ທີມຊາດລາວ ເລື່ອນຂຶ້ນ 1 ອັນດັບຢູ່ທີ 187 ຂອງໂລກ

63

ສະຫະພັນບານເຕະນານາຊາດ ( ຟີຟາ ) ປະກາດອັນດັບໂລກ ຫຼື ຟີຟາ ແຣງກິ້ງ ປະຈໍາເດືອນກັນຍາ 2019 ອອກມາຢ່າງເປັນທາງການໃນທ້າຍອາທິດທີ່ຜ່ານມາ ປາກົດວ່າ: ທີມຊາດລາວ ຍັບຂຶ້ນ 1 ອັນດັບ ຈາກອັນດັບທີ 188 ຂຶ້ນໄປຢູ່ອັນດັບທີ 187 ຂອງໂລກ, ສ່ວນອັນດັບ 1 ຂອງໂລກເປັນຂອງທີມຊາດ ແບນຊິກ, ອັນດັບ 2 ຝຣັ່ງ ແລະ ບຣາຊິນ ຈາກອັນດັບ 2 ຕົກລົງອັນດັບ 3.

ຂະນະທີ່ອັນດັບຂອງອາຊຽນ ຫຼື ອາຊີຕາເວັນອອກສ່ຽງໃຕ້ ອັນດັບ 1 ຕົກເປັນຂອງຫວຽດນາມ, ອັນດັບ 2 ໄທ, ອັນດັບ 3 ຟີລິບປິນ, ອັນດັບ 4 ມຽນມາ, ອັນດັບ 5 ສິງກະໂປ, ອັນດັບ 6 ມາເລເຊຍ, ອັນດັບ 7 ອິນໂດເນເຊຍ, ອັນດັບ 8 ກໍາປູເຈຍ, ອັນດັບ 9 ລາວ, ອັນດັບ 10 ບຣູໄນ ແລະ ອັນດັບ 11 ຕີມໍ ເລັສເຕ.

( ຄໍາສອນ; ຮູບຈາກ: ສຕລ )