ອາໄຫຼ່ປະເພດໃດທີ່ຕ້ອງປ່ຽນ

156

ສະພາບນໍ້າຖ້ວມໃນ 6 ແຂວງພາກກາງ ແລະ ພາກໃຕ້ຂອງລາວ ປັດຈຸບັນໄດ້ເລີ່ມບົກແຫ້ງລົງເກືອບວ່າປົກກະຕິແລ້ວໃນຫຼາຍພື້ນທີ່ ກ່ອນໜ້ານີ້ພວກເຮົານໍາສະເໜີຂໍ້ມູນກ່ຽວກັບເຕັກນິກການເບິ່ງແຍງລົດຫຼັງນໍ້າຖ້ວມ ເຊິ່ງບັນຫາໜຶ່ງທີ່ສໍາຄັນບໍ່ຢາກໃຫ້ຜູ້ມີລົດເບິ່ງຂ້າມແມ່ນອາໄຫຼ່ທີ່ຄວນປ່ຽນ ເພາະບາງອາໄຫຼ່ນໍ້າໄດ້ຊຶມເຂົ້າໄປປະປົນຢູ່ ເປັນຕົ້ນແມ່ນໝໍ້ກອງ, ນໍ້າມັນເຄື່ອງອື່ນໆ ເຊິ່ງຈະເຮັດໃຫ້ປະສິດທິພາບໃນການເຮັດວຽກຂອງອາໄຫຼ່ເຫຼົ່ານັ້ນຫຼຸດລົງ ຄໍລໍາລົດສະບັບນີ້ຈະພາທ່ານມາຮູ້ຈັກອາໄຫຼ່ທີ່ຕ້ອງໄດ້ປ່ຽນໃໝ່ ມີຄື:

1 ໃສ່ກອງປະເພດຕ່າງໆ ເຊັ່ນ: ກ່ອງອາກາດ, ກອງແອ, ກອງນໍ້າມັນເຄື່ອງ, ກອງນໍ້າມັນເຊື້ອໄຟ.

2 ຂອງແຫຼວ ເຊັ່ນ: ນໍ້າມັນເບຣກ, ນໍ້າມັນພາວເວີ້, ນໍ້າມັນເຄື່່ອງ, ນໍ້າມັນເກຍ, ນໍ້າມັນເຟືອງທ້າຍ, ນໍ້າມັນເຊື້ອໄຟ, ສານຫຼໍ່ລື່ນ ເປັນຕົ້ນແມ່ນກະແລັດ.

3 ປະເພດເຄມີ ເປັນຕົ້ນແມ່ນນໍ້າຢາກັນເຂົ້າໝ້ຽງລະບົບຫຼໍ່ເຢັນ, ກວດສະພາບກ່ອນປ່ຽນ, ຜ້າເບຣກ, ຜ້າຄາດ, ລູກປືນຕີນລົດ, ຢາງກັນຝຸ່ນຕ່າງໆ.

ພຽງເທົ່ານີ້ທ່ານກໍສາມາດອຸ່ນໃຈໄດ້ແລ້ວວ່າລົດຂອງທ່ານຍັງຄົງສະພາບສົມບູນ ແລະ ພ້ອມໃຊ້ງານຕະຫຼອດເວລາ.

ຂໍ້ມູນຈາກ: ຫ້ອງຂາຍລົດມິດຊູບີຊິ