ເຂົ້າໜົມຫວານ Caramel Custard ເໝາະສຳລັບງານລ້ຽງຕ່າງໆ

321

ລາຍການຂອງຫວານມື້ນີ້ ຈະມາເຮັດ Caramel Custard ສ່ວນປະສົມບໍ່ຫຼາຍ ແລະ ຫາຊື້ໄດ້ທົ່ວໄປ ແຕ່ຮັບຮອງວ່າກິນແລ້ວບໍ່ຜິດຫວັງເໝາະສໍາລັບເປັນເຂົ້າໜົມຫວານໃນງານສັງສັນຕ່າງໆ.

ສ່ວນປະສົມ Caramel: ນ້ຳຕານ 4 ບ່ວງແກງ, ນ້ຳສະອາດ 250 ມິນລີລິດ.

ສ່ວນປະສົມ Custard: ໄຂ່ໄກ່ 3 ໜ່ວຍ, ນົມສົດ 300 ມິນລີລິດ, ນ້ຳຕານ 2 ບ່ວງແກງ, ກິ່ນວານິລາ 1 – 2 ຢອດ, ເກືອໜ້ອຍໜຶ່ງ.

ວິທີປຸງແຕ່ງ:

ເລີ່ມຕົ້ນໂດຍການເຮັດ Caramel ໄວ້ກ່ອນ ເອົານ້ຳຕານໃສ່ໝໍ້ພ້ອມກັບນ້ຳ 100 ມິນລີລິດ ຄ້າງໃສ່ໄຟອ່ອນຕົ້ມໄປຈົນນ້ຳຕານອອກເປັນສີນ້ຳຕານເຂັ້ມ ແລະ ໜຽວໆ ( ໃຫ້ສັງເກດເບິ່ງຢ່າໃຫ້ມັນໄໝ້ກ່ອນ ແລະ ຄົນຢູ່ເລື້ອຍໆ ) ເມື່ອໄດ້ແລ້ວປິດໄຟແລ້ວຖອກນ້ຳທີ່ເຫຼືອລົງໃນໝໍ້ນ້ຳຕານຄົນໃຫ້ເຂົ້າກັນດີ ແລະ ຖອກໃສ່ຈອກ ຫຼື ແມ່ພິມຮູບຕ່າງໆແຕ່ກົ້ນຕ້ອງລຽບ ( ລະວັງໃນເວລາຖອກນ້ຳໃສ່ໝໍ້ໃຫ້ຄ່ອຍຖອກ ແລະ ຄວນມີແນວປ້ອງກັນ ເພາະເວລາທີ່ນ້ຳຖືກຄວາມຮ້ອນມັນຈະຟົ້ງຂຶ້ນ ).

ຈາກນັ້ນ, ປະນໍ້າຕານໄວ້ໃຫ້ເຢັນ ຫຼື ຈົນໃຫ້ມັນແຂງເລີຍຍິ່ງດີ ໃນລະຫວ່າງທີ່ຖ້າ Caramel ເຢັນລົງມືເຮັດ Custard ຕໍ່ເລີຍ ໂດຍຕອກໄຂ່ໃສ່ຊາມຕີໃຫ້ແຕກດີ ຈຶ່ງເອົານ້ຳຕານ, ເກືອ, ກິ່ນວານິລາ ແລະ ນົມສົດລົງໄປຕີຈົນນ້ຳຕານລະລາຍ ເມື່ອເຂົ້າກັນດີແລ້ວຕອງດ້ວຍກະເຊາະຖີ່ໆຖອກລົງຈອກທີ່ມີ Caramel ໂດຍບໍ່ໃຫ້ເຕັມ ຫຼື ຈົງໄວ້ປະມານ 1 – 2 ຂໍ້ມື.

ຫຼັງຈາກນັ້ນ, ເອົາໃສ່ຖາດສູງຄ່ອຍໆຖອກນ້ຳໃສ່ຖາດນຳໄປອົບດ້ວຍໄຟອ່ອນ 45 ອົງສາ ປະມານ 15 – 20 ນາທີ ເມື່ອສຸກແລ້ວຖອກນໍ້າໃນຖາດອອກ ແລະ ປະໄວ້ໃຫ້ເຢັນ ຫຼື ເອົາເຂົ້າຕູ້ເຢັນໄວ້ເລີຍ. ເວລາເສີບໃຊ້ມີດປາດຕາມຂອບຈອກລົງລຸ່ມແລ້ວເອົາຂວ້ຳໃສ່ຈານນ້ຳ Caramel ຈະໄຫຼລົງ ແລະ ຕົກແຕ່ງດ້ວຍໝາກໄມ້ທີ່ອອກລົດສົ້ມແນ່ ເພາະມັນຈະຕັດກັບລົດຊາດຂອງ Caramel ເຮັດໃຫ້ແຊບຂຶ້ນ.

ເຄັດລັບໜ້ອຍໆ:

ໃນເວລາທີ່ປະສົມນົມກັບສ່ວນປະກອບອື່ນໆ ແນະນຳໃຫ້ຕີ ຫຼື ຄົນໄປໃນທາງດຽວກັນ ແລະ ບໍ່ຄວນຕີແຮງເກີນໄປຈົນເຮັດໃຫ້ເກີດຟອງຂຶ້ນ ເພາະເວລາທີ່ອົບອອກມາເນື້ອຈະບໍ່ລຽບ ທີ່ສຳຄັນສຸດຄືເລື່ອງ: ໄຟຖ້າແຮງເກີນໄປຈະເຮັດໃຫ້ໜ້າເຂົ້າໜົມໄໝ້ ຫຼື ເນື້ອເປັນປ່ອງໄດ້. ຢ່າລືມຕອງກ່ອນທຸກຄັ້ງ ເພາະອາດຈະມີເສດໄຂ່ຂາວທີ່ຕີບໍ່ແຕກ ຫຼື ກາກອື່ນໆຈະເຮັດໃຫ້ມັນເປັນກ່ານ ແລະ ສີທີ່ອອກມາກໍບໍ່ງາມ.

ຂໍ້ມູນຈາກ: lovefoodies.com

ຮຽບຮຽງ: ນຸ້ມນິ້ມ