ສານປະຊາຊົນສູງສຸດລາວ-ຫວຽດນາມ ແລກປ່ຽນສີນລະປະວັນນະຄະດີ

122

*

*

ລາວ-ຫວຽດນາມ ສານສາຍສຳພັນໃຫ້ໃກ້ສິດສະໜິດແໜ້ນຍິ່ງຂຶ້ນ ນອກຈາກທາງການເມືອງ, ເສດຖະກິດ ແລ້ວຂົງເຂດວັດທະນະທຳສັງຄົມກໍ່ໄດ້ຮັບການເສີມຂະຫຍາຍເຊັ່ນດຽວກັນ ຫຼ້າສຸດຄືກາງເດືອນກັນຍາ 2019 ນີ້ ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ກັບ ສານປະຊາຊົນສູງສຸດ ສສ ຫວຽດນາມ ໄດ້ຮ່ວມພິທີສະເຫລີມສະຫລອງ ວັນສ້າງຕັ້ງສານປະຊາຊົນ 13 ກັນຍາ ຄົບຮອບ 74 ປີ ຂອງ ສສ ຫວຽດນາມ ທີ່ ແຂວງ ແງະອ້ານ ສສ ຫວຽດນາມ ລະຫວ່າງ ວັນທີ 11-15 ກັນຍາ 2019 ໂດຍທັງສອງຝ່າຍໄດ້ຈັດການແລກປ່ຽນກິລາ ແລະສິນລະປະຮ່ວມກັນ.

*

*

*

*

ໃນຂະບວນການແລກປ່ຽນກິລາ ແລະ ສິນລະປະວັນນະຄະດີໃນຄັ້ງນີ້ ມີນັກກິລາ ແລະ ສີນລະປະເຂົ້າຮ່ວມທັງໝົດ 200 ກວ່າທ່ານເຊີ່ງປະກອບດ້ວຍກິລາ ເຕະບານ, ຕີບານ, ຕີດອກປີກໄກ່, ຕີປິງປ່ອງ, ດືງເຊືອກ ແລະ ຕີກ໋ອບ.

*

*

*

*

ການພົບປະແລກປ່ຽນກິລາ ແລະ ສິນລະປະວັນນະຄະດີໃນຄັ້ງນີ້ ຖືເປັນມິດໝາຍທີ່ມີຄວາມໝາຍ ແລະ ຄວາມສໍາຄັນທີ່ສຸດ ເຊີ່ງເປັນປີທີ່ສານປະຊາຊົນລາວສ້າງຂະບວນການເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສານປະຊາຊົນລາວຄົບຮອບ 37 ປີ ທີ່ຜ່ານມາ ແລະ ພິເສດກໍ່ແມ່ນ ວັນສ້າງຕັ້ງສານປະຊາຊົນ ແຫ່ງ ສສ ຫວຽດນາມ ຄົບຮອບ 74 ປີນໍາ.

*

*

*

*

ທັງສອງຂະແໜງການສານໄດ້ຕີລາຄາສູງຕໍ່ການຈັດການແລກປ່ຽນກິລາ ແລະ ສີນລະປະວັນນະຄະດີໃນຄັ້ງນີ້ມັນເປັນເຫດການ 1000ປີ ມີເທື່ອໜື່ງ, ແນ່ນອນວ່າ ນີ້ຈະເປັນການເພີ່ມພູນຄູນສ້າງໃຫ້ຄວາມສາມັກຄີ ຮັດແໜ້ນສາຍພົວພັນແບບພິເສດຮອບດ້ານຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ, ກໍຄືສາຍພົວພັນລະຫວ່າງ ສານປະຊາຊົນ ແຫ່ງ ສປປ ລາວ ແລະ ສານປະຊາຊົນ ສສ ຫວຽດນາມ, ນັບມື້ແຕກດອກອອກຜົົນ ທາງລວງກວ້າງ ແລະ ວົງເລີກ, ສືກສາໄດ້ມູນເຊື້ອຮິດຄອງປະເພນີ ທີ່ມີແຕ່ດືກດຳບັນ, ທັງເປັນການສືບຕໍ່ສ້າງລະບົບສານຂອງສອງປະເທດເພື່ອຮອງຮັບກັບພາກພື້ນຕໍ່ໆໄປ.

*

*

*

*