ໂລກຍັງມີນໍ້າມັນສໍາຮອງພຽງພໍຮອງຮັບຄວາມຕ້ອງການ

44

ທ່ານ ອາເລັກຊານເດີ ໂນວັກ ລັດຖະມົນຕີກະຊວງນໍ້າມັນຣັດເຊຍ ກ່າວວ່າ: ໂລກຍັງມີນໍ້າມັນສໍາຮອງພຽງພໍທີ່ຈະທົດແທນກັບປະລິມານນໍ້າມັນຂອງ ຊາອຸດິດ ອາຣັບບີ ທີ່ຫຼຸດລົງໄປຊົ່ວຄາວຈາກເຫດໂຮງກັ່ນນໍ້າມັນສອງແຫ່ງຖືກໂຈມຕີດ້ວຍ ໂດຣນ ຈົນເກີດໄຟໄໝ້ເມື່ອທ້າຍອາທິດທີ່ຜ່ານມາ.

ທ່ານ ໂນວັກ ຕອບຄໍາຖາມນັກຂ່າວເລື່ອງ ຣັດເຊຍ ພ້ອມເພີ່ມກໍາລັງການຜະລິດ ຫຼື ບໍ່ ຫຼັງຈາກ ຊາອຸດິດ ອາຣັບບີ ອາຣາມໂກ ບໍລິສັດນໍ້າມັນແຫ່ງຊາດ ຊາອຸດິດ  ອາຣັບບີ ລາຍງານເຫດການດັ່ງກ່າວເຮັດໃຫ້ກໍາລັງການຜະລິດນໍ້າມັນຫຼຸດລົງວັນລະ 5,7 ລ້ານບາເຣວ ວ່າຕ້ອງຖ້າໃຫ້ລັດຖະບານ ຊາອຸດິດ ອາຣັບບີ ປະເມີນຜົນກະທົບກ່ອນ ແຕ່ເຊື່ອວ່າຂະນະນີ້ໂລກຍັງມີປະລິມານນໍ້າມັນສໍາຮອງພຽງພໍຈະທົດແທນສ່ວນທີ່ຂາດໄປໄດ້ໃນໄລຍະກາງ.

ຢ່າງໃດກໍຕາມ, ຣັດເຊຍ ຢຶດໝັ້ນຕໍໍ່ພັນທະກໍລະນີຕາມຂໍ້ຕົກລົງການຜະລິດນໍ້າມັນໂລກ ແລະ ຂະນະນີ້ຍັງໄວເກີນໄປທີ່ຈະກ່າວເຖິງເລື່ອງປ່ຽນແປງການຜະລິດ. ສ່ວນໂຄສົກສໍານັກງານປະທານາທິບໍດີຣັດເຊຍ ໃຫ້ຮູ້ວ່າ ຣັດເຊຍ ຂໍເບິ່ງສະຖານະການກ່ອນຕັດສິນໃຈເລື່ອງກໍາລັງການຜະລິດ.

ທັງນີ້, ກຸ່ມປະເທດສົ່ງອອກນໍ້າມັນ ຫຼື ໂອເປັກ ທີ່ມີ ຊາອຸດິດ ອາຣັບບີ ເປັນແກນນໍາຕົກລົງກັບປະເທດນອກ ໂອເປັກ ທີ່ມີ ຣັດເຊຍ ເປັນແກນນໍາປະກາດເມື່ອເດືອນທັນວາປີກ່ອນ ວ່າຈະຫຼຸດກໍາລັງການຜະລິດນໍ້າມັນລົງວັນລະ 1,2 ລ້ານບາເຣວ ເພື່ອປະຄອງລາຄານໍ້າມັນທີ່ຕົກຕໍ່າ, ແຕ່ເຫດ ໂດຣນ ໂຈມຕີໂຮງກັ່ນນໍ້າມັນຂອງ ຊາອຸດິດ ອາຣັບບີ ກະທົບກໍາລັງການຜະລິດນໍ້າມັນ 5% ຂອງໂລກ ເຮັດໃຫ້ລາຄານໍ້າມັນດິບລ່ວງໜ້າເພີ່ມຂຶ້ນກວ່າ 15% ໄປຈຸລະດັບສູງສຸດໃນຮອບ 4 ເດືອນກ່ອນປັບຕົວຫຼຸດລົງມາ.