ແພດເຕືອນ!! ຕິດສະມາດໂຟນ ມີຜົນຕໍ່ສຸຂະພາບ

97

ສະມາດໂຟນ ຫຼື ໂທລະສັບມືຖື ເປັນສິ່ງຈຳເປັນໃນການຕິດຕໍ່ສື່ສານ ແລະ ເປັນອະໄວຍະວະສ່ວນທີ 33 ຂອງຄົນເຮົາທີ່ຂາດບໍ່ໄດ້ ເຊິ່ງບາງກຸ່ມຍັງມີພຶດຕິກຳຢູ່ກັບການຫຼິ້ນໂທລະສັບຢູ່ຕະຫຼອດເວລາ ເຊິ່ງອາດສ່ຽງເປັນ “Nomophobia” ຫຼື “ອາການຕິດໂທລະສັບມືຖື” ຈົນບໍ່ສາມາດປາສະຈາກມັນໄດ້ ເຊິ່ງພຶດຕິກຳເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ສຸຂະພາບໂດຍກົງ, ສະນັ້ນ, ຄວນປ່ຽນພຶດຕິກຳ ໂດຍຫາກິດຈະກຳອື່ນທົດແທນການຫຼິ້ນໂທລະສັບ.

 

ในภาพอาจจะมี หนึ่งคนขึ้นไป และโทรศัพท์

 

ແພດຜູ້ຊ່ຽວຊານກ່າວວ່າ: ອາການຕິດໂທລະສັບມືຖື ຈະສົ່ງຜົນຕໍ່ການຄົບຄ້າສາມາຄົມກັບຄົນອ້ອມຂ້າງ ແລະ ສັງຄົມ ໂດຍສະເພາະດ້ານສຸຂະພາບເຊັ່ນ: ນິ້ວມືລ໊ອກ ເຊິ່ງເກີດຈາກການຈິ້ມ, ສະໄລ ໜ້າຈໍເປັນເວລາດົນ; ມີອາການທາງສາຍຕາເຊັ່ນ: ສາຍຕາລ້າ, ຕາມົວ, ຕາແຫ້ງ ຊິ່ງເກີດຈາກການຈ້ອງໜ້າຈໍ ທີ່ມີແສງແຮງເກີນໄປ ແລະ ອາດສົ່ງຜົນໃຫ້ວຸ້ນໃນຕາເສື່ອມ, ຈໍປະສາດຕາເສື່ອມ.

 

ในภาพอาจจะมี หนึ่งคนขึ้นไป และโทรศัพท์

ປວດເມື່ອຍຄໍ, ບ່າໄຫຼ ຈາກການກົ້ມໜ້າ, ກົ່ງຕົວລົງ ສົ່ງຜົນໃຫ້ເລືອດໄຫຼວຽນບໍ່ສະດວກ, ຫາກຫຼິ້ນເປັນເວລາດົນໆອາດຈະມີການເຈັບຫົວ ລວມໄປເຖິງໝອນຮອງກະດູກເສື່ອມສະພາບກ່ອນໄວອັນຄວນ.
ເກີດໂຣກອ້ວນ ແມ່ນວ່າພຶດຕິກຳຈະບໍ່ໄດ້ສົ່ງຜົນໂດຍກົງ ແຕ່ການນັ່ງບ່ອນເກົ່າໂດຍບໍ່ຍອມລຸກຍ່າງໄປໃສ ກໍ່ເປັນອີກປັດໄຈທີ່ພາໃຫ້ເກີດໂຣກອ້ວນ ແລະ ໂຣກຮ້າຍອື່ນໆໄດ້.

 

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

ຕໍ່ກັບພຶດຕິກຳດັ່ງກ່າວ ແພດຜູ້ຊ່ຽວຊານຈາກສະຖາບັນສຸຂະພາບຈິດ ແລະ ໄວລຸ້ນຣາດນະຄະຣິນ, ກົມສຸຂະພາບຈິດ ປະເທດໄທກ່າວວ່າ: (Nomophobia) ຫຍໍ້ມາຈາກ ຄໍາວ່າ “no mobile phone phobia” ເປັນສັບທີ່ໜ່ວຍງານວິໄຈທາງການຕະຫຼາດໃຫຍ່ (YouGov) ບັນຍັດຂຶ້ນມາເມື່ອປີ 2010 ທີ່ໃຊ້ເອີ້ນອາການທີ່ເກີດຈາກການຢ້ານກົວ, ວິຕົກກັງວົນ ເມື່ອຂາດໂທລະສັບ ເຊິ່ງພົບເຫັນຫຼາຍທີ່ສຸດປະມານ 70% ໃນກຸ່ມໄວລຸ້ນອາຍຸປະມານ 18-24 ປີ, ຮອງລົງມາແມ່ນກຸ່ມໄວເຮັດວຽກອາຍຸປະມານ 25-34 ປີ ແລະ ກຸ່ມໄວອາຍຸໃກ້ກະສຽນ 55 ປີ ຂຶ້ນໄປຕາມລຳດັບ.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และโทรศัพท์

ຢ່າງໃດກໍ່ຕາມ ແນວທາງການປ່ຍນແປງພຶດຕິກຳໃຊ້ໂທລະສັບມືຖືດ້ວຍຕົນເອງ ມີຫຼາຍວິທີເຊັ່ນ: ແບ່ງເວລາໃນການໃຊ້ໂຊຊ້ຽວມີເດຍໃນແຕ່ລະວັນ, ກໍານົດສະຖານນະການທີ່ບໍ່ຫຼິ້ນໂທລະສັບເປັນຕົ້ນ: ການຍ່າງ, ການກິນ, ການນອນ, ຂັບລົດ, ຮຽນ, ເຮັດວຽກ ຫຼື ແມ່ນແຕ່ຢູ່ໃນຫ້ອງນໍ້າ ແລະ ຄວນຫາກິດຈະກຳງານອະດິເລກເຮັດທົດແທນເຊັ່ນ: ຫຼິ້ນກິລາ, ເຮັດກິດຈະກຳຜ່ອນຄາຍໃນຄອບຄົວ ເພື່ອທົດແທນການໃຊ້ອຸປະກອນສື່ສານທຸກຊະນິດ

 

ในภาพอาจจะมี 1 คน, กำลังนั่ง

 

 

ທີ່ມາ: kaijeaw.com