ສັບພະຄຸນຈາກໝາກຕານ ຊ່ວຍບັນເທົາອາການໄອ ແລະ ລະລາຍຂີ່ກະເທີ່

351

ໝາກຕານ ເປັນໝາກໄມ້ພື້ນບ້ານທີ່ຢູ່ຄູ່ກັບຄົນລາວຕັ້ງແຕ່ອະດີດ ຈົນເຖິງປັດຈຸບັນ ເຊິ່ງທຸກສ່ວນຂອງໝາກຕານສາມາດນຳມາໃຊ້ປະໂຫຍດຢ່າງຫຼວງຫຼາຍໄດ້ແກ່ ນໍ້າຕານກ້ອນ ຫຼື ຈະນຳໝາກອ່ອນມາຮັບປະທານສົດໆກໍ່ຍິ່ງໄດ້ລົດຊາດແຊບ ຫອມຫວານ ຮູ້ສຶກສົດຊື່ນນັ້ນເອງ.

ในภาพอาจจะมี อาหาร

 

ໝາກຕານ ປະກອບດ້ວຍສານອາຫານ ທີ່ມີປະໂຫຍດຢ່າງຫຼວງຫຼາຍຕໍ່ຮ່າງກາຍເປັນຕົ້ນແມ່ນ: ມີຄາໂບໄຣເດສ ທີ່ໃຫ້ພະລັງງານທີ່ດີແກ່ຮ່າງກາຍ ພ້ອມທັງມີໄຟເບີ້ທີ່ເຮັດໃຫ້ເທື່ອກິນເຂົາໄປຮູ້ສຶກອີ່ມດົນ ແລະ ຊ່ວຍໃນການຂັບຖ່າຍທີ່ດີ ແລະ ປ້ອງກັນການຖອກທ້ອງ.

 

ในภาพอาจจะมี อาหาร

 

ມີແຄລຊ້ຽມ, ຟໍຟໍສຣັສ ທີ່ຊ່ວຍເສີມສາງກະດູກ ແລະ ແຂ້ວ ໃຫ້ແຂງແຮງ ແລະ ຊ່ວຍໃຫ້ຮ່າງກາຍເຮັດວຽກເປັນປົກກະຕິ
ທາດເຫຼັກ ຊ່ວຍບຳລຸງເລືອດ ແລະ ການໝູນວຽນຂອງເລືອດ. ນອກຈາກນັ້ນ, ຍັງມີວິຕາມິນຊີ, ສານຕ້ານອະນຸມູນອິດສະຫຼະທີ່ດີຕໍ່ຮ່າງກາຍ, ເຮັດໃຫ້ຮ່າງກາຍແຂງແຮງ, ຊ່ວຍບຳລຸງຜິວພັນໃຫ້ສົດໃສ ແລະ ແຂງແຮງ.

 

ในภาพอาจจะมี อาหาร

 

ພ້ອມນີ້, ໝາກຕານຍັງມີສັບພະຄຸນທາງຢາສະໝຸນໄພນຳນຳອີກ ທີ່ຊ່ວຍລະລາຍຂີ້ກະເທີ່ໃນລຳຄໍ, ບັນເທົາອາການໄອ, ໄອຊໍ້າເຮື້ອ ແລະ ຊ່ວບັນເທົາອາການຮ້ອນໃນໄດ້ອີກດ້ວຍ.

 

ในภาพอาจจะมี อาหาร

 

 

ທີ່ມາ: kaijeaw.com