ເສດຖະກິດໂລກຢູ່ໃນພາວະເສື່ອມໂຊມ

117

ໄອເອັມເອຟຊີ້ວ່າ:ເສດຖະກິດໂລກຢູ່ໃນພາວະເສື່ອມໂຊມ ແລະ ລັດຖະບານທົ່ວໂລກບໍ່ຄວນເພິ່ງພາພາກທະນາຄານຫຼາຍເກີນໄປ.

ທ່ານ ນາງ ຄຣິດຕິນ ລາກາດ ເລຂາທິການໃຫຍ່ກອງທຶນການເງິນສາກົນຫຼືໄອເອັມເອຟກ່າວວ່າ:ອັດຕາການຂະຫຍາຍຕົວຂອງເສດຖະກິດໂລກຢູ່ໃນພາວະທີ່ເສື່ອມໂຊມ ແລະ ມີຄວາມສ່ຽງ.ພ້ອມທັງກ່າວຕື່ມວ່າ ລັດຖະບານທົ່ວໂລກບໍ່ຄວນເພິ່ງພາພາກທະນາຄານພຽງຢ່າງດຽວ.

ຄຣິດຕິນ ລາກາດ ເຊິ່ງເຫຼືອວາລະໃນຕໍາແໜ່ງຜູ້ບໍລິຫານໄອເອັມເອຟພຽງບໍ່ເທົ່າໃດກ່າວຕື່ມວ່າ:ທະນາຄານກາງຄວນດໍາເນີນນະໂຍບາຍທີ່ສາມາດຄາດຄະເນໄດ້ ແລະ ຄວນຍຶດໝັ້ນໃນໜ້າທີ່ຂອງຕົນເອງ ແລະ ລັດຖະບານຄວນລົງມືແກ້ໄຂບັນຫາເສດຖະກິດດ້ວຍຕົນເອງແທນທີ່ຈະເພິ່ງພາພາກທະນາຄານຫຼາຍຈົນເກີນໄປ.

ຄວາມເຄື່ອນໄຫວດັ່ງກ່າວຂອງຄຣິດຕິນ ລາກາດ ເກີດຂຶດ້ນຫຼັງອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາຫຼືໂອອີຊີດີໄດ້ປັບຫຼຸດຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກເນື່ງຈາກຜົນກະທົບຂອງບັນຫາການຄ້າລະຫວ່າງອາເມຣິກາ ແລະ ຈີນ.

ໂອອີຊີດີປັບຫຼຸດຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກໃນປີນີ້ສູ່ລະດັບ2,9%ເຊິ່ງເປັນລະດັບຕໍ່າທີ່ສຸດນັບຕັ້ງແຕ່ວິກິດການການເງິນໂລກໃນປີ2008-2009ຈາກລະດັບ3,6%ໃນປີກ່ອນ ແລະ ຍັງຄາດຄະເນວ່າເສດຖະກິດໂລກຈະມີການຂະຫຍາຍຕົວ3%ໃນປີ2020.

ກ່ອນໜ້ານີ້,ໂອອີຊີດີຄາດຄະເນໃນເດືອນ ພຶດສະພາທີ່ຜ່ານມາວ່າ:ເສດຖະກິດຈະມີການຂະຫຍາຍຕົວ3,2% ແລະ 3,4%ໃນປີນີ້ ແລະ ໃນປີໜ້າຕາມລໍາດັບ.