ເພາະເຫັດເຟືອງໃນຖັງ

161

ຄໍລຳກະສິກຳມື້ນີ້ຜູ້ຂຽນໄດ້ຮຽບຮຽງເອົາເຕັກນິກການເພາະເຫັດເຟືອງໃນຖັງ ຈາກປະເທດເພື່ອນບ້ານ ນອກຈາກຈະໄດ້ຜົນຜະລິດດີແລ້ວຍັງຊ່ວຍປະຢັດຕົ້ນທຶນໄດ້ອີກ ໂດຍມີວິທີດັ່ງນີ້:

ຂັ້ນຕອນການກະກຽມ:

1 ກ້ອນເຊື້ອເຫັດເຟືອງ.

2 ຖັງພລາສຕິກສີດຳທີ່ມີຝາປິດ ( ຂະໜາດປະມານ 40 – 50 ລິດ ).

3 ຕະນ່າງເຫຼັກຕາຖີ່ໜ້ອຍໜຶ່ງ.

4 ອາຫານເສີມສຳລັບເຫັດເຟືອງ ເຊັ່ນ: ຕົ້ນກ້ວຍ, ຜັກບົ້ງ, ຮຳອ່ອນ, ຜັກຕົບ, ແປ້ງເຂົ້າຈ້າວ ເປັນຕົ້ນ.

5 ເຟືອງ.

6 ກາກນ້ຳຕານ.

7 ຮຳເຂົ້າ.

ຂັ້ນຕອນການເຮັດ:

1 ເລີ່ມຕົ້ນຈາກການນຳເຟືອງມາແຊ່ນ້ຳທີ່ປະສົມກາກນ້ຳຕານໄວ້ 6 – 8 ຊົ່ວໂມງ ໃຫ້ເຟືອງຈົມນ້ຳ.

2 ລະຫວ່າງນັ້ນໃຫ້ເຮັດອາຫານເສີມເຫັດເຟືອງ ໂດຍນຳຜັກຕົບມາຊອຍໃຫ້ມຸ່ນໆແລ້ວນຳໄປຕາກແດດໄວ້ 1 ມື້ ແລ້ວນຳມາປະສົມກັບຮຳອ່ອນໃນອັດຕາ    ສ່ວນ 1:1.

3 ນຳກ້ອນເຊື້ອເຫັດເຟືອງ 2 ກ້ອນ ມາບິອອກເປັນກ້ອນນ້ອຍ ປະສົມກັບແປ້ງເຂົ້າຈ້າວ 2 ກຳມື, ຮຳອ່ອນ 2 ກຳມື ຄົນໃຫ້ເຂົ້າກັນ.

4 ເຈາະຮູກົ້ນຖັງພລາສ ຕິກໃຫ້ມີຂະໜາດປະມານຝາ ຕຸກນ້ຳປະມານ 4 – 5 ຮູ ເພື່ອລະບາຍນ້ຳ ແລະ ອາກາດພາຍໃນຖັງ.

5 ຈາກນັ້ນ, ນຳຕານ່າງເຫຼັກມາມ້ວນ ແລ້ວໃສ່ໄວ້ກາງຖັງ ຂັ້ນຕອນນີ້ແນະນຳໃຫ້ນຳສາຍຢາງມາຄອບໄວ້ບໍລິເວນຂອບຕານ່າງເຫຼັກອີກຊັ້ນໜຶ່ງ ເພາະຈະຊ່ວຍປ້ອງກັນເວລາເກັບເຫັດມືຈຶ່ງຈະບໍ່ບາດໃສ່ເຫຼັກ.

6 ນຳເຟືອງທີ່ແຊ່ນ້ຳໄວ້ຄົບເວລາແລ້ວໃສ່ລົງໄປໃນຖັງ ຮອບນອກຂອງຕານ່າງເຫຼັກໃຫ້ມີຄວາມສູງຈາກກົ້ນຖັງປະມານ 3 ນິ້ວ ກົດໃຫ້ແໜ້ນແລ້ວນຳອາຫານເສີມເຫັດທີ່ປະສົມໄວ້ມາໂຮຍລົງ. ຈາກນັ້ນ, ນຳເຊື້ອເຫັດມາໂຮຍໃສ່ເທິງອາຫານເສີມອີກຊັ້ນເຮັດຊ້ຳແບບນີ້ວົນໄປຈົນເຕັມຖັງຈະໄດ້ປະມານ 4 – 5 ຊັ້ນ ແລ້ວຫົດນ້ຳໃຫ້ຊຸ່ມ ຂັ້ນຕອນນີ້ແນະນຳໃຫ້ໂຮຍອາຫານເສີມ ແລະ ເຊື້ອເຫັດໄວ້ໃກ້ໆຕານ່າງເຫຼັກ ເພາະເມື່ອດອກເຫັດງອກຈະງອກຈາກດ້ານໃນຕານ່າງເຫຼັກ.

7 ເມື່ອເຮັດສຳເລັດແລ້ວໃຫ້ປິດຝາຖັງໄວ້ ແຕ່ໃຫ້ເປີດຮູລະບາຍອາກາດທີ່ກົ້ນຖັງໄວ້ ແລ້ວນຳຖັງເພາະໄປວາງໄວ້ໃຫ້ສູງຈາກພື້ນປະມານ 10 – 15 ຊັງຕີແມັດ ເກັບໄວ້ໃນຮົ່ມຫ້າມຖືກແສງແດດ ເມື່ອເວລາຜ່ານໄປ 3 – 4 ວັນ ຈະມີເສັ້ນໃຍເຫັດສີຂາວໆເກີດຂຶ້ນໃນຖັງ.

8 ເປີດຝາຖັງອອກແລ້ວປະໄວ້ປະມານ 20 – 30 ນາທີ ແລ້ວປິດຝາໄວ້. ຈາກນັ້ນ, 3 ວັນ ກໍຈະມີເຫັດເຟືອງອອກມາໃຫ້ເຫັນແລ້ວ.