ຮູ້ຈັກ ເມ ເນລະມິດ ໄຊປັນຍາ ມິສເວີຣສລາວ Miss World Laos 2019

109

ຂໍສະແດງຄວາມຍິນດີນໍາ ໝາຍເລກ 01 ເນລະມິດ ໄຊປັນຍາ  ຫລື ເມ ຜູ້ຊະນະເລີດ ແລະ ໄດ້ຄອບຄອງມຸງກຸດ ມິສເວີຣສລາວ 2019 Miss World Laos 2019  ເຊິ່ງປີ2018 ກໍເຄີຍລົງປະກວດໃນເວທີນີ້ມາແລ້ວ ຖືວ່າການກັບມາຄັ້ງນີ້ແມ່ນເພື່ອລາງວັນນີ້ເລີຍ Miss World Laos 2019

*

ໄດ້ຮັບມຸງກຸດອັນຊົງກຽດມູນຄ່າ 150 ລ້ານກີບ, ເງິນລາງວັນມູນຄ່າ 30 ລ້ານ, ແຕ່ງໜ້າຟຣີທີ່ຮ້ານແພັດຕີ້ເສີມຄວາມງາມ 1 ປີ, Gift Voucher ສັນຍາກໍາຈາກ Natchaya Chinic 300 ລ້ານກີບ ແລະ ປີຍົນໄປກັບ ວຽງຈັນ-ລອນດອນ 1 ປີ້ ຈາກ ບໍລິສັດ ການບິນໄທຈໍາກັດມະຫາຊົນ.

*

 

ເນລະມິດ ສາວເມືອງກາສີ ແຂວງວຽງຈັນ ອາຍຸ19 ປີ, ປັດຈຸບັນຮຽນຢູ່ ມຊ  ກ່າວເຖິງເຫດຜົນທີ່ລົງປະກວດອີກຄັ້ງໃນເວທີນີ້ວ່າ: ຍ້ອນມັນເປັນສິ່ງທີ່ໄຝ່ຝັນມາແຕ່ນ້ອຍ ແລະ ຢາກເຮັດໃຫ້ມັນສຸດຕອນທີ່ຍັງມີໂອກາດ ເຊິ່ງໄດ້ມີການກຽມໂຕທຸກຢ່າງທັງການຍ່າງ,ຄວາມສາມາດໃນດ້ານພາສາ,ສັກກະຍະພາບດ້ານການຟ້ອນ,ເຕັ້ນ ແລະ ທີ່ຖືກຄອມເມັ້ນກະຄືນ້ຳໜັກເຊິ່ງເພີ່ມຂຶ້ນໄດ້2kgທຽບກັບປີກາຍ

*

*

*

ນ້ອງເມໄດ້ກ່າວເຖິງເຄັດລັບການດູແລສຸຂະພາບວ່າ: ເມມັກເຂົ້າຟິດເນັດເປັນປະຈຳມັກຫຼິ້ນກິລາຕີດອກແລະທີ່ສຳຄັນເປັນທີ່ມັກດື່ມນ້ຳຫຼາຍອາດມີສ່ວນເຮັດໃຫ້ຜິວໃສຂຶ້ນ.

*

ສ່ວນຜົນງານວົງການບັນເທີງຜ່ານມາຂອງສາວເມກາມີຖ່າຍແບບຖ່າຍຣີວິວ ຖ່າຍວາລະສານ ເດີນແບບ ແລະ ຊີຣີ່Badfriend.

*

*

*

*

*

*