ປານິດາ ບຸບຜາ ອາຍຸ 24 ປີ ສູງ 170 ຊັງຕິແມັດ ຮອງຊະນະເລີດ Miss World Laos 2019 ໝາຍເລກ 18 ທີ່ປະກາດຜົນໃນຮອບຕັດສິນໃນຄໍ່າຄືນວັນທີ 19 ກັນຍາ 2019
*
*
*
ເປັນອີກຫນຶ່ງສາວງາມທີ່ຫນ້າຕິດຕາມ ເພາະນອກຈາກມີຄວາມງາມໂດດເດັ່ນແລ້ວ ຄວາມສາມາດກໍກະລັງຕີລະດັບປະລິນຍາໂທສາຂາ ວິສະວະກໍາໂຄງລ່າງ (Infrastructures Engineering) ຈາກປະເທດຮົງກາລີ.
*
ປານິດາ ບຸບຜາ ສາວບ້ານ ພະຂາວ ເມືອງ ໄຊທານີ ນະຄອນຫຼວງວຽຈັນກ່າວວ່າ: ຢາກຮຽນຮູ້ສິ່ງໃໜ່ເພາະນ້ອງບໍ່ມີປະສົບການໃນດ້ານການປະກວດ ແລະ ການບັນເທີງເລີຍ ແລະ ເພື່ອໄປເຜີຍແຜ່ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງລາວເຮົາໃຫ້ຕ່າງຊາດໄດ້ຮັບຮູ້ ບໍ່ວ່າຈະເປັນເລື່ອງວັດທະນະທໍາ, ອາຫານພື້ນເມືອງ, ສະຖານທີທ່ອງທ່ຽວຕ່າງໆ.
ຄວາມສາມາດແມ່ນການນໍາໃຊ້ software ຕ່າງໆໃນການອອກແບບ ແລະ ວິເຄາະໂຄງສ້າງ, ນອກນັ້ນກໍແມ່ນການຟ້ອນ.
ປານິດາ ບຸບຜາ ຍັງແນະນຳເຄັດລັບໃນການຮັກສາສຸຂະພາບ ແລະ ຄວາມງາມວ່າ: ການຮັກສາສຸຂະພາບ ແລະ ຄວາມງາມຂອງນ້ອງແມ່ນການພັກຜ່ອນໃຫ້ພຽງພໍ, ກິນຜັກ ແລະ ໜາກໄມ້ຫຼາຍໆ, ຫາເວລາວ່າງຫຼີ້ນໂຍຄະ ຫຼື ກິລາປະເພດອື່ນໆ ແລະ ນັ່ງສະມາທິຈັກ 3-5 ນາທີກ່ອນນອນ
*
ເປົ້າໜາຍໃນອະນາຄົດຂອງປານິດາ ບຸບຜາ ແມ່ນຢາກເປັນວິສະວະກອນທີ່ດີ ແລະ ເກັ່ງເພື່ອຈະໄດ້ນໍາເອົາຄວາມຮູ້ຄວາມສາມາດທີ່ຕົນມີມາພັດທະນາປະເທດລາວເຮົາ ແລະ ສິ່ງສໍາຄັນແມ່ນຢາກດູແລຄອບຄົວໃຫ້ຢູ່ດີມີສຸກ.
*
*