ສ້າງຕັ້ງສະມາຄົມມັນຕົ້ນຮອງຮັບການປຸງແຕ່ງກະສິກໍາ

163

ເປັນອີກບາດກ້າວໜຶ່ງໃນການພັດທະນາຂອງວົງການກະສິກໍາລາວ ຫຼັງລັດຖະບານຮັບຮອງເອົາສະມາຄົມມັນຕົ້ນ ເພື່ອເຕົ້າໂຮມການຜະລິດໃຫ້ເຂົ້າລະບົບຫັນມາສູ່ການປຸງແຕ່ງກະສິກໍາກ່ອນສົ່ງອອກ.

ພິທີເປີດກອງປະຊຸມສ້າງຕັ້ງສະມາຄົມມັນຕົ້ນລາວຢ່າງເປັນທາງການ ຈັດຂຶ້ນວັນທີ 19 ກັນຍາ 2019 ທີ່ໂຮງແຮງລາວ ພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ແລະ ພະແນກການກ່ຽວຂ້ອງ ຕະຫຼອດຮອດສະມາຊິກສະມາຄົມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ອິນແປງ ຊາມູນຕີ ປະທານສະມາຄົມມັນຕົ້ນ  ລາວ ໄດ້ກ່າວວ່າ: ພາກທຸລະກິດມັນຕົ້ນລາວ ໄດ້ເກີດຂຶ້ນມາແຕ່ປີ 2005 ຢູ່ແຂວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈໍາປາສັກ. ໃນໄລຍະນັ້ນທຸລະກິດແມ່ນຂະຫຍາຍຕົວດີພໍສົມຄວນ ແລ້ວຄ່ອຍໆຖອຍລົງບໍລິສັດຈໍານວນໜຶ່ງລົ້ມລະລາຍ ປະຊາຊົນປູກມັນຕົ້ນຕິດໜີ້ທະນາຄານ ແລະ ເອກະຊົນ.

ໃນປີ 2012 ລັດຖະບານ ໄດ້ມີການປັບປຸງນະໂຍບາຍສົ່ງເສີມພາກກະສິກໍາຄືນໃໝ່ ( ສັນຍາສອງສົ້ນຕາມຫຼັກການ 2 + 3 ) ຈຶ່ງເຮັດໃຫ້ຫົວໜ່ວຍທຸລະກິດຈໍານວນໜຶ່ງຢູ່ພາກກາງ ແລະ ພາກໃຕ້ຂອງລາວຄ່ອຍໆຟື້ນຕົວຂຶ້ນມາ ດ້ວຍທ່າແຮງພາຍໃນ ແລະ ການໃຫ້ໂອກາດຈາກສະມາຄົມການຄ້າມັນຕົ້ນພາກຕາເວັນອອກສ່ຽງເໜືອ ແລະ ກຸ່ມບໍລິສັດ ອຸບົນ – ໄບ   ໂອ – ເອເທນອນ ).

ການຜະລິດໃນປີ 2014 ຫົວໜ່ວຍທຸລະກິດມັນຕົ້ນ 12 ບໍລິສັດ ສົ່ງເສີມຜະລິດເປັນສິນຄ້າສົ່ງອອກຢູ່ແຂວງຈໍາປາສັກ, ເຊກອງ ແລະ ສາລະວັນ ກວມເອົາ 7 ເມືອງ 86 ບ້ານ 6.586 ຄອບຄົວ ເນື້ອທີ່ 14.732 ເຮັກຕາ ສົ່ງອອກໄປປະເທດໄທ 5,5 ແສນໂຕນ. ໃນນັ້ນ, ມັນແຫ້ງ 3,5 ແສນໂຕນ ແລະ ຫົວມັນສົດ ປະມານ 2 ແສນໂຕນຕໍ່ປີ ມີການຄໍ້າປະກັນລາຄາມັນແຫ້ງ 1.000 ກີບຕໍ່ 1 ກິໂລ ແລະ ຫົວມັນສົດ 600 ກີບຕໍ່ 1 ກິໂລ ເຊິ່ງຜົນຜະລິດສົ່ງອອກແຕ່ລະປີສໍາລັບມັນແຫ້ງ 350 ຕື້ກີບ ແລະ ຫົວມັນສົດ ( ອິນຊີ ) 120 ຕື້ກີບ.

ທ່ານ ນາງ ອິນແປງ ຊາມູນຕີ ກ່າວຕື່ມອີກວ່າ: ຈຸດປະສົງເປົ້າໝາຍຂອງສະມາຄົມ ແມ່ນເພື່ອສ້າງກ້ອນກໍາລັງຄວາມສາມັກຄີພາຍໃນ, ສ້າງໂອກາດໃຫ້ແກ່ຫົວໜ່ວຍທຸລະກິດ, ສ້າງທ່າແຮງຮັບມືກັບການແຂ່ງຂັນໃນເສດຖະກິດທີ່ມີການປ່ຽນແປງໄວ ແລະ ເພື່ອຕອບສະໜອງຕາມແນວທາງນະໂຍບານຂອງລັດຖະບານ ການມີສ່ວນຮ່ວມຂອງພາກທຸລະກິດໃນການພັດທະນາເສດຖະກິດ – ສັງຄົມໃຫ້ເປັນຮູບປະທໍາ.

ທ່ານ ບຸນຂວາງ ຄໍາບຸນເຮືອງ ໄດ້ເນັ້ນໃຫ້ສະມາຄົມເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ – ລັດຖະບານ, ກົດໝາຍ, ນິຕິກໍາຕ່າງໆທີ່ລັດຖະບານວາງອອກ, ການດໍາເນີນຂອງສະມາຄົມຕ້ອງມີ ຄວາມສາມັກຄີ, ມີຄວາມເອກະພາບສູງໃນການວາງແຜນແຕ່ລະໄລຍະ, ສ່ວນການດໍາເນີນການຊື້ – ຂາຍຕ້ອງຄໍານຶງເຖິງປະສິດທິຜົນຂອງແຕ່ລະຝ່າຍ ເພື່ອຮັບປະກັນຄວາມຍືນຍົງ, ຄະນະບໍລິຫານງານຂອງສະມາຄົມຕ້ອງເອົາໃຈໃສ່ປະສານງານກັບກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ການພົວພັນຮ່ວມມືບັນດາຫົວໜ່ວຍທຸລະກິດຜູ້ປະກອບການຕ່າງປະເທດ, ຄະນະບໍລິຫານຕ້ອງໃຊ້ຄວາມພະຍາຍາມຢ່າງຮອບຄອບເລິກເຊິ່ງ ເພື່ອຮັບປະກັນໃຫ້ຄູ່ຮ່ວມທຸລະກິດມີຄວາມເຊື່ອໝັ້ນການເຄື່ອນໄຫວທຸລະກິດທີ່ປອດໄພ, ຕ້ອງຊອກການສະໜັບສະໜູນ ແລະ ແຫຼ່ງທຶນ ເພື່ອສະໜອງທຶນຊ່ວຍຊາວກະສິກອນປູກມັນຕົ້ນໃຫ້ກາຍເປັນອາຊີບ – ມີລາຍໄດ້ໝັ້ນຄົງ ສາມາດຫຼຸດພົ້ນຈາກຄວາມທຸກຍາກ ພ້ອມທັງຕ້ອງໃຊ້ເຕັກນິກໃໝ່ໃນການຜະລິດ, ປະເມີນຜົນແຜນວຽກ ແລະ ລາຍງານຕໍ່ຂັ້ນເທິງ ເພື່ອຮັບຮູ້ແຕ່ລະໄລຍະ.

ໃນພິທີ ທ່ານ ຄໍາມະນີ ວົງຊາຕີ ຮອງຄະນະປະທານຂົນຂວາຍສ້າງຕັ້ງສະມາຄົມມັນຕົ້ນລາວ ໄດ້ຜ່ານມະຕິກອງປະຊຸມສ້າງຕັ້ງສະມາຄົມ. ໃນນີ້, ໄດ້ເປັນເອກະພາບຮັບຮອງເອົາຄະນະບໍລິຫານງານສະມາຄົມ ປະກອບມີ 7 ທ່ານ ຄື: ທ່ານ ນາງ ອິນແປງ ຊາມູນຕີ ເປັນປະທານ, ທ່ານ ສີສະຫວັດ ໂຄດສີເມືອງ ແລະ ທ່ານ ແກ້ວລໍາພອນ ແສງສຸລິເດດ ເປັນຮອງ ປະທານ, ທ່ານ ຄໍາໄໝ ສຸກປະເສີດ, ທ່ານ ບຸນເຖິງ ເທບສຸວັນ ທ່ານ ຄໍາເພັດ ພອນປະເສີດ ແລະ ທ່ານ ຂັນທະວົງ ດາລາວົງ ເປັນຄະນະ. ພ້ອມນັ້ນ, ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາ ທ່ານ ຄໍາມະນີ ວົງຊາຕີ ເປັນປະທານກວດກາ ແລະ ທ່ານ ສົມໄຊ ທະນູສິນ ເປັນຮອງ; ສະມາຄົມມັນຕົ້ນ ມີສະມາຊິກທີ່ເປັນບຸກຄົນ 379 ຄອບຄົວ ( ຈາກ 7 ເມືອງ ) ນິຕິບຸກຄົນ 13 ຫົວໜ່ວຍ.

[ ຂ່າວ: ພຸດຕີ້; ຮູບ: ສຸກສະຫວັນ ]