*
*
*
ອີກໜຶ່ງສາວງາມຜູ້ເຂົ້າປະກວດ Miss World Laos 2019 ທີ່ຫຼາຍໆຄົນຍັງຄຸ້ນໜ້າ ຄຸນຕາກັນດີ ໝາຍເລກ MWT 20 ພັດທະນາ ຄິດາພອນ ຫຼື ໂຕມີວ ແລະ ຕ້ອງຂໍສະແດງຄວາມຍິນນໍາສາວ ໂຕມິວ ທີ່ໄດ້ຮັບລາງວັນຈາກເວທີດັ່ງກ່າວ ນັ້ນກໍຄືໄດ້ເປັນ ຮອງອັນດັບ 1 Miss Grand Laos 2019 ພ້ອມກັບລາງວັນຂວັນໃຈຊ່າງພາບ … ຈາກຮອຍຍິ້ມທີ່ມີສະເໜ່ທີ່ໜຸ່ມໆເຫັນແລ້ວໃຈລະລາຍເຊັ່ນດຽວກັບຊ່າງພາບ…
*
*
*
ໂຕມິວ ອາຍຸ 21 ປີ ຈາກແຂວງນະຄອນຫລວງວຽງຈັນ ປັດຈຸບັນກຳລັງສຶກສາທີ່ສະຖາບັນ ຣັດຕະນະບໍລິຫານທຸລະກິດ ປີ3 ສາຂາການເງິນ-ການທະນາຄານ ແລະ ເປັນທີມສິລະປະຂອງໂຮງຮຽນພ້ອມ, ປັດຈຸບັນຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
*
*
*
ການເລືອກມາປະກວດເວທີນີ້: ເພາະຢາກເປີດໂອກາດໃຫ້ໂຕເອງໄດ້ສະແດງຄວາມສາມາດ ສັກກາຍະພາບ ເທິງເວທີ ແລະ ເປັນຄວາມຝັນອີກຢ່າງໜຶ່ງທີ່ຢາກເປັນນາງງາມ ຢາກເປັນແບບຢ່າງໃຫ້ແມ່ຍິງລາວ ແລະ ຕາງໜ້າແມ່ຍິງລາວໄປເຜີຍແຜ່ຄວາມຮູ້ ວັດທະນະທຳ ປະເພນີລາວໃຫ້ຕ່າງຊາດໄດ້ຮັບຮູ້
*
*
*
ເຄີຍປະກວດນາງສາວນະຄອນຫຼວງວຽງຈັນ 2019, ຖ່າຍວາລະສານພາເພີນ, ຖ່າຍໂຄສະນາ, ຖ່າຍຫນັງສັ້ນ ແລະ ເດີນແບບທົ່ວໄປ
ຄະຕິປະຈຳໃຈ: ຢ່າຢ້ານທີ່ຈະຫນັກແໜ້ນໃຈໂຕເອງ ແລະ ຈົ່ງເຊື່ອຫມັ້ນໃນຄວາມສາມາດຂອງໂຕເຈົ້າເອງ
*
*
*
ເຄັດລັບດູແລສຸຂະພາບ ແລະ ຄວາມງາມ: ຫລັກໆກໍແມ່ນການອອກຳລັງກາຍ,ພັກຜ່ອນໃຫ້ພຽງພໍ ແລະ ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ
*
*
ເວລາວ່າງ: ສ່ວນຫຼາຍມັກຮ້ອງເພງ ແລະ ເຕັ້ນ, ຊາຍໃນຝັນຫວາ 555+ ມັກຜູ້ຊາຍທີ່ມີຄວາມເປັນຜູ້ນຳ,ອົບອຸ່ນສາມາດດູເເລເຮົາໄດ້ ແລະ ກໍຮັກເຮົາກັບຄອບຄົວເຮົາພ້ອມ
*
*
*
ເປົ້າຫມາຍໃນຊີວິດມີວຢາກເຮັດໃຫ້ຄອບຄົວມີຄວາມສຸກ ແລະ ເຮັດໃຫ້ທຸກຄົນພູມໃຈໃນໂຕເຮົາ
*
*
*