ອາກາດຈະເຢັນໃນຕອນກາງຄືນ-ຕອນເຊົ້າ, ສ່ວນປາກຊ່ອງໜາວເຖິງ 13 ອົງສາ

141

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 23 ກັນຍາ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ໄດ້ເພີ່ມກໍາລັງແຮງຂຶ້ນເລັກນ້ອຍຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້ໃນຕອນບ່າຍຫາຄໍ່າ.

 

ในภาพอาจจะมี เมฆ, ท้องฟ้า, ภูเขา, สถานที่กลางแจ้ง และธรรมชาติ

 

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 14-27 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກເໜືອດ້ານຕາເວັນຕົກ ( ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງ ສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນຕອນບ່າຍ. ອຸນຫະພູມໃນລະຫວ່າງ 17-32 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກກາງ (ນະຄອນຫຼວງວຽງຈັນ, ໄຊສົມບູນ, ໂພນໂຮງ, ປາກຊັນ, ຫຼັກ20, ເມືອງ ວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດຮ້ອນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ອຸນຫະພູມໃນລະຫວ່າງ 19-33 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 14-28 ອົງສາ. ສະເພາະນະຄອນຫຼວງວຽງຈັນ ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດຮ້ອນ ແລະ ມີລົມພັດແຮງເປັນບາງໂອກາດ, ອຸນຫະພູມໃນລະຫວ່າງ 24-33 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກໃຕ້ (ມີເຝື້ອປົກຄຸມເປັນສ່ວນຫຼາຍ ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນຕື່ມອີກ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 23-32 ອົງສາ. ສໍາລັບເຂດພູພຽງບໍລິເວນ ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 13-26 ອົງສາ.

 

ไม่มีคำอธิบายรูปภาพ