ສາເຫດທີ່ພາໃຫ້ເຈັບຄໍໃນຕອນເຊົ້າມີວິທີແກ້ໄຂ ແລະ ປ້ອງກັນແນວໃດ?

307

ສຳລັບອາການເຈັບຄໍທີ່ມັກເປັນທຸກເຊົ້າ ແລະ ຍັງມີຂີ້ກະເທີ່ຂຸ້ນໜຽວນໍາ ແຕ່ພໍຮອດຕອນ ສວາຍອາການຜິດປົກກະຕິເຫຼົ່ານັ້ນກໍຈະເຊົາໄປເອງ ແບບບໍ່ມີຫຍັງເກີດຂຶ້ນ ເຊິ່ງມັນຈະບໍ່ເປັນພຽງແຕ່ມື້ດຽວ ແລະ ຈະວົນວຽນເປັນແບບເກົ່າຄືນໃໝ່ອີກໃນຕອນເຊົ້າຫຼັງຕື່ນນອນໃນມື້ຕໍ່ໆໄປ.

ໃນກໍລະນີທີ່ບໍ່ກ່ຽວກັບຄໍອັກເສບ, ຕິດເຊື້ອ ຫຼື ອາມິດານລົງຄໍ ສະແດງວ່າມີສາເຫດມາຈາກການພູມແພ້ສານບາງຢ່າງ ຫຼື ແພ້ອາກາດ ເຊິ່ງມັກຈະສົ່ງຜົນໃຫ້ໃນໄລຍະກາງຄືນ ທີ່ມີອາກາດເຢັນລົງໂດຍເຍື່ອໂພ້ງດັງຈະໂພງຂຶ້ນ ເພື່ອເພີ່ມພື້ນທີ່ໃນການອຸ່ນອາກາດທີ່ຈະເຂົ້າໄປຫາປອດໃຫ້ມີຄວາມອົບອຸ່ນ ແລະ ບໍ່ເປັນບັນຫາກັບປອດຕາມມາ.

ກົນໄກຂອງເຍື່ອໂພ້ງດັງທີ່ໂພງຂຶ້ນນັ້ນ ຖ້າໂພງຫຼາຍໆອາດເຮັດໃຫ້ຮູດັງຕັນ ແລະ ຍິ່ງມີນ້ຳມູກອອກມາປົນນໍາກໍສາມາດເຮັດໃຫ້ຕັນດັງໃນໄລຍະຕໍ່ມາ, ອີກຢ່າງໜຶ່ງຄືເຮັດໃຫ້ຫາຍໃຈທາງດັງບໍ່ໄດ້ ຫຼື ບໍ່ສະດວກ ໂດຍຕາມທຳມະຊາດເມື່ອເກີດອາການຄັດດັງຮ່າງກາຍກໍຈະຖືກສັ່ງໃຫ້ຫາຍໃຈທາງປາກ ເມື່ອອາກາດທີ່ຜ່ານເຂົ້າ – ອອກທາງຄໍຕະຫຼອດແມ່ນຈະເຮັດໃຫ້ຄໍແຫ້ງ ແລະ ແຫ້ງຫຼາຍຂຶ້ນອີກ ຖ້າຢູ່ໃນສະພາບອາກາດເຢັນ, ເຖິງວ່າຈະມີເມືອກມື່ນໆລໍຖ້າເຄືອບເຍື່ອໃນຊ່ອງຄໍບໍ່ໃຫ້ແຫ້ງກໍຕາມ ແຕ່ສະພາບອາກາດແບບນີ້ກໍບໍ່ສາມາດຕ້ານທານໄດ້ ແລະ ແປສະພາບເປັນຂີ້ກະເທີ່ທີ່ຕິດໃນຄໍນໍາອີກ.

ວິທີແກ້ໄຂ:

ຢ່າງທີ່ຮູ້ກັນດີວ່າອາການນີ້ພໍຕອນສວາຍກໍຫາຍໄປ ແຕ່ລະຫວ່າງທີ່ຍັງຮູ້ສຶກເຈັບຄໍຫຼັງຈາກຕື່ນນອນ ແມ່ນໃຫ້ດື່ມນ້ຳອຸ່ນໃນອຸນຫະພູມຫ້ອງ ຫຼື ບ້ວນປາກຖູແຂ້ວຕາມກິດຈະວັດປະຈໍາວັນ ໂດຍນ້ຳທີ່ປຽກຄໍຈະເຮັດໃຫ້ຄໍຊຸ່ມຊື່ນຂຶ້ນ ແລະ ຂີ້ກະເທີ່ຈະລະລາຍລົງຄໍໄປ ອາການເຈັບຄໍກໍຈະບັນເທົາລົງ. ແຕ່ໃນບາງກໍລະນີທີ່ເຈັບຄໍຫຼາຍໃຫ້ດື່ມນ້ຳຮ້ອນ ເນື່ອງຈາກຄວາມຮ້ອນຈະຊ່ວຍໃຫ້ເສັ້ນເລືອດນ້ອຍໆໃນຄໍມີການຂະຫຍາຍຕົວ ແລະ ກະຕຸ້ນໃຫ້ເຍື່ອຊ່ອງຄໍປ່ອຍເມືອກອອກມາຫຼໍ່ລ້ຽງຄໍຫຼາຍຂຶ້ນ.

ການປ້ອງກັນ:

ສິ່ງທີ່ຄວນປະຕິບັດອາດຈະອອກມານອນຢູ່ນອກຫ້ອງ ຫຼື ຢູ່ໃນຫ້ອງທີ່ອຸນຫະພູມຕ່ຳກວ່າ 25 ອົງສາ, ບໍ່ຄວນປິ່ນພັດລົມຈຶ້ງໃສ່ຕົວໂດຍກົງ ບໍ່ວ່າຈະເປັນສ່ວນໃດກໍຕາມ, ບໍ່ຄວນໃຫ້ຮ່າງກາຍຂາດນ້ຳເດັດຂາດວິທີສັງເກດແມ່ນຮູ້ໄດ້ຈາກການຖ່າຍເບົາ ຖ້າມີສີເຂັ້ມສະແດງວ່າຮ່າງກາຍຂາດນ້ຳ. ດັ່ງນັ້ນ, ຕ້ອງດື່ມນ້ຳຢ່າງຕ່ຳ 8 ຈອກຕໍ່ມື້ ໂດຍແນະນຳໃຫ້ດື່ມເທື່ອລະໜ້ອຍແບບຄ່ອຍໆກິນ.

( ຂໍ້ມູນຈາກ:health.kapook.com )

ຮຽບຮຽງ: ນຸ້ມນິ້ມ