ບານເຕະນັກຮຽນສາມັນ ໂຄປາ ໂຄຄາ – ໂຄລາ ປີນີ້ທີມເພີ່ມຂຶ້ນເປັນ 119 ທີມ ຊີງເງິນລາງວັນ 261 ລ້ານກີບ

47

 

ການແຂ່ງຂັນບານເຕະນັກຮຽນສາມັນລາຍການ ໂຄປາ ໂຄຄາ – ໂຄລາ ຮຸ່ນອາຍຸບໍ່ເກີນ 16 ປີ ( COPA Coca – Cola Laos U16 ) ຄັ້ງທີ 3 ປະຈໍາປີ 2019 ມີທີມເພີ່ມຂຶ້ນເປັນ 119 ທີມ ຈາກໂຮງຮຽນສາມັນໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ໂດຍຈະແຂ່ງຂັນລະຫວ່າງວັນທີ 27 ກັນຍາ – 11 ຕຸລາ 2019.

ທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ກ່າວໃນພິທີຖະແຫຼງຂ່າວ ໃນວັນທີ 18 ກັນຍາ ທີ່ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ວ່າ: ຄັ້ງນີ້ຈະເປັນຄັ້ງທີ 3 ເຫັນໄດ້ວ່າມີການເຕີບໃຫຍ່ຂະຫຍາຍຕົວຄືຄັ້ງທໍາອິດ ຈັດໃນປີ 2016 ແລະ ຄັ້ງທີ 2 ໃນປີ 2018 ມີນັກກີລາເພີ່ມຂຶ້ນເປັນ 113 ທີມຈາກ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ ປາກົດວ່າ: ທີມຊາຍຊະນະເລີດແມ່ນ ມສ ນາຊາຍທອງ ແລະ ທີມຍິງ ແມ່ນ ມສ ສີຖານໃຕ້ ເມືອງຫາດຊາຍຟອງ ເຊິ່ງເວທີດັ່ງກ່າວເປັນເວທີແຈ້ງເກີດຂອງນັກກີລາລາວຫຼາຍຄົນ ໂດຍສະເພາະນັກກີລາຍິງທີ່ກາຍເປັນນັກກີລາທີມຊາດ ແລະ ສ້າງຊື່ສຽງໃນເວທີອາຊຽນທີ່ຜ່ານມາ.

ຂະນະດຽວກັນ, ທ່ານ ເດຍໂກ ລິມາ ( Diego Lima ) ຜູ້ຈັດການທົ່ວໄປຂອງ ບໍລິສັດ ລາວ ໂຄຄາ – ໂຄລາ ບ໊ອດຕລິງ ຈໍາກັດ ກ່າວວ່າ: ການແຂ່ງຂັນຈາກແບບ 11 ຄົນ ມາແຂ່ງຂັນແບບ 7 ຄົນ ເຊື່ອວ່າຈະເຮັດໃຫ້ເດັກນ້ອຍໄດ້ມາຫຼິ້ນນໍາກັນຫຼາຍຂຶ້ນໃນອີກຮູບແບບໜຶ່ງ ເພາະການຫຼິ້ນແບບ 11 ຄົນແມ່ນການແຂ່ງຂັນແບບມືອາຊີບ ແຕ່ການແຂ່ງຂັນ 7 ຄົນ ຈະສາມາດເຮັດໃຫ້ສາຍພົວພັນເຊິ່ງກັນ ແລະ ກັນ ລວມເຖິງໃຫ້ຜູ້ປົກຄອງທີ່ໄດ້ຊົມໄດ້ດີຍິ່ງຂຶ້ນ, ພິເສດປີນີ້ທາງ ບໍລິສັດ ລາວ ໂຄຄາ – ໂຄລາ ຍັງມີເງິນລາງວັນສໍາລັບແຊັມ ແລະ ຮອງແຊັມ ທັງທີມຍິງ ແລະ ຊາຍ ເພື່ອພັດທະນາໂຄງການໃດໜຶ່ງຂອງໂຮງຮຽນ ລວມມູນຄ່າ 261 ລ້ານກີບ.

ສໍາລັບປີນີ້ມີ 119 ທີມ ແບ່ງເປັນທີມຍິງ 42 ທີມ ແລະ ທີມຊາຍ 77 ທີມ ຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ໄດ້ ແກ່: ເມືອງຈັນທະບູລີ, ເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງໄຊທານີ, ເມືອງປາກງື່ມ, ເມືອງຫາດຊາຍຟອງ, ເມືອງສີໂຄດຕະບອງ, ເມືອງນາຊາຍທອງ ແລະ ເມືອງສັງທອງ.

ຮູບແບບແຂ່ງຂັນແມ່ນເສຍຕົກຮອບທັນທີ ເພື່ອເອົາທີມທີ່ດີທີ່ສຸດຕົວແທນຂອງແຕ່ລະເມືອງ ເມືອງລະ 1 ທີມ ( ຍິງ – ຊາຍ ) ຈາກ 9 ຕົວເມືອງເຂົ້າຮອບສຸດທ້າຍ ໂດຍໃຊ້ 3 ສະໜາມຈັດແຂ່ງຂັນ ຄື: ລະຫວ່າງວັນທີ 28 ກັນຍາ – 4 ຕຸລາແຂ່ງຂັນຂັ້ນເມືອງ ໃຊ້ສະໜາມກູດໄລ້ ແລະ ນິວອາລີນາ, ລະຫວ່າງວັນທີ 7 – 8 ຕຸລາ ແຂ່ງຂັນຂັ້ນນະຄອນຫຼວງ ແລະ ວັນທີ 11 ຕຸລາ 2019 ນັດຊີງອັນດັບ 3 ແລະ ຊີງຊະນະເລີດໃຊ້ສະໜາມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

( ຄໍາສອນ )