ເກາະບໍນຽວສູນເສຍເນື້ອທີ່ປ່າເກືອບ40%ຈາກທຸລະກິດນໍ້າມັນປາມ

94

ທຸລະກິດປາມນໍ້າມັນເຮັດໃຫ້ເກາະບໍນຽວຂອງອິນໂດເນເຊຍທີ່ອຸດົມສົມບູນໄປດ້ວຍທໍາມະຊາດສູນເສຍເນື້ອທີ່ປ່າໄປບໍ່ຕໍ່າກວ່າ39%ໃນເວລາບໍ່ເຖິງ20ປີ.

ເກາະບໍນຽວມີຂະໜາດໃຫຍ່ເປັນອັນດັບ3ຂອງໂລກ ແລະ ໃຫຍ່ທີ່ສຸດໃນອາຊີ,ເນື້ອທີ່ທາງເໜືອບໍ່ເຖິງ30%ເປັນທີ່ຕັ້ງຂອງບຣູໄນ,ລັດຊາບາ ແລະ ລັດຊາຣາວັກຂອງມາເລເຊຍທີ່ເຫຼືອເປັນຂອງອິນໂດເນເຊຍ.ສູນເພື່ອການວິໄຈປ່າສາກົນຫຼືຊີໄອເອຟໂອອາຣ໌ເຊິ່ງມີສໍານັກງານໃຫຍ່ໃນເມືອງ ໂບກໍຂອງອິນໂດເນເຊຍໃຫ້ຮູ້ວ່າໃນໄລຍະປີ2000-2018ເນື້ອທີ່ປ່າຂອງເກາະນີ້ເສຍໄປເຖິງ39,37ລ້ານໄລ່ໃນຈໍານວນນີ້15ລ້ານໄລ່ສູນເສຍໄປເພາະບໍລິສັດນໍ້າມັນປາມ ແລະ ອີກ2,88ລ້ານໄລ່ສູນເສຍໄປເພາະບໍລິສັດຜະລິດເຈ້ຍເນື່ອງຈາກທຸລະກິດປາມນໍ້າມັນສາເຫດທີ່ເຮັດໃຫ້ປ່າໃນສ່ວນຂອງອິນໂດເນເຊຍ ແລະ ມາເລເຊຍສູນເສຍໄປ35 ແລະ 46%ຕາມລໍາດັບ.

 

ອິນໂດເນເຊຍ ແລະ ມາເລເຊຍຜະລິດນໍ້າມັນປາມລວມກັນ85%ຂອງໂລກນໍາໄປໃຊ້ໃນອຸດສາຫະກໍາຫຼາຍຢ່າງຕັ້ງແຕ່ສະບູ,ລິບສະຕິກຕະຫຼອດຮອດໄບໂອດີເຊວ.

ຊີໄອເອຟໂອອາຣ໌ຄິດໄລ່ຕົວເລກປ່າທີ່ສູນເສຍໄປເນື່ອງຈາກທຸລະກິດນໍ້າມັນປາມຈາກເນື້ອທີ່ປ່າທີ່ຖືກຖາງແລ້ວປ່ຽນເປັນເນື້ອທີ່ປູກຝັງທາງອຸດສາຫະກໍາພາຍໃນປີດຽວກັນບໍ່ລວມເນື້ອທີ່ຂອງກະສິກອນປູກນໍ້າມັນປາມລາຍຍ່ອຍທີ່ຜະລິດ40%ຂອງທັງໂລກ ແລ ະບໍ່ລວມເນື້ອທີ່ປ່າທີ່ໄດ້ຮັບຜົນກະທົບຈາກການພັດທະນາເນື້ອທີ່ປູກຝັງ,ຜົນການສຶກສາພົບວ່າການປ່ຽນປ່າເປັນເນື້ອທີ່ປູກຝັງເລີ່ມຫຼຸດໜ້ອຍຖອຍລົງຕັ້ງແຕ່ປີ2012ເປັນຕົ້ນມາເພາະລາຄານໍ້າມັນປາມຕົກ ແລະ ອິນໂດເນເຊຍມີຄໍາສັ່ງຫ້າມເຮັດການປູກຝັງໃໝ່ເຮັດໃຫ້ການສູນເສຍເນື້ອທີ່ປ່າເພາະການຂະຫຍາຍການປູກນໍ້າມັນປາມຫຼຸດລົງຈາກ28,5ໃນປີ2017ເຫຼືອ22%ເມື່ອປີກ່ອນ.