດທິພາບຫາກບໍ່ມີນະໂຍບາຍອື່ນໆທີ່ແຂງແກ່ນສະໜັບສະໜູນ.