7 ຄຸນປະໂຫຍດ ດື່ມນໍ້າຫວ້ານຫາງແຂ້ ຊ່ວຍລ້າງສານພິດຕົກຄ້າງ

185

ເປັນທີ່ຮູ້ກັນຫຼາຍເມື່ອເອີ່ຍເຖິງສະໝຸນໄພຊະນິດນີ້ ເຊິ່ງຫຼາຍໆຄົນມັກນໍາມາເສີມຄວາມງາມ ແລະ ໃຊ້ປະໂຫຍຢ່າງຫຼວງຫຼາຍກັນແລ້ວ, ແຕ່ທ່ານຮູ້ບໍວ່າ ຫວ້ານຫາງແຂ້ນີ້ ຍັງມີສັບພະຄຸນທາງຢາ ເຊິ່ງສາມາດປິ່ນປົວໄດ້ທັງພາຍໃນ ແລະ ພາຍນອກ, ພ້ອມນີ້, ຍັງຊ່ວຍໃຫ້ຮ່ງກາຍແຂງແຂງຫາກດື່ມນໍ້າຫວ້ານຫາງແຂ້ເປັນປະຈຳ ເຊິ່ງຈະມີສັບພະຄຸນແນວໃດເບິ່ງພ້ອມກັນເລີຍ!!!!

ในภาพอาจจะมี เครื่องดื่ม และอาหาร

ຊ່ວຍລ້າງສານພິດ: ການດື່ມນໍ້າຫວ້ານຫາງແຂ້ ຈະຊ່ວຍໃຫ້ລະບົບຍ່ອຍອາຫານ ເຮັດວຽກໄດ້ສະດວກຂຶ້ນ, ຂັບຖ່າຍສິ່ງເສດເຫຼືອອອກຈາກຮ່າງກາຍໄດ້ດີ, ລ້າງສານພິດຕົກຄ້າງໃນຮ່າງກາຍ ແລະ ຍັງສາມາດຊ່ວຍບັນເທົາອາການອັກເສບ ແລະ ຄາຍຄວາມຮ້ອນພາຍໃນຮ່າງກາຍອີກດ້ວຍ.

ເພາຫວ້ານຫາງແຂ້ ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດ: ມີວິຕາມິນເອ, ຊີ, ອີ, ບີ1,2,3,6 ແລະ ບີ12 ແລະ ກົດໂຟລິກ, ມີແຄລຊ້ຽມ, ແມັກນີຊ້ຽມ, ສັກກະສີ, ທາດເຫຼັກ, ໂພເທັກຊຽມ ເຊິ່ງວິຕາມິນ ແລະ ແຮ່ທາດເຫຼົ່ານີ້ ມີສັບພະຄຸນຕໍ່ການເຮັດວຽກຂອງຮ່າງກາຍ ສ້າງພູມຄຸ້ມກັນໃຫ້ຮ່າງກາຍແຂງແຮງ.

 

ไม่มีคำอธิบายรูปภาพ

ປັບສະພາວະຄວາມເປັນກົດ ແລະ ເປັນດ່າງໃນຮ່າງກາຍ: ພາວະຄວາມເປັນກົດເປັນດ່າງ ໃນຮ່າງກາຍນັ້ນສຳຄັນ ເພາະສຸຂະພາບທີ່ດີຈະຕ້ອງມີຄວາມເປັນດ່າງຫຼາຍກວ່າກົດ ແລະ ຄຸນປະໂຫຍດຈາກນໍາຫວ້ານຫາງແຂ້ ຈະຊ່ວຍປັບຄວາມເປົນກົດໃນຮ່າງກາຍ ໃຫ້ຮ່າງກາຍເປັນດ່າງ ສົ່ງຜົນໃຫ້ສຸຂະພາບແຂງແຮງ.

ຊ່ວຍໃຫ້ຫົວໃຈແຂງແຮງ: ມີການສຶກສາພົບວ່າ ນໍ້າຫວ້ານຫາງແຂ້ ຊ່ວຍກະຈາຍອົກຊີເຈນໃນເມັດເລືອດແດງໃຫ້ເຮັດວຽກດີຂຶ້ນ, ຊ່ວຍຫຼຸດລະດັບຄໍເລສເຕີຮອລ ດ້ວຍການຄວບຄຸມຄວາມດັນເລືອດ ຫາກດື່ມນໍ້າຫວ້ານຫາງແຂ້ເປັນປະຈຳສາມາດຫຼຸດສ່ຽງເປັນໂຣກຫົວໃຈໄດ້.

 

ในภาพอาจจะมี เครื่องดื่ม

ຊ່ວຍຫຼຸດນໍ້າໜັກ: ການດື່ມນໍ້າຫວ້ານຫາງແຂ້ຫຼັງອາຫານ ຫຼື ກ່ອນອອກກຳລັງກາຍ ຈະຊ່ວຍເຮັດໃຫ້ຮ່າງກາຍເກີດການເຜົາຜານແຄຣໍລີໄດ້ຢ່າງວ່ອງໄວ ແລະ ຊ່ວຍພັດທະນາກ້າມຊີ້ນ ພ້ອມທັງຊ່ວຍແປງໄຂມັນໃຫ້ກາຍເປັນກ້າມຊີ້ນອີກດ້ວຍ.
ຊ່ວຍເລັ່ງອັດຕາການເຜົາຜານອາຫານໃຫ້ດີຍິ່ງຂຶ້ນ, ຫວ້ານຫາງແຂ້ທີ່ອຸດົມໄປດ້ວຍສານອາຫານ ແລະ ວິຕາມິນຫຼາຍຊະນິດ ຈະຊ່ວຍໃຫ້ຮ່າງກາຍມີແຮງເຖິງວ່າກຳລັງຫຼຸດນໍ້າໜັກ ແລະ ຊ່ວຍໃນການລະງັບຄວາມຢາກອາຫານ

 

ในภาพอาจจะมี อาหาร

ຕ້ານແບັດເຕີເຣຍ: ເປັນຢາຕ້ານແບັດເຕີເຣຍ ມີຜົນການວິໄຈພົບວ່າ ຫວ້ານຫາງແຂ້ມີລິດເປັນຢາ ຫຼື ເອີ້ນວ່າ Anti-Bacterial Activity ຈຶ່ງຊ່ວຍປ້ອງກັນການຕິດເຊື້ອ ໂດຍສະເພາະຜູ້ປ່ວຍທາງເດີນອາຫານອັກເສບ.

 

ในภาพอาจจะมี ต้นพืช และอาหาร

ຂໍ້ຄວນລະວັງ: ສຳລັບສາວໆ ທີ່ກຳລັງຢູ່ໃນຊ່ວງປະຈຳເດືອນ ຫ້າມດື່ມນໍ້າຫວ້ານາງແຂ້ໃນປະລິມານຫຼາຍເກີນໄປ ເພາະຈະເຮັດໃຫ້ປະຈໍາເດືອນມາຫຼາຍຜິດປົກກະຕິ ແລະ ອາດຈະເກີດພາວະການແທ້ງລູກໄດ້ ໃນກໍລະນີຖືພາ.

 

ในภาพอาจจะมี ต้นพืช