ສະຕີມົ້ງແຫ່ງຍຸກສະໄໝ ຊຸດປະຈໍາຊາດ ໃນການປະກວດ Miss Asia Pacific International 2019

79

ເຜີຍຊຸດປະຈໍາຊາດຂອງ ເອລິກ ລິກສະຢາ ໄຊຊົມພູ ທີ່ຈະສວມໃສ່ໃນເວທີປະກວດ Miss Asia Pacific International 2019 ທີ່ ຟິລິບປິນ ໃນວັນ 26 ກັນຍາ 2019…

*

*

*

ໃນຊື່ຊຸດ ສະຕີມົ້ງ ແຫ່ງຍຸກສະໄໝ ຈາກຫ້ອງເຄື່ອງ ແສງຈຳປາ ອອກແບບໂດຍ : ອຈ ສົມສະນຸກ ສາຂານັກອອກແບບ ສະແດງເຖິງຄວາມສຳຄັນຂອງສິດ, ພາລະບົດບາດຂອງແມ່ຍິງລາວ ເວົ້າສະເພາະກໍຄືຊົນເຜົ່າມົ້ງ ເຊິ່ງເປັນແມ່ຍິງທີ່ມີຄວາມເຂັ້ມແຂງ, ມີນໍ້າໃຈຮັກຊາດແພງເຊື້ອ, ມີມູນເຊື້ອດຸໝັ່ນ ຂະຫຍັນພຽນໃນດ້ານການອອກແຮງງານ ແລະ ທຳມາຫາກິນ ເພື່ອລ້ຽງຊີບ ຄ່ຽງບ່າຄ່ຽງໄຫຼ່ຜູ້ຊາຍຕັ້ງແຕ່ໃດມາ.

*

*

*

ສະນັ້ນ ຈຶ່ງກາຍເປັນແຮງບັນດານໃຈໃນການສ້າງສັນ ຊຸດສະຕີມົ້ງແຫ່ງຍຸກສະໄຫມ ອັນເປັນດັ່ງຕົວແທນໃຫ້ແມ່ຍິງລາວສະໄຫມໃຫມ່ ທຸກທົ່ວໜ້າ ເຊິ່ງສະແດງອອກຜ່ານວັດທະນະທຳ ການນຸ່ງຖືແບບຊົນເຜົ່າທີ່ມີເອກະລັກຂອງຊາດເຊິ່ງແຝງໄປດ້ວຍ ຄວາມງົດງາມປານິດທາງດ້ານສິລະປະ, ພູມປັນຍາ ແລະ ຫົວຄິດປະດິດສ້າງຂອງຄົນລາວ. ພ້ອມດຽວກັນ, ກໍຢາກສະທ້ອນໃຫ້ເຫັນວ່າແມ່ຍິງທົ່ວໂລກບໍ່ວ່າຈະເປັນເຊື້ອຊາດ, ສາສະໜາໃດ ກໍສາມາດມີຄຸນຄ່າທີ່ໂດດເດັ່ນໃນທຸກດ້ານບໍ່ວ່າຈະເປັນທາງດ້ານວິຖີຊິວິດ, ແນວຄິດທັດສະນະຄະຕິ, ວັດທະນະທຳ ດັ່ງທີ່ທຸກຄົນສາມາດເຫັນໄດ້ໃນສັງຄົມຕົວຈິງ.

*

*

ຮ່ວມເປັນແຮງເຊຍ ແລະ ໃຫ້ກໍາລັງໃຈໃຫ້ສາວ ເອລິກ ຕົວແທນສາວລາວຄົນນີ້ທີ່ ຈະໄປເຜີຍແຜ່ວັດທະນາທຳ ຄວາມເປັນລາວ ໃຫ້ຊາວໂລກໄດ້ຮັບຮູ້ ທີ່ປະເທດຟິລິບປິນ

*

*

*

 

ເອລິກ ອາຍຸພຽງແຕ່ 19 ປີ ເປັນຮອງອັນດັບ2 Miss Vientiane 2019 ແລະ ໄດ້ເປັນຕົວແທນໄປປະກວດ Miss Asia Pacific International 2019 ນີ້

*

*

ເອລິກ ເປັນສາວນ້ອຍທີ່ຜ່ານໂຄງການອາສາສະໝັກຂອງສາກົນ ເຊັ່ນ: ເປັນອາສາສະໝັກສອນໜັງສືເດັກນ້ອຍຮ່ວມກັບຄົນສິງກະໂປ ໃນໂຄງການ YE Project ,ອາສາສະໝັກຊ້າງນ້ອຍ ຮ່ວມກັບ WOC ແລະ ປະຈຸບັນ ເປັນອາສາສະໝັກ ສະມາຄົມສົ່ງເສີມທັກສະຊີວິດເດັກ.

*

*

ເອລິກ ເຄີຍເປັນນັກຮຽນເກັ່ງ ວິຊາ ຟິຊິກ ຂັ້ນເມືອງ, ຍັງໄດ້ເຂົ້າຮ່ວມແຂ່ງຂັນເວົ້າພາສາອັງກິດຂອງປະເທດອັງກິດ ແລະ ໄດ້ເຂົ້າຮ່ວມຮຽນ ຈົບຄອສ Soft Skills ແລະ Medthods of Writing ທີ່ສູນອາເມລິກາ ທາດດຳ ນໍາອີກ

*