ສັດຕູພືດ 5 ຊະນິດ ທີ່ຕ້ອງເຝົ້າລະວັງຢ່າງເຄັ່ງຄັດ

447

ໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາທີ່ຜ່ານມາ ຫຼາຍແຂວງໃນທົ່ວປະເທດ ປະເຊີນກັບອຸທົກກະໄພນໍ້າຖ້ວມຢ່າງໜັກໜ່ວງ ຜົນພວງມາຈາກພາຍຸຫຼາຍລູກພັດຜ່ານເຂົ້າມາ ພ້ອມມີຝົນຕົກໜັກ  ເຊິ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ເນື້ອທີ່ທໍາການຜະລິດຂອງປະຊາຊົນ ໂດຍສະເພາະແມ່ນເນື້ອທີ່ນາຖືກນໍ້າຖ້ວມເຊາະບາງເຂດບໍ່ສາມາດຟື້ນຟູຄືນໄດ້ ແຕ່ບາງເຂດທີ່ນໍ້າຖ້ວມໃນໄລຍະ 5 – 21 ວັນ ແມ່ນຍັງສາມາດບົວລະບັດເອົາຄືນໄດ້, ສ່ວນເຂດທີ່ບໍ່ຖືກນໍ້າຖ້ວມແມ່ນຕ້ອງເຝົ້າລະວັງຢ່າງເຄັ່ງຄັດ ໂດຍທ່ານ ສຸລາພອນ ອິນທະວົງ ຮອງກົມປູກຝັງ ທັງເປັນຜູ້ລົງເລິກວຽກງານປູກພືດ ແລະ ປ້ອງກັນພືດຫຼັງນໍ້າຖ້ວມ ໃຫ້ຮູ້ວ່າ: ໄຮ່ນາ ຫຼື ໄຮ່ເຂົ້າເຂດທີ່ນໍ້າບໍ່ຖ້ວມໃຫ້ເຝົ້າລະວັງສັດຕູພືດທັງ 5 ຊະນິດ ຄື: ບົ້ງຝູງເຂົ້າ, ດ້ວງກໍ, ພະຍາດໃບໄໝ້, ແມງແຄງ ແລະ ບົ້ງຮໍາໃບ ເນື່ອງຈາກມັນຈະໄປສຸມໃສ່ທໍາລາຍເຂດດັ່ງກ່າວ ຍ້ອນເຂດນໍ້າຖ້ວມບໍ່ມີອາຫານໃຫ້ແກ່ມັນ.

ສັດຕູພືດດັ່ງກ່າວ ມັນຈະທໍາລາຍທັງຮວງເຂົ້າ, ລໍາຕົ້ນ ແລະ ໃບ ເຮັດໃຫ້ເມັດເຂົ້າລີບ, ເກີດເປັນໃບດ່າງ ຫຼື ເອີ້ນວ່າໃບໄໝ້ ເຊິ່ງວິທີປ້ອງກັນກໍາຈັດ ຄວນປະຕິບັດດັ່ງນີ້: ໃຫ້ຕິດຕາມສໍາຫຼວດເບິ່ງຕົ້ນເຂົ້າຢູ່ສະເໝີ ຫາກພົບສັດຕູພືດດັ່ງກ່າວໃຫ້ຟ້າວທໍາລາຍຖິ້ມ, ຫາກພົບໃບເຂົ້າເປັນສີເຫຼືອງໃຫ້ລາຍງານຕໍ່ວິຊາການທີ່ກ່ຽວຂ້ອງເພື່ອນໍາຝຸ່ນໄນໂຕຣເຈນ ຫຼື ຝຸ່ນຢູເຣຍມາໃສ່ຕາມອັດຕາເໝາະສົມ.

ນອກຈາກນີ້, ໃນເຂດທີ່ນໍ້າຖ້ວມຫາກເປັນເຂດທີ່ບໍ່ຮ້າຍແຮງ ກໍຄືນໍ້າຖ້ວມໃນລະຫວ່າງ 5 – 21 ວັນ ຕ້ອງເລັ່ງລະບາຍນໍ້າອອກ ອາດເປັນການຂຸດຮ່ອງລະບາຍ ຫຼື ນໍາໃຊ້ຈັກດູດນໍ້າອອກຈາກໄຮ່ນາໃຫ້ເຫຼືອໃນລະດັບ 5 – 10 ຊັງຕີແມັດ ແຕ່ກໍຕ້ອງສັງເກດ ຖ້າຫາກໃບເຂົ້າໃນເຂດນີ້ເປັນສີຂຽວໃຫ້ສືບຕໍ່ຮັກສາລະດັບນໍ້າໃຫ້ຄົງທີ່. ພ້ອມດຽວກັນນັ້ນ, ກໍໃຫ້ລະວັງສັດຕູພືດປະເພດດຽວກັນກັບທີ່ກ່າວມາຂ້າງເທິງ.