ປກສ ນະຄອນຫຼວງແຈ້ງ! 24-26 ກັນຍາ ເປີດສຳພາດຜູ້ສະໝັກເຂົ້າກຳລັງໃໝ່

311

ພາຍຫຼັງທີ່ມີການປະກາດຮັບສະໝັກກໍາລັງໃໝ່ ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ສະບັບເລກ 1330 /ປກສ ນວ, ລົງວັນທີ 16 ກັນຍາ 2019 ຜ່ານມາ, ມີນັກຮຽນ-ນັກສຶກສາ ຈໍານວນຫຼາຍຢື່ນໃບສະໝັກເຂົ້າກໍາລັງປ້ອງກັນຄວາມສະຫງົບ ເພື່ອເຮັດໜ້າທີ່ຮັບໃຊ້ຊາດ ແລະ ປະຊາຊົນ. ຫຼ້າສຸດວັນທີ 20 ກັນຍາ 2019 ປກສ ນະຄອນຫຼວງແຈ້ງ ນັບແຕ່ວັນທີ 24-26 ເປັນມື້ສໍາພາດຜູ້ສະໝັກເຂົ້າກອງກໍາລັງ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການ ສະບັບເລກທີ 1351/ປກສ.ນວ ລົງວັນທີ 20 ກັນຍາ 2019  ເຖິງບັນດານັກສຶກສາທີ່ຮຽນຈົບວິຊາສະເພາະ ແລະ ນັກຮຽນຈົບ ມ7 ທີ່ໄດ້ມາລົງທະບຽນ ສະໝັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ປະຈໍາປີ 2019. ເລື່ອງ ວັນເວລາ, ສະຖານທີ່ ສໍາພາດ ແລະ ກວດສຸຂະພາບ.

ຫົວຫນ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຂໍຖືເປັນກຽດແຈ້ງມາຍັງ ບັນດານັກສຶກສາ ທີ່ຮຽນຈົບວິຊາສະເພາະ ແລະ ນັກຮຽນຈົບ ມ7 ທີ່ໄດ້ມາລົງທະບຽນ ສະໝັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ຊາບວ່າ: ໃຫ້ເຂົ້າມາສໍາພາດ ແລະ ກວດສຸຂະພາບ ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 24-26 ກັນຍາ 2019 ເຊິ່ງມີລາຍລະອຽດດັ່ງນີ້:

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ວັນເວລາ, ໝາຍເລກລໍາດັບຜູ້ເຂົ້າສໍາພາດ ແລະ ກວດສຸຂະພາບ ແມ່ນວັນທີ 24 ກັນຍາ 2019 ໃຫ້ຜູ້ສະໝັກໝາຍເລກລໍາດັບ ແຕ່ 01 ຫາ 260 ( ນັກຮຽນຈົບ ມ7 ); ວັນທີ 25 ກັນຍາ 2019 ໃຫ້ຜູ້ສະໝັກໝາຍເລກລໍາດັບ ແຕ່ 261 ຫາ 515 ( ນັກຮຽນຈົບ ມ7 ) ແລະ ວັນທີ 26 ກັນຍາ 2019 ໃຫ້ຜູ້ສະສະໝັກທີ່ຮຽນຈົບວິຊາສະເພາະຕ່າງໆ ແຕ່ເລກລໍາດັບ 01 ຫາ 263.

ສຳລັບເອກະສານທີ່ໃຫ້ກະກຽມມາພ້ອມມີດັ່ງນີ້:  ຊີວະປະຫວັດນັກຮຽນ ມ7 ສະບັບຂອງແທ້ກາແດງ; ໃບປະກາດຮຽນຈົບ ມ7 ພ້ອມໃບຄະແນນ ສະບັບຂອງແທ້ກາແດງ; ໃບປະກາດຮຽນຈົບວິຊາສະເພາະ ພ້ອມໃບຄະແນນ ສະບັບຂອງແທ້ກາແດງ; ສໍາມະໂນຄົວ, ບັດປະຈໍາຕົວ ແລະ ໃບຢັ້ງຢືນອື່ນໆ ທີ່ກ່ຽວຂ້ອງ ຂອງແທ້ກາແດງ ແລະ ໄດ້ເສຍຄ່າອຸປະກອນກວດສຸຂະພາບ ຜູ້ຊາຍ 80.000 ກີບ ແລະ ຜູ້ຍິງ 100.000 ກີບ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ສະຖານທີ່ ຢູ່ຫ້ອງການເມືອງ ( ຊັ້ນ 04 ) ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ( ຕຶກສໍານັກງານຕັ້ງຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ).

ນອກນີ້, ຕໍ່ກັບຜູ້ທີ່ມາລົງທະບຽນສະໝັກກ່ອນເປີດຮັບເອກະສານແມ່ນຖືກຈັດລໍາດັບຄື: ຜູ້ທີ່ຮຽນຈົບວິຊາສະເພາະ ເລກລໍາດັບ 01 ຫາ 93 ແລະ ນັກຮຽນຈົບ ມ7 ແຕ່ເລກລໍາດັບ 01 ຫາ 50 ໃຫ້ເຂົ້າມາສໍາພາດຕາມແຈ້ງ ການສະບັບນີ້

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ສ່ວນຜູ້ທີ່ມາລົງທະບຽນສະໝັກທີ່ບໍ່ຖືກຕາມຂະແໜງວິຊາສະເພາະທີ່ຕ້ອງການ ແລະ ບໍ່ຖືກຕາມມາດຕະຖານເງື່ອນໄຂ ຕາມແຈ້ງການ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ສະບັບເລກທີ 1330/ປກສ ນວ, ລົງວັນທີ 16 ກັນຍາ 2019 ແມ່ນໃຫ້ມາຖອນເອກະສານຄືນ.