ເຂົ້າຮ່ວມງານເທດສະການທ່ອງທ່ຽວສາກົນຫູໜານ ກັບໜຶ່ງບົດຮຽນທີ່ຈະນຳມາພັດທະນາບ້ານເຮົາ

52

ຄະນະຜູ້ແທນລາວ ໂດຍສະເພາະຂະແໜງການທ່ອງທ່ຽວທີ່ນຳໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ເດີນທາງເຂົ້າຮ່ວມງານເທດສະການທ່ອງທ່ຽວສາກົນ ທີ່ຫູໜານ ສປ ຈີນ ແລະຫວັງວ່າຈະໄດ້ບົດຮຽນ ແລະປະສົບການບໍ່ຫຼາຍກໍ່ໜ້ອຍມາພັດທະນາການທ່ອງທ່ຽວໃນປະເທດເຮົາ.

ໃນວັນທີ 22 ກັນຍາ 2019 ນີ້ ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ຕາງໜ້າໃຫ້ແກ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍລາວທີ່ໄດ້ຮັບກຽດເປັນແຂກກິດຕິມະສັກເຂົ້າຮ່ວມເທດສະການທ່ອງທ່ຽວທາງວັດທະນະທຳສາກົນ ສປ ຈີນ ປະຈຳປີ 2019 ທີ່ເມືອງອີຊາງ ແຂວງຫູໜານ ສປ ຈີນ ຂຶ້ນມີຄຳເຫັນວ່າ: ສປປ ລາວ ແລະ ສປ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາປ່າໄມ້ແມ່ນ້ຳລຳເຊ ແລະ ຊາຍແດນເຊື່ອມຈອດກັນ ຊຶ່ງປະຊາຊົນສອງຊາດໄດ້ມີມູນເຊື້ອແລກປ່ຽນການຢ້ຽມຢາມໄປມາຫາສູ່ເຊິ່ງກັນ ແລະ ກັນຕະຫຼອດມາ.

*

ການຮ່ວມມືຂອງສອງປະເທດລາວ-ຈີນ ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລິກ ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ.

ລາວ-ຈີນ ໄດ້ຍຶດໝັ້ນທາງການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ, ເປັນຄູ່ຮ່ວມຊະຕາສັງຄົມນິຍົມ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ເວົ້າສະເພາະ ແຂວງຫູໜານ ແລະ ສປປ ລາວ ໄດ້ເພີ່ມທະວີການຮ່ວມມືທາງດ້ານວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ແທດເໝາະກັບສະພາບການຕົວຈິງ. ນັບແເຕ່ເດືອນ ກໍລະກົດ 2018 ທີ່ຜ່ານມາ ໄດ້ລິເລີ່ມໂຄງການເຊື້ອເຊີນນັກທ່ອງທ່ຽວຫູໜານຫຼາຍກວ່າ 10.000ຄົນ ໄປຢ້ຽມຢາມ ສປປ ລາວ ຊຶ່ງໄດ້ສຳເລັດຕາມລະດັບຄາດໝາຍ ຕົວເລກນີ້ ຊິ້ໃຫ້ເຫັນວ່າສະຖານທີ່ທ່ອງທ່ຽວຂອງລາວ ໄດ້ຮັບຄວາມສົນໃຈຫຼາຍສົມຄວນຈາກນັກທ່ອງທ່ຽວຊາວ ຫູໜານ.

ສຳລັບປີນີ້ສອງລັດຖະບານສອງປະເທດໄດ້ຕົກລົງຮ່ວມກັນຈັດຕັ້ງປີທ່ອງທ່ຽວລາວ-ຈີນຂື້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 25 ມັງກອນ ຜ່ານມາ. ໃນແຜນກິດຈະກໍາຕ່າງໆທີ່ຈະຈັດຕັ້ງຂື້ນຢູ່ສປປ ລາວ ແລະ ສປ ຈີນ ຕາມລຳດັບ ແຕ່ຕົ້ນປີ ຈົນຮອດທ້າຍປີ 2019, ກໍ່ຍັງມີອີກກິດຈະກຳຫນຶ່ງ ຊຶ່ງຈະຈັດຂຶ້ນຢູ່ແຂວງຫູໜານ ໃນເດືອນ ຕຸລາ ຫາ ພະຈິກ 2019ທີ່ຈະມາເຖິງນີ້.


ພາຍຫຼັງເປີດປີທ່ອງທ່ຽວລາວ-ຈີນ 2019 ເປັນຕົ້ນມາ ອີງຕາມສະຖິຕິ 6 ເດືອນຕົ້ນປີ 2019ນີ້ ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ 2ລ້ານກວ່າຄົ້ນ ເພິ່ມຂື້ນ 5% ຖ້າທຽບໃສ່ໄລຍະດຽວກັນໃນປີ 2018 ໃນນັ້ນຈໍານວນນັກທ່ອງທ່ຽວຈີນມີເຖິງ 5ແສນກວ່າຄົນ ເພີ່ມຂື້ນ 13% ໃນຕົວເລກຄາດໝາຍ 1 ລ້ານເທື່ອຄົນ.

ທ່ານຮອງລັດຖະມົນຕີຍັງກ່າວດ້ວຍຄວາມເຊື່ອໝັ້ນວ່າ: ເທດສະການທ່ອງທ່ຽວທາງວັດທະນະທຳສາກົນ ປະຈຳປີ 2019 ຂອງແຂວງຫູໜານຄັ້ງນີ້ ຈະເປັນນິມິດໝາຍທີ່ດີ ໃຫ້ແກ່ການເສີມສ້າງສາຍພົວພັນຮ່ວມມືໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ ໂດຍສະເພາະແນໃສ່ການກະຕຸກຊຸກຍູ້ ແລະ ການເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ຂອງ ສອງປະເທດ ລາວ-ຈີນ ໃຫ້ນັບມື້ນັບກວ້າງຂວາງຍິ່ງຂື້ນ.

ທ່ານຍັງກ່າວອີກວ່າ ສອງມື້ຕໍ່ໜ້າ ພວກຂ້າພະເຈົ້າຈະໄດ້ຮ່ວມກັບ ເພື່ອນມິດຈາກປະເທດຕ່າງໆ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ພາຍໃນແຂວງຫູໜານ ແລະ ສຳຜັດກັບທິວທັດທຳມະຊາດ, ຊິມອາຫານອັນແຊບຊ້ອຍຂອງແຂວງຫູໜານ, ພ້ອມດຽວກັນນັ້ນ, ກໍ່ຈະໄດ້ຖອດຖອນແລກປ່ຽນບົດຮຽນ ແລະ ຊອກຮູ້ພຶດຕິກຳຕົວຈິງ ໃນການພັດທະນາວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງຫູໜານ ເພື່ອນຳເອົາບົດຮຽນອັນລໍ້າຄ່າດັ່ງກ່າວນັ້ນ ກັບໄປສົມທົບກັບພະແນກການທີ່ກ່ຽວຂ້ອງ ເພື່ອໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.

*

*

*