ເມືອງລອງ ປູກອ້ອຍເປັນສິນຄ້າສົ່ງອອກໄປ ຈີນ ມູນຄ່າ 68 ຕື້ກວ່າກີບ

169

ເມືອງລອງ ແຂວງຫຼວງນໍ້າທາ ແມ່ນເມືອງໜຶ່ງທີ່ມີນັກທຸລະກິດ ຈາກ ສປ ຈີນ ເຂົ້າລົງທຶນທາງດ້ານຂົງເຂດກະສິກໍາ ເຊັ່ນ: ປູກກ້ວຍ, ມັນຕົ້ນ, ໝາກອຶ, ແຕງໂມ ແລະ ພືດລົ້ມລຸກຊະນິດອື່ນໆ ພ້ອມທັງເກັບຊື້ຈໍາໜ່າຍໄປ ສປ ຈີນ. ສະເພາະອ້ອຍປີ 2019 ສາມາດສົ່ງອອກ 151.000 ໂຕນ ຄິດເປັນມູນຄ່າ 68 ຕື້ກວ່າກີບ.

ທ່ານ ອາແປະ ລາວນີ ຕາງໜ້າບໍລິສັດສົ່ງເສີມປູກອ້ອຍເມືອງພຸງ ແຂວງຢູນນານ     ສປ ຈີນ ໃຫ້ຮູ້ໃນວັນທີ 16 ກັນຍາ 2019 ນີ້ວ່າ: ເມືອງລອງ ເລີ່ມປູກອ້ອຍມາແຕ່ປີ 2007 ມາເຖິງປັດຈຸບັນມີຈໍານວນບ້ານທີ່ປູກອ້ອຍ ທັງໝົດ 32 ບ້ານ ທີ່ຢູ່ໃນ 5 ກຸ່ມບ້ານ ຄື: ກຸ່ມຊຽງກົກ, ກຸ່ມຈໍ່ໝອກ, ກຸ່ມຈະເລີນໄຊ, ກຸ່ມຈອມແຈ້ງ, ກຸ່ມສີວິໄລ ແລະ ກຸ່ມບ້ານທາດ ລວມທັງໝົດ 1.700 ຄອບຄົວ ທີ່ໄດ້ປູກອ້ອຍຂາຍໃຫ້ບໍລິສັດ ລວມມີເນື້ອທີ່ສວນອ້ອຍທັງໝົດ 1.300 ເຮັກຕາ, ຜົນຜະລິດ 1 ເຮັກຕາ ໄດ້ປະມານ 80 ຫາ 116 ໂຕນ, ລາຄາຂາຍໂຕນລະ 347 ຢວນ, ເປັນເງິນກີບ 451.100 ກີບຕໍ່ໂຕນ ສ່ວນລາຄາອ້ອຍແມ່ນຄົງທີ່ ຍ້ອນວ່າບໍລິສັດໄດ້ເຊັນສັນຍາກັບປະຊາຊົນຜູ້ປູກອ້ອຍໄວ້ເປັນເວລາ 5 ປີ.

ປີ 2019 ທົ່ວເມືອງສາມາດເກັບກູ້ອ້ອຍໄດ້ 151.000 ໂຕນ ເປັນມູນຄ່າ 52,39 ລ້ານຢວນ ( ສະກຸນເງິນ ສປ ຈີນ ) ຄິດເປັນເງິນກີບ ປະມານ 68,11 ຕື້ກວ່າກີບ, ໄດ້ສ້າງລາຍຮັບໃຫ້ປະຊາຊົນໄດ້ຢ່າງຫຼວງຫຼາຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເລື້ອຍໆ.

ທ່ານ ອາແປະ ລາວນີ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ຍັງບໍ່ທັນປູກອ້ອຍໃຫ້ຫັນມາປູກອ້ອຍໃຫ້ຫຼາຍຂຶ້ນ ເພື່ອທົດແທນການປູກຝິ່ນ ແລະ ຫຼຸດຜ່ອນການຖາງປາເຮັດໄຮ່ ເພາະວ່າບໍລິສັດຍັງມີຄວາມຕ້ອງການອ້ອຍເປັນຈຳນວນຫຼາຍ ເພື່ອປ້ອນເຂົ້າໂຮງງານນໍ້າຕານຢູ່ ສປ ຈີນ.

[ ຂ່າວ: ມຸນຕີ ]