ຕົ້ນທຶນການຜະລິດກະສິກຳຂອງລາວຍັງສູງ

139

ໃນກອງປະຊຸມປະກອບຄໍາຄິດເຫັນຕໍ່ບົດຄົ້ນຄວ້າ ຕ່ອງໂສ້ມູນຄ່າເພີ່ມການຄ້າສິນຄ້າກະສິກໍາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍລະນີສຶກສາ ເຂົ້າ ແລະ ກ້ວຍ ມີຫຼາຍພາກສ່ວນປະກອບຄໍາເຫັນໃນດ້ານຕົ້ນທຶນການຜະລິດທີ່ສູງ ພ້ອມແນະນຳວິທີແກ້ໄຂໃຫ້ຊັດເຈນ.

ໃນວັນທີ 20 ກັນຍາ 2019 ທີ່ໂຮງແຮມເລີທາດຫຼວງດໍຣ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະກອບຄໍາຄິດເຫັນຕໍ່ບົດຄົ້ນຄວ້າຕ່ອງໂສ້ມູນຄ່າເພີ່ມການຄ້າສິນຄ້າກະສິກໍາລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍລະນີສຶກສາ ເຂົ້າ ແລະ ກ້ວຍ ໂດຍການເປັນປະທານຂອງ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາຕົວແທນຈາກກົມກ່ຽວຂ້ອງຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງສະຫວ່າງ ທິບພະວົງ ກ່າວວ່າ: ໃນເດືອນພຶດສະພາ 2019 ບົດຄົ້ນຄວ້າ ຕ່ອງໂສ້ມູນຄ່າເພີ່ມການຄ້າສິນຄ້າກະສິກໍາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍລະນີສຶກສາ ເຂົ້າ ແລະ ກ້ວຍ ໄດ້ຖືກນໍາສະເໜີໃນກອງປະຊຸມທີ່ປະເທດມຽນມາ ມາແລ້ວ ໂດຍໃນກອງປະຊຸມດັ່ງກ່າວກໍເປັນການລະດົມຄໍາຄິດເຫັນຕ່າງໆໃສ່ໃນບົດຄົ້ນຄວ້ານີ້ ແລະ ຄັ້ງນີ້ກໍເຊັ່ນດຽວກັນ ເພື່ອເປັນການເປີດ ກວ້າງໃຫ້ພາກສ່ວນຕ່າງໆ ໄດ້ປະກອບຄໍາຄິດເຫັນເພື່ອເຮັດໃຫ້ບົດຄົ້ນຄວ້ານີ້ສົມບູນຂຶ້ນ.

ທ່ານ ສົມເດດ ໂພທິສານ ເຈົ້າຂອງບົດຄົ້ນຄວ້າດັ່ງກ່າວ ໃຫ້ຮູ້ວ່າ: ໃນປີ 2025 ຄາດວ່າຂະແໜງກະສິກໍາ ແລະ ປ່າໄມ້ ຈະສາມາດປະກອບສ່ວນຫຼາຍກວ່າ 19% ຂອງເສດຖະກິດແຫ່ງຊາດ ສໍາລັບສິນຄ້າກະສິກໍາທີ່ສົ່ງອອກເປັນຕົ້ນແມ່ນ: ເຂົ້າ, ກ້ວຍ, ສາລີ, ກາເຟ, ມັນຕົ້ນ, ອ້ອຍ ແລະ ອື່ນໆ ແຕ່ກ້ວຍ ແລະ ເຂົ້າ ແມ່ນໄດ້ຖືກຮັບຮອງໂດຍກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ເປັນ 2 ໃນ 6 ສິນຄ້າທີ່ມີທ່າແຮງໃນການສົ່ງອອກ. ເຖິງຢ່າງໃດກໍຕາມ, ການສົ່ງອອກເຂົ້າ ແລະ ກ້ວຍຫອມ ສປປ ລາວ ໄປ ສປ ຈີນ ໃນຊຸມປີຜ່ານມາແມ່ນໄດ້ຮັບການອໍານວຍຄວາມສະດວກ ຈາກສັນຍາການຄ້າລະຫວ່າງສອງຝ່າຍ. ນອກຈາກນີ້, ການລົງທຶນໃນທຸລະກິດກະສິກໍາ ເພື່ອສົ່ງອອກບໍ່ພຽງແຕ່ສ້າງດຸນການຄ້າໃຫ້ແກ່ເສດຖະກິດເທົ່ານັ້ນ ແຕ່ຍັງເປັນແຫຼ່ງລາຍຮັບສໍາຄັນໃຫ້ແກ່ປະຊາຊົນທີ່ປະກອບສ່ວນຕ່ອງໂສ້ການຜະລິດອີກດ້ວຍ. ທັງນີ້, ກໍຍັງບໍ່ມີການສຶກສາຢ່າງເປັນທາງການ ຫຼື ບົດຄົ້ນຄວ້າກ່ຽວກັບການແຈກລາຍໄດ້ ແລະ ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກການສົ່ງອອກ ເຂົ້າ ແລະ ກ້ວຍຫອມ ໄປຈີນ. ດັ່ງນັ້ນ, ບົດຄົ້ນຄວ້າໃນຄັ້ງນີ້ຈຶ່ງເກີດຂຶ້ນ ໂດຍມີຈຸດປະສົງເພື່ອສຶກສາຕ່ອງໂສ້ການຜະລິດ, ການດໍາເນີນທຸລະກິດ ແລະ ການສົ່ງອອກ ( ເຂົ້າ ແລະ ກ້ວຍຫອມ ) ໄປ ສປ ຈີນ; ອີກຢ່າງໜຶ່ງແມ່ນເພື່ອເປັນການສະເໜີນະໂຍບາຍທີ່ເປັນໄປໄດ້ ສໍາລັບຜູ້ສ້າງນະໂຍບາຍກ່ຽວກັບຂັ້ນຕອນການຜະລິດ ແລະ ການສົ່ງອອກເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ຮັບປະກັນການແຈກຢາຍລາຍໄດ້ທີ່ເໝາະສົມໃນຕ່ອງໂສ້ມູນຄ່າເພີ່ມ.

ທ່ານ ປະຈິດ ໄຊຍະວົງ ປະທານສະມາຄົມຜູ້ຈັດສົ່ງສິນຄ້າລະຫວ່າງປະເທດ ໃຫ້ຮູ້ວ່າ: ໃນບົດຄົ້ນຄວ້າດັ່ງກ່າວ ສະເໜີໃຫ້ມີການລົງເລິກເບິ່ງຄືນກ່ຽວກັບຕົ້ນທຶນການຜະລິດ, ອະທິບາຍແຈ້ງເຖິງອົງປະກອບຕ່າງໆທີ່ເປັນບັນຫາ ແລະ ວິທີແກ້ໄຂ ພ້ອມນີ້, ກໍຕ້ອງຊີ້ໃຫ້ເຫັນຢ່າງຊັດເຈນວ່າສິ່ງໃດທີ່ຕ້ອງການໃຫ້ລັດຖະບານເຂົ້າໄປຊ່ວຍເຫຼືອ ພ້ອມນີ້, ກໍຕ້ອງຍົກໃຫ້ເຫັນເຖິງປະໂຫຍດຈາກການສົ່ງອອກສິນຄ້າທັງສອງປະເພດ ແລະ ຍົກໃຫ້ເຫັນເຖິງຜົນກະທົບຕໍ່ສິ່ງແວດລ້ອມມີຄືແນວໃດ.

[ ຂ່າວ: ເອຢິບ; ຮູບ: ວິລະສັກ ]