ອຸທົກກະໄພ ເຂດພາກກາງ ແລະ ໃຕ້ສ້າງຄວາມເສຍຫາຍຕໍ່ ຍທຂ ຫຼາຍກວ່າປີກາຍ

99

ອຸທົກກະໄພຄັ້ງຮ້າຍແຮງຢູ່ບັນດາແຂວງພາກກາງ ແລະໃຕ້ ນັບແຕ່ກາງເດືອນສິງ   ຫາ – ຕົ້ນເດືອນກັນຍາ 2019 ໄດ້ສ້າງຄວາມເສຍຫາຍເປັນວົງກວ້າງ ນັບແຕ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ແຂວງອັດຕະປື ເຊິ່ງປັດຈຸບັນກໍຍັງມີບາງເມືອງທີ່ຍັງມີນ້ຳຖ້ວມຂັງຢູ່ ຕາມຕົວເລກສຳຫຼວດເບື້ອງຕົ້ນຂະແໜງໂຍທາທິການ ແລະ ຂົນສົ່ງຫຼາຍແຂວງໄດ້ຮັບ ຄວາມເສຍຫາຍຫຼາຍກວ່າປີ 2018 ຜ່ານມາ ໂດຍສະເພາະທາງຫຼວງແຫ່ງຊາດ ທີ່ຈຳເປັນຕ້ອງໄດ້ມີການແກ້ໄຂສະເພາະໜ້າຊົ່ວຄາວໃຫ້ສາມາດທຽວໄປ – ມາ ໄດ້.

ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ກ່າວໃນວັນທີ 18 ກັນຍາຜ່ານມາວ່າ: ເສັ້ນທາງເລກທີ 12 ແລະ ທາງເລກທີ 1F ອອກສູ່ຫວຽດນາມກັບມາໃຊ້ໄດ້ເປັນປົກກະຕິແລ້ວ ພາຍຫຼັງທີ່ປະກາດປິດເສັ້ນທາງທັງ 2 ເສັ້ນ ມາແຕ່ວັນທີ 2 ກັນຍາຜ່ານມາຍ້ອນມີນ້ຳຖ້ວມຂັງ ແລະ ດິນເຊາະເຈື່ອນເຂດເນີນພູ. ສ່ວນເສັ້ນທາງລະຫວ່າງເມືອງ – ເມືອງ ແລະ ບ້ານ – ບ້ານ ທີ່ເປັນທາງດິນແດງ ແລະ ທາງເກົ່າແກ່, ຂົວໄມ້ຕ່າງໆແມ່ນໄດ້ຮັບຄວາມເສຍຫາຍແຕ່ກໍສາມາດແກ້ໄຂພໍໄປ – ມາໄດ້ແລ້ວຕ້ອງໄດ້ລໍຖ້າງົບແກ້ໄຂສຸກເສີນຈາກກະຊວງທີ່ຈະແກ້ໄຂໃນໄວໆນີ້ ຕາມຕົວເລກເກັບກໍາເບື້ອງຕົ້ນ ຄວາມເສຍຫາຍຂະແໜງ ຍທຂ ທັງໝົດຈະບໍ່ເທົ່າກັບປີ 2018 ທີ່ເສຍຫາຍຫຼາຍເຖິງ 60 ຕື້ກວ່າກີບ.

ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ ລາຍງານວ່າ: ສະເພາະເສັ້ນທາງຍຸດທະສາດທີ່ເປັນສາຍຫຼັກອອກສູ່ຫວຽດນາມ ແລະ ເສັ້ນທາງເລກທີ 13 ຂຶ້ນເໜືອ ລົງຫາໃຕ້ ຜ່ານແຂວງສະຫວັນນະເຂດ ສາມາດໃຊ້ປົກກະຕິແລ້ວແຕ່ກໍຍັງບໍ່ທັນສົມບູນສະເພາະ ຄວາມເສຍຫາຍທັງໝົດຂະແໜງ ຍທຂ ຈະຕົກຢູ່ປະມານ 68 ຕື້ກີບ ສ່ວນງົບປະມານທີ່ຕ້ອງການແກ້ໄຂດ່ວນເພື່ອມາປົວແປງແກ້ໄຂເສັ້ນທາງໃນເທສະບານແຂວງ, ເມືອງຕ່າງໆທີ່ຈຳເປັນລວມປະມານ 35 ຕື້ ກວ່າກີບ, ສະຫວັນນະເຂດ ຍັງມີບາງບ້ານຢູ່ 2 ເມືອງ ທີ່ຍັງມີນ້ຳຖ້ວມຂັງຢູ່ຕອນນີ້ ຄື: ເມືອງຈຳພອນ ແລະ ເມືອງຊົນນະບູລີ ປັດຈຸບັນປະຊາຊົນໄປ – ມາຫາກັນດ້ວຍເຮືອຈັກ ແລະ ເຮືອພາຍ.

ທ່ານ ບົວແພງເພັດ ໂພໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ ກ່າວວ່າ: ໄພນ້ຳຖ້ວມຄັ້ງນີ້ເຮັດໃຫ້ເສັ້ນທາງຄົມມະນາຄົມຢູ່ແຂວງສາລະວັນ ໄດ້ຮັບຄວາມເສຍຫາຍໜັກໜ່ວງຈຳນວນ 135 ເສັ້ນ ຍາວເກືອບ 1.500 ກິໂລແມັດ, ຂົວຫັກ ແລະ ເປ່ເພ 60 ແຫ່ງ ຍາວ 1.713 ກິໂລແມັດ, ນ້ຳປະປາ 8 ເມືອງ ແລະ ຕາຝັ່ງເຈື່ອນຊຸດລົງ 9 ຈຸດ ລວມຄວາມເສຍຫາຍ 500 ກວ່າຕື້ກີບ ສະເພາະງົບປະມານທີ່ຕ້ອງການໃຊ້ເຂົ້າໃນການແກ້ໄຂສຸກເສີນ ປະມານ 166 ກວ່າຕື້ກີບ ປັດຈຸບັນໄດ້ຮ່ວມກັບອຳນາດການປົກຄອງທຸກຂັ້ນທຸກຂະແໜງການ ສາມາດແກ້ໄຂໃຫ້ພໍໄປ – ມາໄດ້ເທົ່ານັ້ນ ຈົນກວ່າລະດູຝົນຈະໝົດຈຶ່ງຈະໄດ້ລົງມືສ້ອມແປງໃຫ້ໃຊ້ໄດ້ປົກກະຕິ.

ທ່ານ ສຸດສະນະ ສີຫາວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ລາຍງານວ່າ: ເຊກອງ ກຳລັງເລັ່ງສ້ອມແປງພື້ນຖານໂຄງລ່າງເສັ້ນທາງ, ໄຟຟ້າ ແລະ ນ້ຳປະປາ ໃນ 4 ຕົວເມືອງທີ່ກະທົບໜັກໃນຕົ້ນອາທິດນີ້ ເສັ້ນທາງ 16B ເທສະບານແຂວງອອກສູ່ຊາຍແດນຫວຽດນາມ ແມ່ນກັບມາໃຊ້ໄດ້ປົກກະຕິແລ້ວ, ຍັງມີພຽງເມືອງດາກຈຶງ – ໝູ່ບ້ານເຂດຈຸດສຸມ ແລະ ເສັ້ນທາງຈາກເມືອງດາກຈຶງເກົ່າ – ດາກຈຶງໃໝ່ທີ່ຍັງມີຂົວເປ່ເພ ແລະ ທາງຂາດ. ປັດຈຸບັນກຳລັງຮ່ວມມືກັບອຳນາດການປົກຄອງເມືອງ ແລະ ບ້ານສ້າງຂົວໄມ້ພໍໄດ້ທຽວຊົ່ວຄາວ ຄາດວ່າ 2 – 3 ວັນກໍຈະສາມາດທຽວໄດ້. ແນວໃດກໍດີ, ເຊກອງ ເປັນແຂວງທີ່ໄດ້ຮັບ ຄວາມເສຍຫາຍຈາກແມ່ນ້ຳເຊກອງ ທີ່ຂຶ້ນມາກະທັນຫັນໄລຍະວັນທີ 2 – 10 ກັນຍາຜ່ານມາ ຄວາມເສຍຫາຍທີ່ປະເມີນໄວ້ຫຼາຍກວ່າປີ 2018 ທີ່ມີປະມານ 27 ຕື້ກີບ.

ສ່ວນແຂວງຈຳປາສັກ ຕາມການລາຍງານເບື້ອງຕົ້ນມີເສັ້ນທາງຫຼວງ ທີ່ໄດ້ຮັບຜົນກະທົບປະມານ 100 ກວ່າເສັ້ນ. ນອກຈາກນີ້, ຍັງມີຂົວເປ່ເພອີກຫຼາຍແຫ່ງປັດຈຸບັນຢູ່ໃນໄລຍະການເກັບກໍາຂໍ້ມູນພາກສະໜາມ ເພື່ອລາຍງານໃຫ້ກະຊວງ ຍນຂ ຮັບຮູ້ເຊັ່ນດຽວກັບ ແຂວງອັດຕະປື ຄາດວ່າຈະສະຫຼຸບຜົນເສຍຫາຍໃນທ້າຍອາທິດນີ້.

ອີງຕາມຕົວເລກຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ຄວາມເສຍຫາຍຈາກຝົນຕົກລິນ, ພາຍຸຕ່າງໆທີ່ພັດເຂົ້າມາຕົ້ນເດືອນກັນຍານີ້ ສົ່ງຜົນໃຫ້ທາງຫຼວງໄດ້ຮັບ ຄວາມເສຍຫາຍເກືອບ 300 ກວ່າກິໂລແມັດ ສ່ວນ ຄວາມເສຍຫາຍຕ້ອງລໍຖ້າແຕ່ລະແຂວງແຈ້ງມາອີກຄັ້ງ ຄາດວ່າຈະມີການສັງລວມໃນໄວໆນີ້ ກ່ອນຈະມີການພິຈາລະນາອະນຸມັດງົບປະມານແກ້ໄຂສຸກເສີນເພື່ອສ້ອມແປງເສັ້ນທາງໃຫ້ສາມາດທຽວໄປ – ມາໄດ້ປົກກະຕິ.

[ ຂ່າວ: ສຸລິນ; ຮູບ: ທ່ານ ວັນໄຊ ຍທຂ ແຂວງສາລະວັນ ]