ຫາລືແກ້ໄຂຂໍ້ອັດຕັນການດຳເນີນທຸລະກິດ

65

ກະຊວງ ອຄ ໄດ້ເຊີນ 17 ກະຊວງ ຮ່ວມແລກປ່ຽນບົດຮຽນກ່ຽວກັບການຂໍອະນຸຍາດດຳເນີນທຸລະກິດ ເພື່ອສຸມໃສ່ແກ້ໄຂບັນຫາຂໍ້ອັດຕັນຕ່າງໆ ຍູ້ໃຫ້ຕົວເລກການອຳນວຍຄວາມສະດວກທາງດ້ານການດຳເນີນທຸລະກິດຈາກ 3 ຕົວເລກ ມາເປັນ 2 ຕົວເລກ.

ໃນວັນທີ 19 ກັນຍາ 2019 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມແນະນຳ ແລະ ແລກປ່ຽນບົດຮຽນກ່ຽວກັບຫຼັກການໃນການກຳນົດກິດຈະການຄວບຄຸມ, ກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ແລະ ກິດຈະການທີ່ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດຂອງບັນດາຂະແໜງການ ທຽບໃສ່ບົດຮຽນຂອງຕ່າງປະເທດ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ມີບັນດາຫົວໜ້າກົມ – ຮອງຫົວໜ້າກົມຕາງໜ້າຈາກ 17 ກະຊວງ ແລະ ອົງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ຫົວໃຈຫຼັກ ແມ່ນເພື່ອເປັນການແນະນຳ ແລະ ແລກປ່ຽນບົດຮຽນກ່ຽວກັບຫຼັກການໃນການກຳນົດກິດຈະການຄວບຄຸມ, ກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ແລະ ກິດຈະການທີ່ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດຂອງບັນດາຂະແໜງການຕ່າງໆ ເພື່ອໃຫ້ບັນດາທ່ານຕົວແທນຈາກກົມກ່ຽວຂ້ອງກັບການອະນຸຍາດດຳເນີນທຸລະກິດໄດ້ຮັບຮູ້ ໂດຍປະຕິບັດຕາມຄຳສັ່ງເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ໃນການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກ, ກະທັດຮັດ ແລະ ປະຕິບັດໄປໃນລວງດຽວກັນແຕ່ສູນກາງ ຮອດໄປຫາທ້ອງຖິ່ນ ເພື່ອໃຫ້ມີ ຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍການຊີ້ນຳລວມແມ່ນອອກຈາກສາຍຕັ້ງ, ຜ່ານມາການຈັດຕັ້ງປະຕິບັດຍັງບໍ່ໄປໃນລວງດຽວກັນ. ສະນັ້ນ, ຈະເຮັດແນວໃດເພື່ອໃຫ້ມີການປະຕິບັດລະບຽບແບບລວມ ພວກເຮົາກໍຕ້ອງໄດ້ມີການປຶກສາຫາລື ແລະ ເປັນເອກະພາບຮ່ວມກັນ.

ທ່ານ ສົມພວງ ພຽນພິນິດ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກ່າວວ່າ: ພວກເຮົາຈະໄດ້ປຶກສາຫາລືກັນໃນ 7 ຫົວຂໍ້ຄື:

1 ການເຮັດທຸລະກິດ ຄຳສັ່ງເລກທີ 02/ນຍ ເພື່ອເຮັດໃຫ້ກຳແໜ້ນໄດ້ທາງດ້ານຫຼັກການຂອງການດຳເນີນທຸລະກິດ.

2 ກຳນົດກິດຈະການ ແລະ ບົດຮຽນຕ່າງປະເທດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

3 ການກຳນົດກິດຈະການຢູ່ໃນປະເທດເຮົາ ທຽບກັບບົດຮຽນຕ່າງປະເທດໃນການສ້າງຄວາມເຂົ້າໃຈ ແລະ ປຽບທຽບໄດ້ກັບບົດຮຽນຂອງສາກົນໃນການຈັດຕັ້ງປະຕິບັດ.

4 ການກໍານົດກິດຈະການ ແລະ ການແບ່ງຂັ້ນຄຸ້ມຄອງ – ບົດຮຽນຂະແໜງອຸດສາຫະກຳ ແລະ ການຄ້າ.

5 ຜົນການຮວບຮວມກ່ຽວກັບກິດຈະການຂອງບັນດາຂະແໜງການ.

6 ການປັບປຸງລະບຽບການກ່ຽວກັບການອອກອະນຸຍາດຂອງບັນດາຂະແໜງການ ( ໂຄງການ WB – A2 ).

7 ຂໍ້ສະເໜີຕໍ່ບັນດາຂະແໜງການ.

ທ່ານ ສົມພວງ ພຽນພິນິດ ກ່າວຕື່ມວ່າ: ການອຳນວຍຄວາມສະດວກໃນການຂຶ້ນທະບຽນວິສາຫະກິດ ໃນໄລຍະຜ່ານມາ ແມ່ນຍັງບໍ່ໄປໃນລວງດຽວກັນ ເຊິ່ງຍັງຄ້າງຄາຢູ່ບັນດາຂະແໜງການກ່ຽວຂ້ອງ ເຊິ່ງພວກເຮົາຕ້ອງຮ່ວມກັນແກ້ໄຂຢ່າງຈິງຈັງ ເພື່ອເຮັດໃຫ້ບັນຍາກາດ ແລະ ຕົວເລກການອຳນວຍຄວາມສະດວກທາງດ້ານການດຳເນີນທຸລະກິດຢູ່ ສປປ ລາວ ດີຂຶ້ນມາຢູ່ 2 ຕົວເລກ ຈາກປັດຈຸບັນ 3 ຕົວເລກ ແລະ ໃຫ້ສາມາດຂຶ້ນທະບຽນວິສາຫະກິດທາງອອນລາຍໄດ້ ໃນທ້າຍປີ 2019 ນີ້.

[ ຂ່າວ: ສັນຕິ; ຮູບ: ສອນໄຊ ]