ສາວຖິ່ນລໍາພອນ ກັບຜົນງານເພງຄູ່ໃນການແລກປ່ຽນຄວາມຄິດໃໝ່ໆ

209

ຫຼາຍຄົນອາດຈະໄດ້ຟັງເພງ “ ສິໄຫ້ນໍາບໍ່ ” ຂອງ ສາວດອກຫຍ້າ ຖິ່ນລໍາພອນ ເຊິ່ງໄດ້ຮັບກະແສຕອບຮັບດີຫຼາຍຈາກພາຍໃນ ແລະ ປະເທດເພື່ອນບ້ານ. ປັດຈຸບັນ ສາວດອກຫຍ້າ ຖິ່ນລໍາພອນ ໄດ້ປ່ຽນແນວເພງການຮ້ອງແບບໃໝ່ທີ່ທັນສະໄໝ ພ້ອມທັງໄດ້ ຄວາມຄິດແນວໃໝ່ໆເພີ່ມຂຶ້ນດ້ວຍຜົນງານເພງ “ ນານານາ ”, “ ຫຼອກກັນ ” ແລະ “ ຈື່ໄດ້ບໍ່ ” ເປັນເພງທີ່ຮ້ອງຮ່ວມກັບໜຸ່ມ ຊາມິໂອ ພີ ( Zamio P ) ແລະ ອານຸສິດ.

ນາງ ຖິ່ນລໍາພອນ ມະຫາວົງ ຫຼື ດອກຫຍ້າ ຖິ່ນລໍາພອນ ໄດ້ໃຫ້ສໍາພາດວ່າ: ປັດຈຸບັນຕົນເອງກໍາລັງສຶກສາຢູ່ປະເທດຈີນ ເຊິ່ງໄລຍະປິດພາກຮຽນກໍໄດ້ກັບມາປະເທດລາວ ແລະ ໄດ້ຮ່ວມງານກັບໜຸ່ມ ຊາມິໂອ ພີ ມາຫຼາຍຜົນງານ ໃນອະນາຄົດກໍຍັງຈະມີອີກແນ່ນອນ. ສໍາລັບການໄດ້ມາຮ້ອງຮ່ວມກັບໜຸ່ມ ຊາມິໂອ ພີ ຖືເປັນການແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ກ່ຽວກັບການຮ້ອງເພງພ້ອມທັງການສະແດງຕ່າງໆນໍາ.

ສໍາລັບຄວາມຍາກ ແລະ ຄວາມງ່າຍໃນການຮ້ອງເພງຄູ່ ຫຼື ດຽວ ຕົນຄິດວ່າບໍ່ຕ່າງກັນເພາະການຮ້ອງເພງຄູ່ ຫຼື ດ່ຽວກໍຕ້ອງອາໄສຄວາມພ້ອມກ່ອນຈະລົງມືເຮັດ, ສ່ວນປະສົບການຫຼາຍໆຢ່າງທີ່ໄດ້ມາ ເຊັ່ນ: ໄດ້ຮຽນຮູ້ສິ່ງໃໝ່ໆເພີ່ມຂຶ້ນ ແລະ ສິ່ງທີ່ພູມໃຈຄືສາມາດສ້າງລາຍໄດ້ໃຫ້ກັບຕົນເອງ ເພື່ອຊ່ວຍແບ່ງເບົາຄ່າໃຊ້ຈ່າຍຈາກພໍ່ແມ່.

ໃນນາມຕົນເອງເປັນຕົວແທນທີ່ຢູ່ໃນວົງການບັນເທີງລາວ ເກືອບ 5 ປີ ເພງແນວ Hiphop RNB ສໍາລັບຕົນເອງຖືວ່າໂຊກດີມີ Zamio P ເປັນຕົ້ນແບບໃຫ້ ພ້ອມທັງຄິດວ່າເປັນແນວທາງໃຫ້ໄວໜຸ່ມລາວຍຸກໃໝ່ໄດ້ມີ ຄວາມສົນໃຈຫັນມາຟັງເພງລາວເຮົາຫຼາຍຂຶ້ນ ແລະ ມີຄວາມມັກຮັກໃນການຮ້ອງລຳທຳເພງ ແຕ່ກ່ອນ ຖິ່ນລຳພອນເອງ ກໍຮ້ອງແນວໝໍລຳ ແລະ ມີໂອກາດໄດ້ຮ່ວມງານກັບ Zamio P ຈຶ່ງເຮັດໃຫ້ຕົນເອງຮ້ອງເພງໄດ້ຫຼາຍແນວຫຼາຍແບບທັງລູກທົ່ງບ້ານນາ ແລະ Hiphop RNB ສະຫຼັບສັບປ່ຽນກັນໄປ.

ແຜນໃນການເຮັດເພງໃໝ່ແມ່ນມີແນ່ນອນໃນໄວໆນີ້ ແຕ່ຂໍປິດໄວ້ກ່ອນແຟນໆສາມາດຕິດຕາມຜົນງານເພງ ຫຼື ຂໍ້ມູນ – ຂ່າວສານຂອງ ສາວດອກຫຍ້າ ຖິ່ນລໍາພອນ ໄດ້ທາງແຟນເພຈ໌ Thinlamphone ແລະ ຊ່ອງທາງຢູທູບ Thinlamphone ຫຼື Zamio P.

ຂ່າວ: ນຸ້ມນິ້ມ; ຮູບ: Thinlamphone