ຈຸດຢືນ ອີຢູ ຫຼຸດການປ່ອຍອາຍພິດເຮືອນແກ້ວລົງ 40%

66

ສະຫະພາບເອີຣົບ ຫຼື ອີຢູ ໃຫ້ຄໍາໝັ້ນສັນຍາຫຼຸດການປ່ອຍອາຍພິດເຮືອນແກ້ວລົງ 40% ຈາກທົດສະວັດ 1990 ພາຍໃນປີ 2030.

ທ່ານ ແອນໂຕນິໂອ ກູເຕີເຣດ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຫຼື ສປຊ ຈະຈັດກອງປະຊຸມວ່າດ້ວຍອາກາດໂລກອີກຄັ້ງໃນວັນທີ 23 ເດືອນກັນຍານີ້ ເນື່ອງຈາກປະເທດປ່ອຍອາຍພິດເຮືອນແກ້ວລາຍໃຫຍ່ໆຂອງໂລກຍັງເຮັດບໍ່ໄດ້ຕາມເປົ້າທີ່ຕັ້ງໄວ້ທີ່ກໍານົດໄວ້ໃນຂໍ້ຕົກລົງປາຣີ ວ່າດ້ວຍໂລກຮ້ອນໃນປີ 2015 ວ່າປະເທດໃຫຍ່ໆຈັດຕັ້ງປະຕິບັດເລື່ອງນີ້ໄປຮອດໃສແລ້ວ.

ຂະນະທີ່ ອີຢູ ໃຫ້ຄໍາໝັ້ນສັນຍາວ່າຈະຫຼຸດການປ່ອຍອາຍພິດເຮືອນແກ້ວລົງ 40% ຈາກທົດສະວັດ 1990 ພາຍໃນປີ 2030 ໂດຍ ອີຢູ ຄາດຄະເນວ່າເປົ້າໝາຍເທົ່ານີ້ເຮັດໄດ້ບໍ່ຍາກຈຶ່ງຢາກໃຫ້ປະເທດສະມາຊິກກໍານົດເປົ້າໝາຍທີ່ຍາກກວ່າດ້ວຍການປ່ອຍອາຍພິດເຮືອນແກ້ວເປັນ 0% ພາຍໃນປີ 2050 ແຕ່ປະເທດສະມາຊິກຍັງບໍ່ເຫັນດີກົງກັນຈຶ່ງຕ້ອງເຈລະຈາຕໍ່ໄປ.

ທັງນີ້, ປະເທດທີ່ກໍານົດເປົ້າໝາຍຫຼຸດການປ່ອຍອາຍພິດເຮືອນແກ້ວຂອງຕົນເອງ ຫຼື ຢືນຢັນວ່າຈະປະຕິບັດຕາມຈຸດປະສົງຂອງຂໍ້ຕົກລົງປາຣີ ທີ່ລະບຸໄວ້ ເຊັ່ນ: ນ໊ອກແວ, ອູຣູກວາຍ ພາຍໃນປີ 2030, ຊູແອັດ, ອາເມຣິກາ ພາຍໃນປີ 2045, ຟິຈິ, ຝຣັ່ງ ແລະ ອັງກິດ ພາຍໃນປີ 2050.

ແຕ່ການກໍານົດເປົ້າໝາຍໄວ້ເຊັ່ນນີ້ບໍ່ໄດ້ໝາຍຄວາມວ່າປະເທດຈະເຮັດໄດ້ຕາມນັ້ນ, ຕົວຢ່າງມີໃຫ້ເຫັນແລ້ວກໍລະນີ ຝຣັ່ງ ອົງກອນລັດຖະບານແຫ່ງໜຶ່ງສະຫຼຸບຈະແຈ້ງວ່າສິ່ງທີ່ລັດຖະບານຝຣັ່ງ ເຮັດຈົນເຖິງເວລານີ້ບໍ່ພຽງພໍຈະບັນລຸຂໍ້ຕົກລົງຫຼຸດການປ່ອຍອາຍພິດເຮືອນແກ້ວໄດ້.