ງານກໍ່ສ້າງດ້ວຍລະບົບໂຄງສ້າງເຫຼັກແບບທັນສະໄໝ ແລະ ໄດ້ມາດຕະຖານ ບໍລິລິສັດ ຈົງຈິງ ພ້ອມທີ່ຈະໃຫ້ບໍລິການທ່ານ ໂດຍເນັ້ນຄວາມລະອຽດຕັ້ງແຕ່ຂັ້ນເລີ່ມຕົ້ນ ພ້ອມຮັບອອກແບບໃຫ້ບໍ່ເສຍຄ່າຈົນກວ່າລູກຄ້າພໍໃຈ.
ທ່ານ ລີໄຊ ລາວໂຫຼ ປະທານ ບໍລິສັດ ລົງທຶນຕົກແຕ່ງພາຍໃນ ແລະ ກໍ່ສ້າງ ຈົງຈີງ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ບໍລິສັດ ຈົງຈີງ ໄດ້ມີການຈົດທະບຽນດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບກົດໝາຍແຫ່ງ ສປປ ລາວ ແລະ ບໍລິສັດໄດ້ມີການດໍາເນີນທຸລະກິດຫຼາກຫຼາຍດ້ານເປັນຕົ້ນແມ່ນທຸລະກິດກ່ຽວກັບອະສັງຫາລິມະຊັບ, ຮັບເໝົາກໍ່ສ້າງ ແລະ ການຕົກແຕ່ງພາຍໃນແບບຄົບວົງຈອນ.
ຍ້ອນເຫັນເຖິງຄວາມສຳຄັນຂອງລະບົບໂຄງສ້າງ ແລະ ການກໍ່ສ້າງໃນປັດຈຸບັນຢູ່ບ້ານເຮົາຍັງບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານເທົ່າທີ່ຄວນ. ສະນັ້ນ, ບໍລິສັດ ຈົງຈີງ ຈຶ່ງໄດ້ນຳເຂົ້າຮູບແບບການກໍ່ສ້າງເຮືອນດ້ວຍລະບົບໂຄງສ້າງເຫຼັກເບົາທີ່ທັນສະໄໝ, ມີຄຸນນະພາບ ແລະ ໄດ້ມາດຕະຖານກວ່າ ເພື່ອຍົກສູງແຫຼ່ງທີ່ພັກອາໄສຂອງປະຊາຊົນໃຫ້ດີຂຶ້ນ ແລະ ໄດ້ມາດຕະຖານ ພ້ອມແທດເໝາະກັບສະພາບອາກາດບ້ານເຮົາ.
ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ນະວັດຕະກຳ, ເຕັກນິກ ແລະ ເຕັກໂນໂລຊີການກໍ່ສ້າງເຮືອນໃນຫຼາຍໆປະເທດແມ່ນຈະໄດ້ທັງສີສັນຄວາມງາມ ແລະ ເນັ້ນຄຸນນະພາບສູງ ເຊິ່ງການກໍ່ສ້າງເຮືອນດ້ວຍລະບົບໂຄງສ້າງເຫຼັກນີ້ແມ່ນໄດ້ມີການຫັນປ່ຽນ ແລະ ພັດທະນາມາຢ່າງຕໍ່ເນື່ອງ; ມາຮອດປັດຈຸບັນແມ່ນໄດ້ນໍາໃຊ້ເຕັກໂນໂລຊີເຂົ້າຊ່ວຍໃນການອອກແບບ, ຄິດໄລ່ປະເມີນຜົນ ແລະ ທີ່ສຳຄັນເວລາການກໍ່ສ້າງສັ້ນ ພ້ອມທັງຍັງເປັນການກໍ່ສ້າງແບບນິເວດວິທະຍາທີ່ເປັນມິດກັບສິ່ງແວດລ້ອມ, ປອດໄພຕໍ່ຜູ້ພັກອາໄສ; ສາມາດກໍ່ສ້າງໄດ້ຫຼາກຫຼາຍແບບຕາມຄວາມຕ້ອງການຂອງລູກຄ້າ.
ພ້ອມດຽວກັນນີ້, ບໍລິສັດ ຈົງຈີງ ຍັງເປັນຕົວແທນນຳເຂົ້າຍີ່ຫໍ້ ART MASTER ທີ່ເປັນຜູ້ນຳໃນການຕົກແຕ່ງພາຍໃນເຮືອນດ້ວຍຝາ ແລະ ເພດານສຳເລັດຮູບ ( ຕົກແຕ່ງຮູບ 3D ແລະ 5D ) ຈາກຈີນ ທີ່ກຳລັງໄດ້ຮັບຄວາມນິຍົມຫຼາຍ ເພາະນອກຈາກຄວາມໝັ້ນຄົງ, ທົນທານ ແລະ ປອດໄພຕໍ່ຜູ້ຢູ່ອາໄສແລ້ວ ເຮືອນຍັງເປັນປັດໄຈພື້ນຖານທີ່ສຳຄັນ ແລະ ຈໍາເປັນສຳລັບການດຳລົງຊີວິດຂອງຄົນເຮົາ. ສະນັ້ນ, ຈຶ່ງຕ້ອງມີການຕົກແຕ່ງພາຍໃນໃຫ້ມີຄວາມສວຍງາມ, ຫຼູຫຼາ ເພື່ອເພີ່ມຄວາມສຸກໃຫ້ກັບຄອບຄົວ ແລະ ຍົກຊີວິດການເປັນຢູ່.
■ ການສ້າງເຮືອນດ້ວຍລະບົບໂຄງເຫຼັກພ້ອມຕົກແຕ່ງ.
▶ ຂໍ້ດີຂອງການກໍ່ສ້າງເຮືອນດ້ວຍລະບົບໂຄງສ້າງເຫຼັກ ( ຈຸດພິເສດ ).
- ປະຢັດເວລາໃນການກໍ່ສ້າງ ເພາະແຕ່ລະຊິ້ນສ່ວນຂອງໂຄງສ້າງແມ່ນໄດ້ຜະລິດມາຈາກໂຮງງານແລ້ວ, ພໍຮອດໜ້າວຽກມີແຕ່ເອົາຊິ້ນສ່ວນຕ່າງໆມາປະກອບເຂົ້າກັນ.
-
ໃຊ້ເວລາສັ້ນພຽງ 3 – 4 ເດືອນ ໃນການກໍ່ສ້າງກໍສໍາເລັດສົມບູນ.
-
ມີຄວາມແຂງແຮງທົນທານບໍ່ຕ່າງຫຍັງກັບໂຄງສ້າງເບຕົງເສີມເຫຼັກ.
-
ບໍ່ເຂົ້າໝ້ຽງ.
-
ສາມາດເຂົ້າເຖິງພື້ນທີ່ການກໍ່ສ້າງໄດ້ງ່າຍ.
-
ຫຼຸດຕົ້ນທຶນການກໍ່ສ້າງແລ້ວຍັງປະຢັດວັດສະດຸ.
-
ຕ້ານທານແຜ່ນດິນໄຫວ.
-
ເສົາ ແລະ ຄານມີຂະໜາດທີ່ບໍ່ໃຫຍ່ ຈຶ່ງເຮັດໃຫ້ພາຍໃນເຮືອນກວ້າງຂວາງ, ຈັດວາງເຟີນີເຈີສະດວກ ແລະ ງ່າຍດາຍ.
-
ການເດີນລະບົບທໍ່ນ້ຳປະປາ ແລະ ໄຟຟ້າສາມາດເຮັດໄດ້ງ່າຍ.
▶ ຂໍ້ດີຂອງຝາ ແລະ ເພດານຕົກແຕ່ງ ( ຈຸດພິເສດ ).
- ບໍ່ມີກິ່ນ.
-
ກັນໄຟໄໝ້ລະດັບ 1B.
-
ກັນຄວາມຮ້ອນ.
-
ກັນປວກ ແລະ ກັນການກັດກິນຂອງແມງໄມ້.
-
ພາຍໃນເຮືອນມີຄວາມເຢັນສະບາຍກວ່າການກໍ່ສ້າງແບບອື່ນໆ ພ້ອມທັງລະບາຍຄວາມຮ້ອນໄດ້ດີ.
▶ ການບໍລິການຂອງ ບໍລິສັດ ຈົງຈີງ ແມ່ນ:
- ທາງບໍລິສັດຈະອອກແບບໃຫ້ລູກຄ້າໂດຍບໍ່ເສຍຄ່າຈົນກວ່າລູກຄ້າພໍໃຈ.
- ການບໍລິການອື່ນໆຫຼັງການກໍ່ສ້າງ.
-
ມີການຮັບປະກັນຕົວໂຄງເຫຼັກຫຼັງການກໍ່ສ້າງເຖິງ 70 ປີ, ອາຍຸການນຳໃຊ້ຍາວນານກວ່າ 100 ປີ.
-
ມີການຮັບປະກັນຝາ ແລະ ເພດານ ຫຼັງການກໍ່ສ້າງເຖິງ 5 ປີ ອາຍຸການນຳໃຊ້ຍາວນານກວ່າ 30 ປີຂຶ້ນໄປ.
ເພື່ອຕອບສະໜອງວັດສະດຸການຕົກແຕ່ງເຮືອນແບບທັນສະໄໝ ທີ່ມີຄວາມຫຼາກຫຼາຍ ແລະ ເພື່ອສາມາດເຂົ້າເຖິງລູກຄ້າທີ່ມັກການຕົກແຕ່ງເຮືອນ ບໍລິສັດ ຈຶ່ງຕ້ອງການຕົວແທນຈຳໜ່າຍສິນຄ້າຂອງບໍລິສັດ ເຊັ່ນ: ໄມ້ບົວທຸກປະເພດ, ກະໂລປູພື້ນ PVC, ຝາ, ເພດານຕົກແຕ່ງ ແລະ ວັດສະດຸຕົກແຕ່ງຊະນິດຕ່າງໆ ເພື່ອສາມາດກະຈາຍ ແລະ ບໍລິການລູກຄ້າໃຫ້ທົ່ວເຖິງ ເພາະ ບໍລິສັດ ຈົງຈີງ ມີວິໄສທັດຈະກ້າວຂຶ້ນເປັນບໍລິສັດອັນດັບຕົ້ນໆໃນດ້ານການກໍ່ສ້າງ ແລະ ຕົກແຕ່ງພາຍໃນທີ່ໄດ້ມາດຕະຖານລະດັບສາກົນຂອງ ສປປ ລາວ ໃນອະນາຄົດອັນໃກ້ນີ້.
ພວກເຮົາ ບໍລິສັດ ລົງທຶນຈົງຈິງ ກໍ່ສ້າງ ຕັ້ງເປົ້າໝາຍທີ່ຈະກ້າວຂຶ້ນມາເປັນຜູ້ນຳທາງດ້ານການກໍ່ສ້າງ ແລະ ນໍາໃຊ້ເຕັກໂນໂລຊີເຂົ້າມາພັດທະນາພາຍໃນປະເທດ ແລະ ພ້ອມທັງຂະຫຍາຍທຸລະກິດໄປທົ່ວປະເທດ ແລະ ພາກພື້ນອາຊີອາຄະເນ. ບໍລິສັດຕັ້ງໃຈຢ່າງຍິ່ງທີ່ຈະສະໜອງການບໍລິການໃຫ້ແກ່ລູກຄ້າໃນລະດັບສາກົນຢ່າງຮອບດ້ານ ເຊັ່ນ: ຄຸນນະພາບ, ທັນກັບເວລາ, ເອົາໃສ່ໃຈໃນລາຍລະອຽດ, ສັດຊື່ ຕໍ່ຄູ່ຮ່ວມງານ ແລະ ລູກຄ້າ. ບໍລິສັດ ຈົງຈິງ ຈະຢູ່ຄູ່ກັບສັງຄົມລາວຕະ ຫຼອດໄປ, ທ່ານ ລີໄຊ ລາວໂຫຼ ກ່າວ.
ສອບຖາມຂໍ້ມູນເພີ່ມຕື່ມ ໂທ: 020 5599 9014; 020 9758 6797; 030 5579 777.
ບໍລິສັດຕັ້ງຢູ່ຖະໜົນ T2, ຕະຫຼາດລາວແສງຕາວັນ ກົງກັນຂ້າມກັບຕະຫຼາດຊັ່ງຈ່ຽງ
ບ້ານອູບມຸງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.