ອຸທົກກະໄພ​ສ້າງຜົນເສຍຫາຍແກ່ເນື້ອທີ່ນາຫຼາຍກວ່າ 1 ແສນເຮັກຕາ

54

ແຜນການປູກເຂົ້ານາປີທົ່ວປະເທດປີນີ້ 8,5 ແສນເຮັກຕາ ຜົນຜະລິດຕັ້ງເປົ້າໄວ້ 3,6 ລ້ານໂຕນ ອາດບໍ່ບັນລຸເປົ້າຫຼັງເນື້ອທີ່ນາ 1,6 ແສນເຮັກຕາ ຖືກຜົນກະທົບຈາກນໍ້າຖ້ວມ, ຂະນະທີ່ຂະແໜງການກ່ຽວຂ້ອງເລັ່ງສະໜອງແນວພັນທີ່ແຮໄວ້ 100 ກວ່າໂຕນ ເພື່ອຊຸກຍູ້ຜູ້ປະສົບໄພພ້ອມຈະຂະຫຍາຍເນື້ອທີ່ການຜະລິດນາແຊງໃຫ້ເພີ່ມຂຶ້ນ.

ບົດສະຫຼຸບປະຈໍາປີ 2018 ແລະ ທິດທາງ 2019 ຂອງກະຊວງກະສິກໍາ ແລະ ປ່າໄມ້   ( ກປ ) ໃຫ້ຮູ້ວ່າ: ປີ 2019 ກະຊວງ ກປ ຕັ້ງເປົ້າຜະລິດເຂົ້າເປືອກລວມໃຫ້ຮັກສາໄວ້ຢູ່ລະດັບ 4,4 ລ້ານໂຕນ ເຊິ່ງໃນນັ້ນຕ້ອງຮັບປະກັນເຂົ້າສະບຽງໃຫ້ໄດ້ 2,1 ລ້ານໂຕນ, ຄັງແຮສຸກເສີນ 4 ແສນໂຕນ, ປຸງແຕ່ງພາຍໃນ 5 – 6 ແສນໂຕນ. ດັ່ງນັ້ນ, ເພື່ອບັນລຸຄາດໝາຍດັ່ງກ່າວ ຕ້ອງສຸມໃສ່ຜະລິດນາແຊງໃຫ້ໄດ້ 1 ແສນເຮັກຕາ, ຜົນຜະລິດ 526.000 ໂຕນ. ຜະລິດເຂົ້ານາປີໃຫ້ໄດ້ 8,5 ແສນເຮັກຕາ, ຜົນຜະລິດໃຫ້ໄດ້ 3.674.000 ໂຕນ. ສ່ວນເຂົ້າໄຮ່ໃຫ້ໄດ້ 1 ແສນເຮັກຕາ, ຜົນຜະລິດໃຫ້ໄດ້ 2 ແສນໂຕນ. ພ້ອມດຽວກັນນັ້ນ, ຈະຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້ 4 ແສນໂຕນ ໃນປີນີ້ ແລະ ໃຫ້ໄດ້ 1 ລ້ານໂຕນ ໃນປີ 2020.

ທ່ານ ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ທັງເປັນຜູ້ຮັບຜິດຊອບວຽກງານປູກພືດ ແລະ ການປ້ອງກັນພືດຫຼັງນໍ້າຖ້ວມ ພ້ອມທັງກະກຽມການປູກພືດລະດູແລ້ງ ໃຫ້ຮູ້ວ່າ: ສະພາບນໍ້າຖ້ວມ 6 ແຂວງ ພາກກາງ ແລະ ພາກໃຕ້ ໄດ້ສົ່ງຜົນກະທົບຕໍ່ເນື້ອທີ່ທໍາການຜະລິດຂອງປະຊາຊົນ ກວມເອົາເນື້ອທີ່ 160.096 ເຮັກຕາ ເຊິ່ງຍັງບໍ່ສາມາດລະບຸລາຍລະອຽດໄດ້ວ່າເສຍຫາຍໜັກເທົ່າໃດ ແລະ ສ່ວນທີ່ສາມາດຟື້ນຟູໄດ້ມີເທົ່າໃດ ແຕ່ທີ່ກະທົບໜັກສຸດແມ່ນສະຫວັນນະເຂດ, ສາລະວັນ ແລະ ອັດຕະປື ເສຍຫາຍ 100% ບໍ່ສາມາດບົວລະບັດເອົາຄືນໄດ້ ເນື່ອງຈາກມີດິນຕົມທັບຖົມຢ່າງໜາ, ສ່ວນເຂດທີ່ຍັງສາມາດປົວແປງເອົາຄືນໄດ້ແມ່ນຕ້ອງຟື້ນຟູ ທັງການປູກພືດ ແລະ ການເຮັດນາຕ່າວ ເພື່ອທົດແທນເຂດເສຍຫາຍ ແລະ ໃຫ້ມີເຂົ້າສະໜອງພຽງພໍໃນໄລຍະນີ້ ເຊິ່ງຕ້ອງໄດ້ນໍາເຂົ້າຄັງແຮອອກມາຊ່ວຍເຫຼືອ ແລະ ມີການສະເໜີຂໍຄວາມຊ່ວຍເຫຼືອຄັງແຮອາຊຽນ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນໄປກ່ອນເກັບກ່ຽວເຂົ້ານາປີເຂດທີ່ບໍ່ຖືກນໍ້າຖ້ວມ.

ເວົ້າລວມແລ້ວ ເນື້ອທີ່ທໍາການຜະລິດທີ່ເສຍຫາຍ ມັນກະທົບເຖິງແຜນງານຄໍ້າປະກັນສະບຽງອາຫານຂອງກະຊວງ ກປ ທີ່ຕັ້ງເປົ້າໄວ້ຜະລິດເຂົ້ານາປີໃນເນື້ອທີ່ 8,5 ແສນເຮັກຕາ ເຊິ່ງຄາດວ່າຈະກະທົບເຖິງ 40% ເຮັດໃຫ້ບໍ່ບັນລຸເປົ້າ. ດັ່ງນັ້ນ, ຈຶ່ງຕ້ອງສຸມໃສ່ການເຮັດນາແຊງ ແລະ ປູກພືດລະດູແລ້ງໃຫ້ຫຼາຍຂຶ້ນ ເພື່ອທົດແທນ, ດ້ານພາກລັດເອງກໍກຽມພ້ອມຊຸກຍູ້ເຕັມທີ່ ໂດຍສະເພາະແມ່ນແນວພັນຊ່ວຍເຫຼືອເຂດທີ່ຖືກກະທົບ, ກຽມພ້ອມສະໜອງນໍ້າໃຫ້ພຽງພໍ ແລະ ອາດຫັນໄປປູກພືດເປັນສິນຄ້າໃຫ້ຫຼາຍຂຶ້ນກວ່າປູກເຂົ້າເປັນສິນຄ້າ ເພື່ອກຽມພ້ອມຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ພ້ອມມີເຂົ້າແຮໄວ້ເມື່ອເກີດໄພທໍາມະຊາດອີກ, ທ່ານ ສຸລາພອນ ກ່າວ.

ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ກະຊວງ ກປ ໃຫ້ຮູ້ວ່າ: ປັດຈຸບັນມີແນວພັນທີ່ແຮຕ້ານແລ້ງ – ຕ້ານຖ້ວມທັງໝົດ 125,7 ໂຕນ ທີ່ກຽມພ້ອມສະໜອງໃຫ້ແກ່ປະຊາຊົນເຂດປະສົບໄພ ເຊິ່ງລໍຖ້າພຽງການສັງລວມ ຄວາມເສຍຫາຍ ແລະ ຄວາມຕ້ອງການຂອງປະຊາຊົນເທົ່ານັ້ນ. ພ້ອມດຽວກັນນັ້ນ, ການເກັບກ່ຽວເຂົ້ານາປີໃນເດືອນຕຸລານີ້ ກໍມີແຜນຈະເກັບກ່ຽວໄວ້ເປັນແນວພັນຕ້ານແລ້ງ – ຕ້ານຖ້ວມ ຈໍານວນ 750 ໂຕນ ແລະ ນາແຊງທີ່ຈະມາເຖິງນີ້ໃຫ້ໄດ້ 1.530 ໂຕນ.

ເຖິງຢ່າງໃດກໍຕາມ, ຈາກຂໍ້ມູນຂ້າງເທິງເຫັນໄດ້ວ່າ ການຜະລິດເຂົ້ານາປີແມ່ນຈະບໍ່ສາມາດປະຕິບັດໄດ້ຕາມແຜນ ເນື່ອງຈາກໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ເຊັ່ນດຽວກັນກັບເຂົ້ານາແຊງ ທີ່ສາມາດປະຕິບັດໄດ້ພຽງ 89.659 ເຮັກຕາ ເທົ່າກັບ 90% ຂອງແຜນການ ເນື່ອງຈາກປະສົບກັບໄພແຫ້ງແລ້ງໜັກໜ່ວງ ແລະ ປັດຈຸບັນຍັງໄດ້ຂໍຄວາມຊ່ວຍເຫຼືອຈາກຄັງແຮອາຊຽນ, ຍິ່ງເຮັດໃຫ້ເຫັນວ່າ ການຜະລິດເຂົ້າໃນປີໜ້າກໍຕ້ອງສຸມໃສ່ຜະລິດທົດແທນ ເພື່ອຈະສາມາດມີເຂົ້າມາສະໜອງພາຍໃນໄດ້ຢ່າງພຽງພໍ ແຕ່ສິ່ງທ້າທາຍໄປກວ່ານັ້ນແມ່ນການຜະລິດເຂົ້າເປັນສິນຄ້າ ເຊິ່ງລາວເຮົາມີສັນຍາສົ່ງອອກເຂົ້າໄປ ສປ ຈີນ ຈໍານວນ 50 ພັນໂຕນ ໃນປີ 2019 – 2021 ຍິ່ງເຮັດໃຫ້ເປັນທີ່ສົນໃຈວ່າຈະສາມາດປະຕິບັດໄດ້ຕາມແຜນ ຫຼື ບໍ່.

( ຂ່າວ: ພຸດຕີ້ – ເອຢິບ )