ໃນສະພາບທີ່ເກີດຂໍ້ພິພາດທາງການຄ້າລະຫວ່າງ ອາເມຣິກາ ກັບ ຈີນ ຂະນະນີ້ຫຼາຍປະເທດໃນອາຊີຕ່າງແຂ່ງຂັນກັນຢ່າງຄຶກຄັກ ເພື່ອຈູງໃຈການລົງທຶນຈາກຕ່າງປະເທດໃຫ້ມາສ້າງໂຮງງານໃນປະເທດຂອງຕົນມີທັງຜ່ອນຄາຍການລົງທຶນ, ໃຫ້ປະໂຫຍດດ້ານພາສີ, ຕໍ່ເວລາທີ່ໄດ້ຮັບການຍົກເວັ້ນພາສີຕະຫຼອດຮອດເພີ່ມປະເພດທຸລະກິດທີ່ໄດ້ຮັບການຍົກເວັ້ນພາສີຫວັງເປັນແຫຼ່ງລົງທຶນໃໝ່ໃຫ້ກັບບໍລິສັດຕ່າງປະເທດທີ່ຍ້າຍໂຮງງານໜີໄພສົງຄາມການຄ້າລະຫວ່າງສອງປະເທດຍັກໃຫຍ່.
ບັນຫາການຄ້າລະຫວ່າງສອງປະເທດທີ່ວ່ານີ້ຍືດເຍື້ອຍາວນານມາກວ່າ 1 ປີ ແລະ ເຂັ້ມຂຸ້ນຂຶ້ນທຸກຂະນະທັງໃນດ້ານມູນຄ່າສິນຄ້າທີ່ຂຶ້ນພາສີ ແລະ ລະດັບຄວາມໜັກໜ່ວງຂອງອັດຕາພາສີນໍາເຂົ້າທີ່ແຕ່ລະປະເທດວາງອອກເຮັດໃຫ້ຫຼາຍປະເທດໃນອາຊີເລັ່ງອອກນະໂຍບາຍຮັບມືກັບຜົນກະທົບທີ່ເກີດຂຶ້ນ ແລະ ໜຶ່ງໃນນະໂຍບາຍຄືການເລັ່ງດຶງດູດການລົງທຶນຂອງບັນດາບໍລິສັດຕ່າງປະເທດທີ່ໜີໄພສົງຄາມໃຫ້ເຂົ້າມາສ້າງຕັ້ງໂຮງງານໃນປະເທດຂອງຕົນເອງ.
ປັດຈຸບັນບາງປະເທດໃນອາຊີເນື້ອຫອມໂດຍໄດ້ຮັບຄວາມສົນໃຈຈາກບໍລິສັດຕ່າງປະເທດຈໍານວນຫຼາຍ ກໍາລັງຍ້າຍໂຮງງານອອກຈາກ ຈີນ ເພື່ອຫຼີກເວັ້ນຄວາມຂັດແຍ່ງທາງການຄ້າ ເນື່ອງຈາກມີຄ່າແຮງງານ ແລະ ໄຟຟ້າລາຄາຖືກ ກວ່າ.
ນອກຈາກນີ້, ບາງປະເທດຍັງມີການຜ່ອນຄາຍກົດລະບຽບດ້ານການລົງທຶນໃຫ້ກັບຕ່າງປະເທດ ດ້ວຍການໃຫ້ຕ່າງປະເທດດໍາເນີນທຸລະກິດໄດ້ເພີ່ມຂຶ້ນອີກຫຼາຍປະເພດ ແລະ ໃຫ້ຕ່າງປະເທດຖືຫຸ້ນ 100% ໄດ້ໃນຫຼາຍທຸລະກິດ ເຊິ່ງແຕ່ກ່ອນບໍ່ໄດ້ຮັບອະນຸຍາດ.
ຂະນະດຽວກັນຍັງມີການຕໍ່ເວລາທີ່ໄດ້ຮັບການຍົກເວັ້ນພາສີລາຍໄດ້ ເພື່ອເພີ່ມປະເພດທຸລະກິດທີ່ໄດ້ຮັບການຍົກເວັ້ນພາສີຕະຫຼອດຮອດຫຼຸດເງິນລົງທຶນຂັ້ນຕໍ່າໃຫ້ກວມເອົາເຈົ້າຂອງທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍຢູ່ໃນເຂດເສດຖະກິດພິເສດ.
ນະໂຍບາຍຜ່ອນຄາຍກົດລະບຽບຂໍ້ບັງຄັບນີ້ເຮັດໃຫ້ອຸດສາຫະກໍາເປົ້າໝາຍຈະໄດ້ຮັບປະໂຫຍດຫຼາຍທີ່ສຸດມີຫຼາຍອຸດສາຫະກໍາ ພ້ອມທັງໃຫ້ສ່ວນຫຼຸດພາສີລາຍໄດ້ບຸກຄົນ 10 – 100% ມີໄລຍະເວລາຍົກເວັ້ນພາສີຫຼາຍປີ.
ສ່ວນບາງປະເທດຕັ້ງເປົ້າກ້າວຂຶ້ນເປັນຖານການເງິນແຫ່ງອາຊີແທນທີ່ ຮົງກົງ ທີ່ເວລານີ້ສູນເສຍລາຍໄດ້ທັງໝົດຈາກການທ່ອງທ່ຽວ ແລະ ຂາຍສົ່ງຈາກບັນຫາການປະທ້ວງທີ່ແກ່ຍາວມາເປັນເວລາຫຼາຍເດືອນ ໂດຍອາໄສຂໍ້ໄດ້ປຽບຈາກນະໂຍບາຍຕະຫຼາດເສລີເປັນທ່າແຮງດຶງດູດບໍລິສັດຕ່າງປະເທດໃຫ້ເຂົ້າມາລົງທຶນ ນອກຈາກການເກັບພາສີລາຍໄດ້ນິຕິບຸກຄົນໃນອັດຕາຕໍ່າ ແລະ ຫຼຸດກົດລະບຽບຕ່າງໆລວມທັງອອກນະໂຍບາຍທີ່ອໍານວຍຜົນປະໂຫຍດຕໍ່ການລົງທຶນ.
ປະເທດທີ່ໂດດເດັ່ນທີ່ສຸດແມ່ນ ສິງກະໂປ ເພາະມີຄວາມເຂັ້ມແຂງ ແລະ ມີສະຖຽນລະພາບທາງເສດຖະກິດສູງຖືເປັນປະເທດທີ່ມີລາຍໄດ້ປະຊາກອນຕໍ່ຫົວສູງທີ່ສຸດປະເທດໜຶ່ງໃນໂລກ ທັງເປັນປະເທດທີ່ມີຄວາມງ່າຍໃນການເຮັດທຸລະກິດຫຼາຍທີ່ສຸດເປັນອັນດັບ 1 ຂອງໂລກ ຈາກ 185 ປະເທດ ຈາກການຈັດອັນດັບຂອງທະນາຄານໂລກດ້ວຍດັດຊະນີ ຄວາມງ່າຍໃນການເຮັດທຸລະກິດໃນປີ 2015 ເຊິ່ງເປັນອັນດັບທີ່ໄດ້ຮັບ 9 ປີຊ້ອນ.
ສິງກະໂປ ມີຈຸດເດັ່ນໃນເລື່ອງຄວາມໂປ່ງໃສຂອງກົດລະບຽບ, ການປອດຈາກການສໍ້ລາດບັງຫຼວງ ແລະ ການຫຼຸດຂັ້ນຕອນການເຮັດທຸລະກິດ ເພື່ອອໍານວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດຕະຫຼອດຮອດການໃຫ້ຄວາມຄຸ້ມຄອງທາງກົດໝາຍໃນຊັບສິນໃຫ້ກັບນັກທຸລະກິດ.
ໃນເວລານີ້, ສິງກະໂປ ເປັນປະເທດທີ່ມີທ່າແຮງໃນການເປັນສູນກາງການຄ້າ ແລະ ການລົງທຶນທີ່ສໍາຄັນຂອງອາຊີຕາເວັນອອກ. ສ່ວນປະເທດບ້ານໃກ້ເຮືອນຄຽງ ສິງກະໂປ ກໍໃຊ້ຂໍ້ໄດ້ປຽບຕ່າງໆທີ່ມີຢູ່ແລ້ວມາຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ ເຊັ່ນ: ການເປັນປະເທດທີ່ມີກໍາລັງຊື້ສູງ, ມີນັກທ່ອງທ່ຽວເດີນທາງເຂົ້າມາຫຼາຍ ເປັນຕົ້ນນັກທ່ອງທ່ຽວຈາກຕາເວັນອອກ ແລະ ເອີຣົບ.