ນ້ຳປັ່ນບລູເບີຣີ

375

ບລູເບີຣີ ( Blueberry ) ແມ່ນຂຶ້ນຊື່ສຽງວ່າເປັນໝາກໄມ້ທີ່ມີສານຕ້ານອະນຸມູນອິດສະຫຼະໃນປະລິມານທີ່ສູງຫຼາຍ ສິ່ງສຳຄັນຍັງມີວິຕາມິນ A, C ແລະ E ໃນການຊ່ວຍບຳລຸງຜິວ, ບຳລຸງຜົມ ແລະ ຊ່ວຍເສີມສ້າງລະບົບພູມຄຸມກັນ ມື້ນີ້ເຮົາເລີຍນໍາເອົາໝາກໄມ້ຊະນິດນີ້ມາເຮັດເປັນເຄື່ອງດື່ມພ້ອມທັງປະສົມສ່ວນປະກອບອື່ນໆ ໃຫ້ໄດ້ຄຸນປະໂຫຍດຫຼາຍທາງອີກດ້ວຍ.

ສ່ວນປະສົມ: ໝາກກ້ວຍຫອມສຸກ 1 ໜ່ວຍ, ບລູເບີຣີກະປ໋ອງ 1/2 ຖ້ວຍນ້ອຍ, ນົມຈືດ 2 ຈອກນ້ອຍ, ໂຢເກິດລົດທຳມະຊາດ 1 ກ່ອງ, ເຂົ້າໂອ໊ດ 1/2 ຖ້ວຍນ້ອຍ, ນ້ຳເຜິ້ງ 1 ບ່ວງແກງ, ນ້ຳໝາກກ້ຽງ 1 ຈອກນ້ອຍ.

ວິທີປຸງແຕ່ງ:

ກຽມສ່ວນປະສົມທີ່ຈະປັ່ນ ໂດຍເອົາໝາກກ້ວຍ, ບລູເບີຣີ, ນ້ຳໝາກກ້ຽງ, ໂຢເກິດ ແລະ ນົມຈືດເຂົ້າໄປແຊ່ໃນຕູ້ເຢັນຈົນແຂງ ຫຼື ກາຍເປັນນ້ຳກ້ອນ ( ສຳລັບ ບລູເບີຣີ ຖ້າໃຊ້ເປັນໝາກສົດລົດຊາດ ແລະ ຄຸນຄ່າທີ່ໄດ້ຮັບກໍຈະຫຼາຍກວ່າເປັນກະປ໋ອງ ແຕ່ເນື່ອງຈາກວ່າບໍ່ແມ່ນໝາກໄມ້ບ້ານເຮົາ ຈຶ່ງຕ້ອງໄດ້ນຳເຂົ້າຈາກຕ່າງປະເທດລາຄາອາດຈະສູງກວ່າໝາກໄມ້ທົ່ວໄປ ).

ເມື່ອສ່ວນປະກອບແຂງແລ້ວເອົາໃສ່ໃນເຄື່ອງປັ່ນ ພ້ອມກັບເຂົ້າໂອ໊ດ ແລະ ນ້ຳເຜິ້ງ ປັ່ນສ່ວນປະສົມທັງໝົດໃຫ້ເຂົ້າກັນຈົນລະອຽດດີ ແລ້ວຖອກໃສ່ຈອກມັນຈະເປັນເນື້ອນຽນນຸ້ມ ( ສາເຫດແມ່ນເກີດຈາກການເອົາສ່ວນປະກອບໄປແຊ່ແຂງກ່ອນ ແທນການໃສ່ນ້ຳກ້ອນ ) ເທົ່ານີ້ກໍດື່ມໄດ້ແລ້ວ.

( ຂໍ້ມູນຈາກ: justsotasty.com ), [ ຮຽບຮຽງ: ນຸ້ມນິ້ມ ]